spot_img
Homeຂ່າວພາຍ​ໃນຫົວໜ້າໂຄສະນາອົບຮົມ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຫົວໜ້າໂຄສະນາອົບຮົມ ຕ້ອນຮັບຄະນະຜູ້ແທນຫວຽດນາມ

Published on

ຫົວໜ້າໂຄສະນາອົບຮົມ ຕ້ອນຮັບຄະນະຜູ້ແທນຫວຽດນາມ

 

ຕອນ​ແລງ​ວັນ​ທີ 20 ມີນາ 2013 ຜ່ານ​ມາ​ນີ້ ທີ່​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ທ່ານ ເຈືອງ ສົມບູນ​ຂັນ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ປະທານ​ສະພາ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ ຝຸງ​ດິງ​ຟູ ຮອງ​ປະທານ ຜູ້​ປະຈຳການ​ສະພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ພ້ອມ​ຄະນະ ເນື່ອງ​ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ແຕ່​ວັນ​ທີ 19-22 ມີນາ​ນີ້.

ໂອກາດ​ດັ່ງກ່າວ​ນີ້ ທ່ານ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ໄດ້​ສະແດງ​ຄວາມ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ຕີ​ລາ​ສູງ​ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ຂອງ​ຄະນະ​ຜູ້​ແທນ​ຂອງ​ສະພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ​ຄັ້ງ​ນີ້ ຈະ​ເປັນ​ການ​ສືບຕໍ່​ເພີ່ມ​ທະວີ​ການ​ພົວພັນ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ແບບ​ຮອບດ້ານ ລະຫວ່າງ​ສອງ​ພັກ-ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ໂດຍ​ສະເພາະ ລະຫວ່າງ​ສະພາ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ ກັບ​ສະພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ທີ່​ມີ​ມາ​ແລ້ວ​ນັ້ນ​ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກ.

ການ​ພົບ​ປະ​ທັງ​ສອງ​ໄດ້​ແລກປ່ຽນ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ໂດຍ​ສະເພາະ​ໄດ້​ພ້ອມ​ກັນ​ທົບ​ທວນຄືນ​ຜົນສຳເລັດ​ຂອງ​ການ​ຮ່ວມ​ມື​ເຊິ່ງ​ກັນ ແລະ ກັນ ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ປຶກສາ​ຫາລື ແລະ ແລກປ່ຽນ​ບາງ​ບັນຫາ​ທີ່​ສອງ​ຝ່າຍ​ໃຫ້​ຄວາມ​ສົນໃຈ ເປັນຕົ້ນ​ກໍ​ແມ່ນ​ການ​ຮ່ວມ​ມື​ກັນ​ໃນ​ວຽກ​ງານ​ຄົ້ນຄວ້າ​ທິດ​ສະ​ດີ ແລະ ວິທະຍາສາດ​ສັງຄົມ​ເຊິ່ງ​ກັນ ແລະ ກັນ.

ຂ່າວ​ແຈ້ງ​ຕື່ມ​ວ່າ: ໃນ​ວັນ​ທີ 21 ມີນາ 2013 ຄະນະ​ຜູ້​ແທນ​ດັ່ງກ່າວ ຍັງ​ໄດ້​ເຂົ້າ​ພົບ​ປະ​ກັບ​ທ່ານ ​ສຈ.​ດຣ. ກິ​ແກ້ວ ໄຂ​ຄຳ​ພິທູນ ຫົວໜ້າ​ສະ​ຖາ​ບັນ​ການເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ ຮອງ​ປະທານ​ສະພາ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ ທີ່​ສະ​ຖາ​ບັນ​ການເມືອງ ແລະ ການ​ປົກຄອງ​ແຫ່ງ​ຊາດ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...