spot_img
Homeຂ່າວຕ່າງປະເທດແຫ້ງແລ້ງຈັດ! ຊາວໄທຢູ່ແຂວງແພ່ ຈັດພິທີແຫ່ນາງແມວ ແຕ່ໃຊ້ແມວໂດເຣມອນ ແທນແມວແທ້!

ແຫ້ງແລ້ງຈັດ! ຊາວໄທຢູ່ແຂວງແພ່ ຈັດພິທີແຫ່ນາງແມວ ແຕ່ໃຊ້ແມວໂດເຣມອນ ແທນແມວແທ້!

Published on

z1_6

ເວັບຂ່າວ Kapook.com ຂອງໄທ ໄດ້ລາຍງານວ່າ ຊາວບ້ານວັງຫລວງ ເມືອງໜອງມ່ວງໄຂ່ ແຂວງແພ່ ປະເທດໄທ ໄດ້ພາກັນເຮັດພິທີແຫ່ນາງແມວເພື່ອຂໍຝົນ ເນື່ອງຈາກສະພາບອາກາດແຫ້ງແລ້ງຈັດ ໂດຍຊາວບ້ານໄດ້ນຳໃຊ້ຕຸກກະຕາໂດເຣມອນ ມາຂັງໄວ້ໃນກົງເພື່ອແຫ່ ແທນການນຳໃຊ້ແມວແທ້ ຍ້ອນຢ້ານແມວອາດເຈັບເປັນ ຖ້າຫາກໃຊ້ແມວແທ້ມາແຫ່ໃຫ້ຊາວບ້ານຫົດນ້ຳ ເນື່ອງຈາກແມວເປັນສັດທີ່ບໍ່ມັກນ້ຳ ຖ້າຫາກນຳເອົານ້ຳມາຫົດ ກໍອາດເຮັດໃຫ້ແມວເປັນພະຍາດປອດບວມ ເຖິງຂັ້ນເສຍຊີວິດໄດ້ ເຊິ່ງຜິດຕໍ່ກົດໝາຍວ່າດ້ວຍການຄຸ້ມຄອງສັດຂອງໄທ ຈິ່ງເຮັດໃຫ້ຊາວບ້ານນຳໃຊ້ຕຸກກະຕາໂດເຣມອນ ມາປະຍຸກໃຊ້ໃນພິທີກຳອັນເກົ່າແກ່ນີ້ແທນ.

z2_4 z3_1

ບົດຄວາມຫຼ້າສຸດ

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...

ການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ...

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...