spot_img
Homeຂ່າວການພັດທະນາລັດຖະມົນຕີວ່າການ ກະຊວງ ຍ.ທ.ຂ ຊີ້ແຈງ ການຄຸ້ມຄອງ - ນຳໃຊ້ລົດລັດທີ່ບໍ່ຖືກຕ້ອງ!

ລັດຖະມົນຕີວ່າການ ກະຊວງ ຍ.ທ.ຂ ຊີ້ແຈງ ການຄຸ້ມຄອງ – ນຳໃຊ້ລົດລັດທີ່ບໍ່ຖືກຕ້ອງ!

Published on

yotha

ເມື່ອທ້າຍອາທິດຜ່ານມານີ້, ທ່ານ ດຣ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການແລະ ຂົນສົ່ງ,​ ໄດ້ອອກມາຊີ້ແຈງຕອບຂໍ້ຂ້ອງໃຈຂອງປະຊາຊົນກ່ຽວກັບກໍລະນີການຄຸ້ມຄອງພາຫະນະຂອງລັດ, ພາຍຫລັງເຫັນວ່າມີຈຳ ນວນບໍ່ໜ້ອຍຖືກນຳໃຊ້ບໍ່ຖືກເປົ້າໝາຍເຊັ່ນ: ໃຫ້ລູກຂີ່ໄປໂຮງຮຽນ, ຈອດຕາມຮ້ານ ອາຫານ ແລະ ສະຖານບັນເທິງຕ່າງໆ, ເຊິ່ງນັບວ່າບໍ່ມີຄວາມເໝາະສົມ ແລະ ຕໍ່ບັນຫາດັ່ງກ່າວ, ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງກໍໄດ້ໃຫ້ຄຳຕອບຢ່າງກົງໄປກົງມາຕໍ່ປະກົດການທີ່ສັງຄົມມີຄວາມເປັນຫ່ວງວ່າ: ​ໃນໄລຍະຜ່ານມາສັງເກດເຫັນວ່າລົດທີ່ລັດຖະບານຈັດຊື້ເພື່ອປະກອບໃຫ້ບັນດາການນຳ ຫລືບັນດາກະຊວງຈັດຊື້ເພື່ອມາຮັບໃຊ້ວຽກພາຍໃນກະຊວງແລະ ລົດທີ່ນຳເຂົ້າມາຮັບໃຊ້ບັນດາໂຄງການຕ່າງໆຂອງລັດແມ່ນມີການປະກອບເອກະສານຄົບຖ້ວນແລະ ນຳເຂົ້າຖືກຕ້ອງຕາມຂັ້ນຕອນທີ່ກຳນົດ​​ໄວ້. ສຳລັບລົດທີ່ແຂວງອອກຂໍ້ຕົກລົງນຳເຂົ້າໃຫ້ແກ່ພະນັກງານ, ບັນດາຂະແໜງການຕ່າງໆພາຍໃນແຂວງກໍແມ່ນມີຈຳນວນບໍ່ໜ້ອຍທີ່ໄປຂໍຂຶ້ນທະບຽນກ່ອນແລະ ນຳໃຊ້​​ໃບທະບຽນຊົ່ວຄາວ, ຂະນະດຽວກັນກໍມີລົດຈຳນວນໜຶ່ງບໍ່ສາມາດປະກອບເອກະສານຄົບຖ້ວນໄດ້ເນື່ອງຈາກບໍ່ມີເອກະສານຈົດທະບຽນເປັນຊັບສິນຂອງລັດ, ບໍ່ມີໃບຢັ້ງຢືນການເສຍພາສີ, ​ເຊິ່ງໃນກໍລະນີນີ້ກະຊວງໂຍທາທິການແລະ ຂົນສົ່ງແມ່ນບໍ່ສາມາດພິມໃບທະບຽນຖາວອນໃຫ້ໄດ້. ສ່ວນລົດລັດທີ່ຂາຍນະໂຍບາຍໃຫ້ແກ່ພະນັກງານບຳນານ, ພະນັກງານຜູ້ທີ່ມີຜົນງານ ຫລື ສະສາງຂາຍອອກໃຫ້ບຸກຄົນທົ່ວໄປ, ພາຍຫລັງທີ່ໄດ້ຮັບສິດແລ້ວບໍ່ມາລົບລ້າງເອກະສານແລະ ຖອດປ້າຍ ໝາຍວ່າຍັງນຳໃຊ້ປ້າຍລັດເພື່ອເຄື່ອນໄຫວວຽກງານສ່ວນຕົວເຊິ່ງກໍລະນີດັ່ງກ່າວແມ່ນຍັງມີເປັນຈຳນວນຫລາຍ, ດັ່ງນັ້ນເພື່ອຈຳກັດແລະແກ້ໄຂການນຳໃຊ້ລົດລັດຄືດັ່ງກ່າວມານີ້ຈຶ່ງສະເໜີຫາທຸກພາກສ່ວນຕ້ອງເປັນເຈົ້າການຮ່ວມກັນໃນການກວດກາຕິດຕາມຍານພາຫະນະຂອງລັດທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ເຂັ້ມກວ່າເກົ່າ, ໂດຍສະເພາະ​​ໃນເມື່ອສະສາງຂາຍອອກແລ້ວກໍຄວນລົບລ້າງເອກະສານແລະ ປົດປ້າຍລັດອອກທັນທີ, ນອກນັ້ນກໍຕ້ອງຢຸດຕິການອອກອະນຸຍາດໃຫ້ລົດທີ່ບໍ່ຖືກຕ້ອງຂຶ້ນທະບຽນເປັນປ້າຍລັດຖະການເພື່ອຕັດຂັ້ນຕອນການນຳເຂົ້າພາຫະນະໃຫ້ກະທັດຮັດລົງທັງສະດວກໃນການຈັດຕັ້ງປະຕິບັດ ແລະໃນຕໍ່ໜ້າກະຊວງໂຍທາທິການແລະ ຂົນສົ່ງ ມີທິດຈະມອບວຽກກວດກາຜ່ານເຕັກນິກພາຫະນະນຳເຂົ້າໃຫ້ພາກສ່ວນພາສີປະຈຳດ່ານສາກົນເປັນຜູ້ຮັບຜິດຊອບເລີຍ,​ ເຊິ່ງການອະນຸຍາດນຳເຂົ້າຕ້ອງມີເປົ້າໝາຍນຳໃຊ້ໃນວຽກງານຂອງລັດແທ້ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບການວາງອອກ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...