ສືບຕໍ່ປະເມີນຄວາມເສຍຫາຍ ຈາກພາຍຸຢູ່ເມືອງໄກສອນ

 

ຈາກ​ການ​ໃຫ້​ສຳ­ພາດ​ຂອງ​ທ່ານ ບຸນ​ຖົ່ວ ລາ​ລຸນ​ສີ​ແພງ ຫົວ­ຫນ້າ​ຫ້ອງ­ການແຮງ​ງານ​ສະ­ຫວັດ­ດີ​ການ-ສັງ­ຄົມ ເມືອງໄກ­ສອນ ພົມ­ວິ­ຫານ ຕໍ່​ຜູ້​ສື່​ຂ່າວໃນ​ວັນ​ທີ 28 ມີ­ນາ 2013 ນີ້ ໃນ​ເທ­ສະ​ບານເມືອງ​ໄກ­ສອນ ພົມ­ວິ­ຫານ ແມ່ນ​ໄດ້​ຮັບຜົນ​ກະ­ທົບ​ຫນັກ​ຈາກ​ພາ­ຍຸ​ລະ­ດູ​ຮ້ອນ ທີ່ພັດ​ຖະ​ຫລົ່ມ​ໃນ​ເວ­ລາ​ປະ­ມານ 13:00 ໂມງ​ຂອງ​ວັນ​ທີ 22 ມີ­ນາ ເຊິ່ງ​ເປັນເຫດ​ໃຫ້​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ປະຊາ​ຊົນ​ພາຍ​ໃນ​ເທ­ສະ​ບານ​ເມືອງ​ໄກສອນ ພົມ­ວິ­ຫານ ເສຍ​ຫາຍ​ເປັນ​ຈຳ­ນວນຫລວງ­ຫລາຍ. ຈາກ​ນີ້ ກໍ່​ມີ​ສຳ­ນັກ­ງານອົງ­ການ​ຕ່າງໆ​ຂອງ​ເມືອງ ແລະ ແຂວງຈຳ­ນວນ​ຫນຶ່ງ ຕະ­ຫລອດ​ຮອດ​ສະ​ຖາ​ບັນການ​ສຶກ​ສາ, ໂຮງ­ຮຽນ, ໂຮງ­ຫມໍ​ແມ່ນໄດ້​ຮັບ​ຜົນ​ເສຍ​ຫາຍ​ຕາມ​ມາ ພ້ອມ​ນີ້​ກໍ່ມີ​ປ້າຍ​ໂຄ­ສະ­ນາ ແລະ ຕົ້ນ­ໄມ້​ໃຫຍ່​ຈຳນວນ​ສິບ​ຕົ້ນ​ແມ່ນ​ຖືກ​ໂຄ້ນ​ຫັກ ແລະ ທັບເສັ້ນ­ທາງ.

ທາງ​ດ້ານ​ລະ­ບົບ​ໄຟ­ຟ້າ​ກໍ່​ມີ​ຜົນ​ເສຍຫາຍ​ຫນັກ​ສົມ­ຄວນ ເປັນ­ຕົ້ນ​ມີ​ລະ­ບົບ​ໄຟຟ້າ​ທີ່​ເນັ່ງ​ເຂົ້າ​ເຮືອນ​ຂາດ​ຫລາຍ​ກວ່າ 100 ຈຸດ. ເສົາ​ໄຟ­ຟ້າ​ແຮງ​ກາງ​ຫລັກ​ໃຊ້ງານ​ບໍ່​ໄດ້​ຈຳ­ນວນ 10 ຕົ້ນ, ເສົາ​ໄຟ­ຟ້າແຮງ​ຕ່ຳ​ຫັກ​ຈຳ­ນວນ​ເກືອບ 20 ຕົ້ນ ແລະ ຫມໍ້​ແປງ​ໄຟ­ຟ້າ 2 ຫນ່ວຍ, ຄິດ​ເປັນ​ມູນ ຄ່າ​ເສຍ​ຫາຍ 350 ລ້ານ​ກີບ ເຊິ່ງ​ປະ­ຈຸບັນ ລະ­ບົບ​ໄຟ­ຟ້າ​ພາຍ​ໃນ​ເທ­ສະ​ບານ ເມືອງ​ໄກ­ສອນ ພົມ­ວິ­ຫານ ສ່ວນ​ໃຫຍ່ ແມ່ນ​ກັບ­ເຂົ້າ​ສູ່​ສະ­ພາບ​ປົກ­ກະ­ຕິ ສ່ວນອາ­ຄານ​ຫລັງ­ຄາ​ສະ­ໂມ­ສອນຫ້ອງ­ການໄຟ­ຟ້າ​ຖືກ​ເລີກ​ຮື້ ມີ​ຜົນ​ເສຍ​ຫາຍ 120 ລ້ານ​ກີບ ແລະ ຫລັງ­ຄາ​ຂອງ​ຫ້ອງ­ການພ້ອມ​ປະ­ຕູ​ແວ່ນ​ແກ້ວ​ຕື່ມ​ອີກ​ເສຍ​ຫາຍ 35 ລ້ານ​ກີບ.

ທາງ​ດ້ານ​ວຽກ​ງານ​ສຶກ​ສາ​ໂຮງຮຽນ​ເຕັກ­ນິກ​ວິ­ຊາ​ຊີບ ມີ​ຜົນ​ເສຍ​ຫາຍ ເຖິງ 32 ລ້ານ​ກວ່າ​ກີບ, ໂຮງ­ຮຽນ​ແຫ່ງຕ່າງໆ ຈຳ­ນວນ 7 ແຫ່ງໄດ້​ຮັບ​ຜົນ​ກະທົບ​ເປັນ­ຕົ້ນ​ແມ່ນ​ຫລັງ­ຄາ​ຖືກ​ຮື້​ເປີດອອກ, ກະ­ເບື້ອງ​ແຕກ ແລະ ໂຄງ​ຫລັງຄາ​ຫັກມີ​ຜົນ​ເສຍ​ຫາຍ​ຈຳ­ນວນ 20 ກວ່າ​ລ້ານ​ກີບ ນອກ­ຈາກ​ນັ້ນ ສຳ­ນັກງານ​ຫ້ອງ­ການ​ພາຍ​ໃນ​ເມືອງ 7 ແຫ່ງ ຫນັກ​ກວ່າ​ຫມູ່​ແມ່ນ​ສະ­ໂມ­ສອນ​ຂອງຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ຖືກ​ລົມ​ພັດຫລັງ­ຄາ​ຮື້​ຖອນ​ມີ​ມູນ​ຄ່າ​ເກືອບ 200 ລ້ານ​ກີບ.

ຈາກ​ການ​ເກັບ​ກຳ​ຕົວ​ຈິງ ພາຍ​ໃນເມືອງ​ໄກ­ສອນ ພົມ­ວິ­ຫານ ມີ 8 ກຸ່ມ​ບ້ານຖືກ​ຜົນ​ກະ­ທົບ ມີ 579 ຫລັງ­ຄາ​ເຮືອນ ແລະ ວັດ 1 ແຫ່ງ, ເຊິ່ງ​ເສຍ​ຫາຍ​ຫນັກກວ່າ​ຫມູ່​ແມ່ນ​ກຸ່ມ​ບ້ານ​ທີ 1 ມີ 241 ຫລັງ ໃນ​ນີ້ ບ້ານ​ໄຊ​ຍະ​ມຸງ­ຄຸນ ເສຍ​ຫາຍ 98 ຫລັງ, ບ້ານ​ໄຊ​ຍະ​ພູມ 34 ຫລັງ, ລັດຕະ​ນະ​ລັງ­ສີ​ເຫນືອ 14 ຫລັງ, ລັດ­ຕະ­ນະ ລັງ­ສີ​ໃຕ້ 30 ຫລັງ, ທ່າ​ແຮ່ 25 ຫລັງ ແລະ ລາດ​ຊະ​ວົງ​ໄຊ 40 ຫລັງ ແລະ ກຸ່ມ ບ້ານ​ທີ 6 ມີ 186 ຫລັງ ເປັນ­ຕົ້ນ​ແມ່ນ ບ້ານ​ໂພນ​ສະ­ຫວັນ ແລະ ບ້ານ​ສະ­ພານໃຕ້.

ປະ­ຈຸ​ບັນ ທາງ​ການ​ຂອງ​ເມືອງ ແລະ ແຂວງ​ສະ­ຫວັນ​ນະ​ເຂດ ກໍ່​ຄື​ພາກ­ສ່ວນກ່ຽວ­ຂ້ອງ​ໄດ້​ຮ່ວມ​ກັນ​ຈັດ​ກອງ​ປະ­ຊຸມສຸກ​ເສີນ​ຂຶ້ນ ເພື່ອ​ຊອກ​ຫາ​ທິດ​ທາງ​ການຊ່ວຍ­ເຫລືອ ເປັນ­ຕົ້ນ​ແມ່ນ​ໄດ້​ຈັດ​ສົ່ງ​ວິ­ຊາການ​ຈຳ­ນວນ​ຫນຶ່ງ​ລົງ​ເກັບ​ກຳ​ຂໍ້​ມູນ​ຜົນເສຍ​ຫາຍ​ທີ່­ແທ້​ຈິງ ແລະ ຂຶ້ນ​ແຜນ​ງົບ​ປະມານ ເພື່ອ​ໃຫ້­ການ​ຊ່ວຍ­ເຫລືອ​ຢ່າງ​ທັນການ. ແຕ່​ຜົນ​ເສຍ​ຫາຍ​ດັ່ງ­ກ່າວ​ແມ່ນ​ຍັງບໍ່​ທັນ​ໄດ້​ຂໍ້​ມູນ​ທີ່­ແທ້​ຈິງ.

ທີ່ມາhttp://www.ecom.org.la