spot_img
Homeນານາສາລະຄົນລາວເປັນແບບນີ້ບໍ?

ຄົນລາວເປັນແບບນີ້ບໍ?

Published on

news_img_34314_1
ທ່ານ ວິກຣົມ ກຣົມມະດິດ ນັກປາດໄທ

ນີ້ຄື ບົດຄວາມດີໆ ຈຸດອ່ອນຂອງຄົນໄທ 10 ປະການ ເປັນຄຳຄິດເຫັນທີ່ໜ້າຄິດ ຂອງທ່ານ ວິກຣົມ ກຣົມມະດິດ ເຈົ້າຂອງນິຄົມອຸດສາຫະກຳ ອະມະຕະນະຄອນ, ນັກທຸລະກິດ, ນັກເວົ້າ ແລະນັກຂຽນ ຊື່ດັງຂອງໄທ. ທີ່ທີມຂ່າວລາວໂພສຕ໌ ຍົກເອົາມາເຜີຍແຜ່ຕໍ່ນີ້ແມ່ນ ເພື່ອໃຫ້ຄົນລາວເຮົາໄດ້ອ່ານ ປຽບທຽບໃສ່ຄົນລາວເຮົານຳກັນ ເມື່ອອ່ານຈົບແລ້ວຈະໄດ້ຮູ້ວ່າ ຈຸດອ່ອນຂອງຄົນໄທ 10 ປະການນີ້ ອາດຈະເປັນຈຸດອ່ອນຂອງຄົນລາວເຊັ່ນກັນ ຫຼືຄົນລາວອາດຈະມີຈຸດອ່ອນຫຼາຍກວ່າ 10 ຂໍ້ ກໍເປັນໄດ້ ແລ້ວເຮົາຈະໄດ້ຮູ້ຈຸດໃດທີ່ຄວນເສີມຂະຫຍາຍ ແລະຈຸດໃດທີ່ຄວນຕ້ອງມີການປັບປຸງແກ້ໄຂ ຢ່າງຮີບດ່ວນ.

1. ຄົນໄທຮູ້ຈັກໜ້າທີ່ຂອງໂຕເອງຕ່ຳຫຼາຍ ໂດຍສະເພາະໜ້າທີ່ຕໍ່ສັງຄົມ ຄືເປັນປະເພດມືໃຜຍາວສາວໄດ້ສາວເອົາ ເກີດເປັນທຸລະກິດການເມືອງ ທຸລະກິດລາຊະການ ທຸລະກິດສຶກສາ ເຮັດໃຫ້ປະເທດຊາດຫຼ້າຫຼັງ ໄປເລື້ອຍໆ.

2. ການສຶກສາຍັງບໍ່ທັນສະໄໝ ຄົນໄທຈະເກັ່ງແຕ່ພາສາຂອງໂຕເອງ ເຮັດໃຫ້ຂາດໂອກາດໃນການແຂ່ງຂັນ ກັບຕ່າງຊາດໃນເວທີຕ່າງໆ ບໍ່ກ້າສະແດງອອກ ຂີ້ອາຍບໍ່ໝັ້ນໃນໃນໂຕເອງ ເຮົາຈຶ່ງຕາມຫຼັງຊາດອື່ນ ຈະເຫັນວ່າຄົນມີຖານະຈະສົ່ງລູກໄປຮຽນ ເມືອງນອກເພື່ອໂອກາດທີ່ດີກວ່າ.

3. ເບິ່ງອະນາຄົດບໍ່ເປັນ ຄົນໄທຫຼາຍກວ່າ 70% ເຮັດວຽກແບບບໍ່ມີອະນາຄົດ ເຮັດໄປວັນໆ ແກ້ບັນຫາສະເພາະໜ້າໄປວັນໆ ໜ້ອຍຄົນທີ່ສຸດທີ່ຈະເຮັດວຽກແບບເປັນລະບົບ ເປັນຂັ້ນເປັນຕອນ ມີເປົ້າໝາຍໃນອະນາຄົດທີ່ຊັດເຈນ.

4. ບໍ່ຈິງຈັງໃນຄວາມຮັບຜິດຊອບຕໍ່ໜ້າທີ່ ເຮັດແບບເສຍຫຍ້າປົກຂີ້ໝາ ຫຼືເຮັດດ້ວຍຄວາມເກງໃຈ ຕ່າງກັບຄົນຍີ່ປຸ່ນຫຼືເອີລົບ ທີ່ຈະໃຫ້ຄວາມສຳຄັນກັບສັນຍາ ຫຼືຂໍ້ຕົກລົງຢ່າງເຄັ່ງຄັດ ເພາະໝາຍເຖິງຄວາມເຊື່ອຖືໃນໄລຍະຍາວ ປັດຈຸບັນຄົນໄທຖືກຫຼຸດຄວາມໜ້າເຊື່ອຖື ດ້ານນີ້ລົງເລື້ອຍໆ.

5. ການກະຈາຍຄວາມຈະເລີນຍັງບໍ່ເຕັມທີ່ ປະຊາກອນປະມານ 60-70% ທີ່ຢູ່ຫ່າງໄກສອກຫຼີກ ຈະຂາດໂອກາດໃນການພັດທະນາ ຄຸນນະພາບຊີວິດຂອງໂຕເອງ ແລະຊຸມຊົນເບິ່ງເປັນ ໜ້າທີ່ຂອງພາກລັດທີ່ຕ້ອງສົ່ງເສີມ.

6. ການບັງຄັບກົດໝາຍບໍ່ເຂັ້ມແຂງ ແລະດຳເນີນການບໍ່ຕໍ່ເນື່ອງ ເຮັດວຽກແບບພໍແລ້ວຮີດ ປາບປາມບໍ່ຈິງຈັງ ການດຳເນີນການຕາມກົດໝາຍ ກັບຜູ້ມີອຳນາດຫຼືບໍລິວານຈະເຮັດແບບ ເອົາໂຕລອດໄປກ່ອນ ບໍ່ມີມາຕະຖານ ຕ່າງກັບປະເທດທີ່ຈະເລີນແລ້ວ ຂໍ້ນີ້ຂະບວນການຍຸດຕິທຳຕ້ອງປັບປຸງ.

7. ອິດສາຕາຮ້ອນ ສັງຄົມໄທບໍ່ຄ່ອຍເປັນສຸພາບບຸລຸດ ຍ້ອງຍໍຄົນມີອຳນາດ ມີເງິນ ໂດຍບໍ່ສົນໃຈພູມຫຼັງ ໂດຍສະເພາະຄົນທີ່ລົ້ມເທິງຟູກ ແລ້ວໄປເກາະຜູ້ມີອຳນາດ ເອົາຕົວລອດ ຄົນພວກນີ້ຮ້າຍຍີ່ງກວ່າ ຜູ້ກໍ່ການຮ້າຍ ດີແຕ່ເວົ້າ ມືບໍ່ພາຍເອົາຕີນປ້ານນ້ຳ ເຮັດໃຫ້ຄົນດີບໍ່ກ້າເຂົ້າມາ ເພາະຢ້ານເປືອງໂຕ.

8. ເອັນຈີໂອຄ້ານລູກດຽວ ເອັນຈີໂອບາງກຸ່ມອີງຢູ່ກັບຜົນປະໂຫຍດ ເອັນຈີໂອດີໆ ກໍມີ ແຕ່ຢູ່ໄທມີໜ້ອຍ ຫຼາຍຄັ້ງທີ່ປະເທດໄທເສຍໂອກາດ ຢ່າງມະຫາຫສານ ເພາະການຄ້ານຫົວຊົນຝາ ເຫດຜົນມີຈິງໆ ບໍ່ໄດ້ເວົ້າກັນ.

9. ຍັງບໍ່ພ້ອມໃນເວທີໂລກ ການສ້າງຄວາມໜ້າເຊື່ອຖືໃນເວທີການຄ້າ ລະດັບໂລກຂອງໄທຍັງຂາດທັກສະ ແລະທີມເວີກທີ່ດີ ເຮັດໃຫ້ສູ້ປະເທດນ້ອຍໆ ຢ່າງສິງກະໂປບໍ່ໄດ້.

10. ລ້ຽງລູກບໍ່ເປັນ ປັດຈຸບັນເດັກນ້ອຍໄທຂາດຄວາມອົດທົນ ບໍ່ມີພູມຄຸ້ມກັນເປັນຂີ້ໂລກທາງຈິດໃຈ ບໍ່ເຂັ້ມແຂງ ເພາະຄົນໄທລ້ຽງລູກແບບໄຂ່ໃນຫິນ ບໍ່ສອນໃຫ້ລູກຊ່ວຍໂຕເອງ ຕ່າງກັບຊາດທີ່ຈະເລີນແລ້ວ ເຂົາຈະກະຕືລືລົ້ນຊ່ວຍໂຕເອງ ຂົນຂວາຍ ສະແຫວງຫາ ຄົ້ນຫາໂຕເອງ ແລະເຂົາຈະສອນໃຫ້ສຳນຶກ ຮັບຜິດຊອບຕໍ່ສັງຄົມ.

ເປັນຈັ່ງໃດທ່ານຜູ້ອ່ານ ຄົນລາວເຮົາເດເປັນຄືຄົນໄທບໍ ຫຼືຮ້າຍໄປກວ່ານັ້ນ ຂໍ້ໃດແດ່ທີ່ຄົນລາວເຮົາດີກວ່າຄົນໄທໃນ 10 ຂໍ້ຂ້າງເທິງ? ອ່ານແລ້ວອາດຈະຕ້ອງ ພິມອອກຕິດຂ້າງຝາໄວ້ເລີຍ ແມ່ນບໍ? ແລະຈະດີບໍ່ໜ້ອຍຖ້າທ່ານແຊບົດຄວາມນີ້ ໄປໃຫ້ຄົນອື່ນໆ ໄດ້ອ່ານນຳ.

ຂອບໃຈບົດຄວາມຈາກເຟສບຸກ: ນັນທະວະດີ ນ້ອຍນິຕິ

ລີ້ງທີ່ມາຂອງບົດ: https://www.facebook.com/permalink.php?story_fbid=1603153436623729&id=100007872633444

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...