Homeຂ່າວຕ່າງປະເທດກຳປູເຈຍ ຈະສ້າງຫໍຄອຍສູງ 285 ແມັດ ກຽມຮັບມືຖ່າຍທອດສົດ ຊີເກມສ໌ 2023!

ກຳປູເຈຍ ຈະສ້າງຫໍຄອຍສູງ 285 ແມັດ ກຽມຮັບມືຖ່າຍທອດສົດ ຊີເກມສ໌ 2023!

Published on

558000008005301

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກໍລະກົດຜ່ານມານີ້ວ່າ ກຳປູເຈຍຈະສ້າງຫໍກະຈາຍສຽງ ແລະ ພາບ ຄວາມສູງ 285 ແມັດຂຶ້ນ ໃນບໍລິເວນໃກ້ກັບສະໜາມກິລາແຫ່ງຊາດ ເຊິ່ງຕັ້ງຢູ່ໃນເຂດຕົວເມືອງ ເພື່ອກຽມພ້ອມຮັບມືການຖ່າຍທອດສົດ ກິລາຊີເກມສ໌ ປີ 2023 ໃນອີກ 8 ປີຂ້າງໜ້າ ໂດຍແມ່ນບໍລິສັດ Power China Kunming Engineering Corp Ltd ຂອງຈີນ ຈະເປັນຜູ້ດຳເນີນໂຄງການ ແລະ ກໍ່ສ້າງ.

ນອກຈາກຫໍກະຈາຍສຽງ ແລະ ພາບດັ່ງກ່າວແລ້ວ ພາຍໃນບໍລິເວນດຽວກັນ ຍັງຈະມີສິ່ງປຸກສ້າງອື່ນໆອີກຈຳນວນຫລາຍ ເຊິ່ງປະກອບມີອາຄານສຳລັບການກະຈາຍພາບອອກອາກາດ ແລະ ສົ່ງສັນຍານວິທະຍຸ 1 ຫລັງ ແລະ ອາຄານສູນຂ່າວສານທັນສະໄໝ 1 ຫລັງ ພ້ອມນັ້ນ ຍັງຈະມີຮ້ານອາຫານ, ຮ້ານກາເຟ, ຮ້ານອິນເຕີເນັດ ແລະ ຮ້ານຄ້າອື່ນໆອີກ ພ້ອມທັງລະບົບສິ່ງອຳນວຍຄວາມສະດວກຄົບຖ້ວນ ເຊິ່ງຈະທຳການກໍ່ສ້າງພາຍໃນພື້ນທີ່ 8 – 10 ເຮັກຕາ.

ແຫລ່ງຂ່າວໄດ້ລະບຸວ່າ ຢູ່ຊັ້ນເທິງຂອງຫໍກະຈາຍສຽງ ແລະ ພາບນີ້ ແມ່ນຈະສ້າງເປັນຈຸດຊົມວິວ ເຊິ່ງຈະເປີດໃຫ້ນັກທ່ອງທ່ຽວຂຶ້ນໄປຊົມທິວທັດ ຂອງນະຄອນຫລວງພະນົມເປັນໄດ້ ອີກທັງຍັງຈະມີຮ້ານອາຫານ ແລະ ຮ້ານກາເຟ ບໍລິການຢູ່ຊັ້ນເທິງນຳອີກ.

ແນວໃດກໍຕາມ ປັດຈຸບັນແມ່ນຍັງບໍ່ທັນກຳນົດເວລາໃນການກໍ່ສ້າງເທື່ອ ເພາະຍັງຢູ່ໃນຂັ້ນຕອນທຳອິດຄື ການສຶກສາໂຄງການ ແລະ ການວາງແຜນ.

.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...