ມອບ-ຮັບໂຄງການກໍ່ໍ່ສ້າງຮ່ອງລະບາຍນ້ຳເຂດດອນຈັນ

ມອບ-ຮັບໂຄງການກໍ່ໍ່ສ້າງຮ່ອງລະບາຍນ້ຳເຂດດອນຈັນ
  ທ່ານ ເດດ​ສົງ­ຄາມ ທຳ​ມະ​ວົງ ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງ​ວຽງຈັນ ໄດ້ກ່າວ​ວ່າ: ໂຄງ­ການ​ກໍ່­ສ້າງຮ່ອງ​ລະ­ບາຍ​ນ້ຳ ແລະ ສະ­ຖາ­ນີສູບ​ນ້ຳເຂດ​ດອນ​ຈັນ ແມ່ນ​ໂຄງ ການ​ບູ​ລິ​ມະສິດ​ຂອງ​ລັດ­ຖະ­ບານລາວ ກໍ​ຄື​ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ກຽມ​ຮັບ​ໃຊ້​ກອງ​ປະ­ຊຸມ​ສຸດຍອດ​ອາ­ຊີ-ເອີ​ຣົບ ຄັ້ງ​ທີ 9 ເປັນການ​ປ້ອງ​ກັນ​ນ້ຳ​ຖ້ວມ​ດອນ​ຈັນ ແລະ ການ​ກໍ່­ສ້າງ​ສວນ​ສາ​ທາ​ລະນະໃນ​ຂອບ​ເຂດຂອງ​ໂຄງ­ການໃຫ້​ສວຍ​ງາມ. ໂຄງ­ການ​ນີ້​ມີ​ຄວາມ​ຍາວ​ທັງໝົດ 2.332 ແມັດ ແລະ ກວ້າງ 23 ແມັດ (ລວມ​ທາງ​ຍ່າງ 2 ຝາກ​ຂ້າງ) ພື້ນ​ທີ່​ໂຄງ­ການ​ກວມເອົາ 5 ບ້ານ​ທີ່​ລຽບ​ເຂດ​ດອນ​ຈັນ ຄື:ບ້ານ​ເກົ້າ​ຍອດເພຍ​ວັດ ທາດຂາວ ບຶງ​ຂະຫຍອງ ແລະ ບ້ານວັດ​ນາກ ເມືອງ​ສີ​ສັດ­ຕະ​ນາກ ໂຄງ­ການ​ດັ່ງ­ກ່າວປະ­ກອບ​ມີສະ­ຖາ­ນີ​ສູບ​ນ້ຳ ໄດ້​ຕິດຕັ້ງ​ປ້ຳ​ສູບນ້ຳ 5 ໜ່ວຍ ສາ­ມາດ​ລະ­ບາຍນ້ຳ​ໄດ້ 21,5 ແມັດ​ກ້ອນ​ຕໍ່​ວິ­ນາ­ທີ ມີ​ການ​ປັບ­ປຸງ​ສວນ​ສາ­ທາ­ລະ­ນະ ປູກ​ຫຍ້າ ປູກ​ຕົ້ນ­ໄມ້ ໄມ້​ດອກ ໄມ້ປະ­ດັບ ມີ​ຫ້ອງ​ນ້ຳ​ສາ­ທາ­ລະ­ນະ 1 ແຫ່ງ ບ່ອນ​ເດັກ­ນ້ອຍ​ຫຼິ້ນ 1 ບ່ອນ ມີ​ຂົວ​ຂ້າມ​ຮ່ອງ 2 ຈຸດ ມີ​ສາ­ລາພັກ­ຜ່ອນ 5 ຈຸດ ມີ​ລະ­ບົບ​ໄຟ­ຟ້າ-ນ້ຳ​ປະ­ປາ ລວມ​ທັງ​ຖັງ​ຂີ້ເຫຍື້ອ ບ່ອນ​ຈອດ​ລົດ 3 ບ່ອນ ແລະ ສິ່ງອຳ­ນວຍ​ຄວາມ​ສະ­ດວກ​ອື່ນໆ ລວມ​ມູນ​ຄ່າ​ໂຄງ­ການ​ທັງ​ໝົດ 25.000.000 ໂດ​ລາ​ສະ­ຫະ­ລັດ ເປັນ​ເງິນ​ກູ້​ຢືມດອກ​ເບຍ​ຕ່ຳ​ຈາກທະ­ນາ­ຄານ EXIM BANK ຂອງ ສປ ຈີນ ໂດຍ​ແມ່ນ​ບໍ­ລິ­ສັດ ແຄມຊີ ວິ­ສະ­ວະ­ກຳ ສປ ຈີນ ຈຳ­ກັດ ເປັນ​ຜູ້​ກໍ່­ສ້າງ. ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່​ຕົ້ົນເດືອນ​ມີ­ນາ 2012 ມາ​ເຖິງ​ປັດຈຸ​ບັນ​ສຳ­ເລັດ 100% ໄດ້​ຈັດ​ພິ­ທີ ມອບ-ຮັບ​ໂຄງ­ການ​ໃນ​ວັນ​ທີ 21 ມີ­ນາ 2013 ທີ່​ຜ່ານ​ມາ ທີ່​ສະຖາ​ນີ​ສູບ​ນ້ຳ​ໂຄງ­ການ (ເຂດ​ດອນຈັນ) ໂດຍ​ມີບັນ­ດາ​ທ່ານ​ການ​ນຳຈາກ​ນະ­ຄອນ­ຫຼວງ​ວຽງ​ຈັນ ບັນດາ​ທ່ານ​ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າການ ຜູ້­ຕາງ­ໜ້າ​ຈາກສະ­ຖານ­ທູດ ແຫ່ງ ສປ ຈີນ ປະ­ຈຳ​ລາວ ແຂກຖືກ​ເຊີນ ແລະ ພາກ­ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮວມ.
ທີ່ມາhttp://www.vientianemai.net