Homeລົດຍົນ-ຍານພາຫະນະ6 ຄົນເສຍຊີວິດຈາກອຸບັດເຫດຕາມທ້ອງຖະໜົນ

6 ຄົນເສຍຊີວິດຈາກອຸບັດເຫດຕາມທ້ອງຖະໜົນ

Published on

images (1)

ການ​ເກີດ​ອຸບັດເຫດ​ຕາມ​ທ້ອງ​ຖະໜົນ​ທົ່ວ​ນະຄອນຫຼວງ​ວຽງ​ຈັນ ລະຫວ່າງ​ວັນ​ທີ 11-17 ມີນາ 2013 ທີ່​ຜ່ານ​ມາ ເກີດ​ຂຶ້ນ 33 ກໍລະນີ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 6 ຄົນ ຫຼຸດ​ລົງ​ຈາກ​ອາທິດ​ກ່ອນ 1 ຄົນ ລວມ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ທັງ​ໝົດ 544 ລ້ານ​ກວ່າ​ກີບ.

ຈາກ​ອຸບັດເຫດ​ໃນ​ແຕ່​ລະ​ຄັ້ງ ເຮັດ​ໃຫ້​ມີ​ຜູ້​ບາດເຈັບ​ເລັກ​ນ້ອຍ 17 ຄົນ ສົມຄວນ 21 ຄົນ ສາຫັດ 8 ຄົນ ແລະ ເສຍ​ຊີວິດ 6 ຄົນ ຜົນ​ເສຍ​ຫາຍ​ທາງ​ດ້ານ​ພາຫະນະ​ເປ່​ເພ​ເລັກ​ນ້ອຍ 32 ຄັນ ສົມຄວນ 33 ຄັນ ໃຊ້​ການ​ບໍ່​ໄດ້ 1 ຄັນ ເຊິ່ງ​ອຸບັດເຫດ​ສ່ວນ​ໃຫຍ່ ແມ່ນ​ເກີດ​ຢູ່​ໃນ​ກຸ່ມ​ອາຊີບ​ກຳມະກອນ ຮອງ​ມາ​ພະນັກງານ ສຳລັບ​ປະເພດ​ຄົນ​ບາດເຈັບ ແລະ ເສຍ​ຊີວິດ ຄົນ​ຂັບ​ບາດເຈັບ​ເລັກ​ນ້ອຍ 15 ຄົນ ສົມຄວນ 18 ຄົນ ສາຫັດ 7 ຄົນ ເສຍ​ຊີວິດ 4 ຄົນ ຜູ້​ຊ້ອນ​ທ້າຍ​ບາດເຈັບ​ເລັກ​ນ້ອຍ 2 ຄົນ ສົມຄວນ 2 ຄົນ ສາຫັດ 1 ຄົນ ເສຍ​ຊີວິດ 1 ຄົນ ແລະ ຄົນ​ຍ່າງ 1 ຄົນ.

ເມືອງ​ທີ່​ເກີດ​ອຸບັດເຫດ​ໄດ້ແກ່ ເມືອງ​ຈັນທະ​ບູ​ລີ 3 ຄັ້ງ ສີ​ໂຄດ​ຕະບອງ 5 ຄັ້ງ ສີ​ສັດຕະ​ນາກ 5 ຄັ້ງ ໄຊ​ເຊດ​ຖາ 7 ຄັ້ງ ຫາດ​ຊາຍ​ຟອງ 2 ຄັ້ງ ໄຊ​ທານີ 9 ຄັ້ງ ນາ​ຊາຍ​ທອງ 2 ຄັ້ງ ປະເພດ​ພາຫະນະ​ທີ່​ເກີດ​ອຸບັດເຫດ​ລົດຈັກ 40 ຄັນ ລົດ​ເບົາ 22 ຄັນ ລົດ​ບັນທຸກ​ໜັກ 3 ຄັນ ສາຍ​ທາງ​ທີ່​ເກີດ​ອຸບັດເຫດ​ຫຼາຍ​ກວ່າ​ໝູ່​ແມ່ນ​ຖະໜົນ 13 ໃຕ້ ເວລາ​ທີ່​ມັກ​ເກີດ​ເຫດ​ແມ່ນ​ເລີ່ມ​ແຕ່​ເວລາ 16:00 ໂມງ ຫາ 23:00 ໂມງ.

ສາຍເຫດ​ຫຼັກ​ຂອງ​ການ​ເກີດ​ອຸບັດເຫດ​ໃນ​ແຕ່​ລະ​ຄັ້ງ ທີ່​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດເຈັບ ແລະ ເສຍ​ຊີວິດ ກໍ​ຍ້ອນ​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະໜົນ ຍັງ​ລະເມີດ​ຕໍ່​ກົດ​ລະບຽບ​ຈະລາຈອນ ບໍ່​ໃສ່​ໝວກ​ກັນ​ກະທົບ ໃຊ້​ຄວາມ​ໄວ​ເກີນ​ກຳນົດ ບໍ່​ໃຫ້​ກຽດ​ເຊິ່ງ​ກັນ ແລະ ກັນ ມີ​ຄວາມ​ປະ​ມາດ ເມົາ​ແລ້ວ​ຂັບ ບວກ​ກັບ​ສະພາບ​ເສັ້ນທາງ​ເປັນ​ຂຸມ​ເປັນ​ບໍ່ ແລະ ບາງ​ສາຍ​ມີ​ການ​ສ້ອມແປງ ຍິ່ງ​ເຮັດ​ໃຫ້ການ​ສັນຈອນ​ມີ​ຄວາມ​ສັບສົນ ການ​ເກີດ​ອຸບັດເຫດ​ໃນ​ແຕ່​ລະ​ຄັ້ງ​ມັນ​ໄດ້​ສົ່ງ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ຊີວິດ ວັດຖຸ ຈິດໃຈ ແລະ ອື່ນໆ.

ຂໍ້​ມູນ​ດັ່ງກ່າວ ແມ່ນ​ອີງ​ຕາມ​ບົດ​ສະຫຼຸບ​ການ​ເກີດ​ອຸບັດເຫດ​ຕາມ​ທ້ອງ​ຖະໜົນ​ປະຈຳ​ອາທິດ ຂອງ​ພະ​ແນກ​ຈະລາຈອນ​ນະຄອນຫຼວງ​ວຽງ​ຈັນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...