ທາງການລາວ ຄາດໝາຍວ່າ ການລົງທຶນຂອງບັນດາບໍລິສັດເອກະຊົນຈີນ ໃນລາວ ຈະມີມູນຄ່າເພີ່ມຂຶ້ນ ເປັນຫຼາຍກວ່າ 7,000 ລ້ານໂດລາ ໃນປີ 2015 ນີ້ ສ່ວນການຄ້າສອງຝ່າຍກໍຈະມີມູນຄ່າຫຼາຍກວ່າ 4,000 ລ້ານໂດລາ.
ກອງປະຊຸມຄະນະກຳມາທິການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ເທັກນິກ ລະຫວ່າງລາວກັບຈີນ ຄັ້ງທີ 7 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນທ້າຍເດືອນພຶດສະພາທີ່ຜ່ານມາໄດ້ສິ້ນສຸດລົງດ້ວຍການທີ່ ທັງສອງຝ່າຍໄດ້ຕົກລົງ ທີ່ຈະເສີມຂະຫຍາຍການຮ່ວມມືທາງເສດຖະກິດລະຫວ່າງກັນ ຢ່າງໃກ້ຊິດ ແລະ ຮອບດ້ານ ໂດຍຈະຮ່ວມກັນສ້າງແຜນແມ່ບົດວ່າດ້ວຍການຮ່ວມມືດ້ານເສດຖະກິດ ແລະ ເທັກນິກສະບັບໃໝ່ ໃຫ້ແລ້ວສຳເລັດພາຍໃນປີ2015 ນີ້ ເພື່ອທີ່ວ່າ ຈະໄດ້ນຳໃຊ້ເປັນແຜນປະຕິບັດ ການຮ່ວມມື ລະຫວ່າງກັນໃນຊ່ວງປີ2016 ຫາ 2020 ຕໍ່ໄປ.
ໂດຍກອງປະຊຸມຄັ້ງນີ້ ຍັງໄດ້ສະເໜີລາຍງານດ້ວຍວ່າ ໃນປີ 2014 ທີ່ຜ່ານມາ ການຄ້າລະຫວ່າງລາວກັບຈີນ ໄດ້ຂະຫຍາຍຕົວເພີ້ມຂຶ້ນເຖິງ 31 ເປີເຊັນ ຖ້າທຽບໃສ່ປີ 2013 ດ້ວຍມູນຄ່າການຄ້າລວມເຖິງ 3,610 ລ້ານໂດລາ, ເຊີ່ງໃນນີ້ ແບ່ງເປັນການສົ່ງອອກສິນຄ້າຂອງລາວ ໄປຈີນ ໃນມູນຄ່າ 1,770 ລ້ານໂດລາ ເພີ້ມຂຶ້ນ 27 ເປີເຊັນ ທຽບກັບປີ 2013 ແລະ ລາວນຳເຂົ້າສິນຄ້າຈາກຈີນ ໃນມູນຄ່າ 1,840 ລ້ານໂດລາ ເພີ່ມຂຶ້ນ 7 ເປີເຊັນທຽບໃສ່ປີ 2013 ຊຶ່ງກໍເຮັດໃຫ້ຄາດໝາຍວ່າ ການຄ້າລາວ-ຈີນ ຈະມີມູນຄ່າຫຼາຍກວ່າ4,000 ລ້ານໂດລາ ໃນປີ 2015 ນີ້ອີກດ້ວຍ.
ສ່ວນການລົງທຶນຂອງບັນດາ ບໍລິສັດເອກະຊົນຈີນໃນລາວທັງໃນສ່ວນ ທີ່ເປັນການລົງທຶນຂອງຈີນ 100 ເປີເຊັນ ແລະ ຮ່ວມທຶນກັບເອກະຊົນລາວນັ້ນ ກໍມີຢູ່ເຖິງ 758 ໂຄງການ, ໂດຍມີມູນຄ່າ ການລົງທຶນຮ່ວມກັນ ຫຼາຍກວ່າ 6,600 ລ້ານໂດລາເມື່ອທ້າຍປີ 2014, ເຊີ່ງກໍເຮັດໃຫ້ທາງການລາວ ຄາດໝາຍວ່າການລົງທຶນຂອງຈີນ ໃນລາວຈະມີມູນຄ່າລວມຫຼາຍກວ່າ 7,000 ລ້ານໂດລາໃນປີ 2015 ນີ້ຢ່າງແນ່ນອນ ເນື່ອງຈາກວ່າ ໃນໄລຍະ 3 ເດືອນທຳອິດກໍຄື ເດືອນມັງກອນ ເຖິງເດືອນມີນາ ທີ່ຜ່ານມານີ້ ການລົງທຶນຂອງບໍລິສັດເອກະຊົນຈີນ ຢູ່ໃນລາວກໍໄດ້ເພີ່ມຂຶ້ນອີກ ໃນມູນຄ່າ 139 ລ້ານໂດລາ ທີ່ເປັນການລົງທຶນ ໃນພາກພະລັງງານ ແລະຂຸດຄົ້ນແຮ່ທາດ.
ແຕ່ເຖິງຢ່າງໃດກໍຕາມ ສຳຫລັບໃນດ້ານການຄ້ານັ້ນ ລາວກໍຍັງເປັນຝ່າຍທີ່ຂາດດຸນການຄ້າຕ່າງປະເທດ ມາໂດຍຕະຫລອດ ໂດຍກະຊວງອຸດສາຫະກຳ ແລະການຄ້າ ລາຍງານວ່າ ໃນໄລຍະ 6 ເດືອນທຳອິດຂອງແຜນການປີ 2014 ຫາ 2015 ກໍຄືນັບແຕ່ເດືອນຕຸລາ2014 ເຖິງເດືອນມີນາ 2015 ນີ້ ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 4,220 ລ້ານໂດລາ ໂດຍແບ່ງເປັນການສົ່ງອອກໃນມູນຄ່າ 1,790 ລ້ານໂດລາ ແລະ ນຳເຂົ້າສິນຄ້າຈາກຕ່າງປະເທດ ໃນມູນຄ່າ 2,430 ລ້ານໂດລາ ຄິດເປັນ 51.8 ເປີເຊັນ ຂອງແຜນການປີ ແລະ ເພີ່ມຂຶ້ນເຖິງ 22.9 ເປີເຊັນ ທຽບໃສ່ແຜນການປີ 2013 ຫາ 2014 ທີ່
ຜ່ານມາ.
ສຳຫລັບໃນໄລຍະແຜນການປະຈຳປີ 2014 ຫາ 2015 ນີ້ ທາງການລາວ ໄດ້ວາງຄາດໝາຍ ການຄ້າຕ່າງປະເທດໄວ້ ໃນມູນຄ່າລວມເຖິງ 8,868 ລ້ານໂດລາ ເຊີ່ງແບ່ງເປັນການ ສົ່ງອອກສິນຄ້າ ໄປຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມ ບໍ່ຫນ້ອຍກວ່າ 4,168 ລ້ານໂດລາ ແລະ ຄວບຄຸມການນຳເຂົ້າ ສິນຄ້າຈາກຕ່າງປະເທດ ໃຫ້ຢູ່ໃນ ມູນຄ່າລວມບໍ່ເກີນ 4,700 ລ້ານໂດລາ ເພື່ອເຮັດໃຫ້ລາວ ຂາດດຸນການຄ້າ ຕ່າງປະເທດ ບໍ່ເກີນ 532 ລ້ານໂດລາ.
ແຕ່ເຖິງຢ່າງໃດກໍຕາມ ການທີ່ທາງການລາວ ຈະສາມາດຄວບຄຸມ ການຂາດດຸນການຄ້າຕ່າງປະເທດ ໃຫ້ໄດ້ຕາມແຜນການດັ່ງກ່າວນີ້ ກໍບໍ່ແມ່ນເລື່ອງງ່າຍ ດັ່ງທີ່ທ່ານພູເພັດ ຄຳພູນວົງ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີລາວ ໄດ້ໃຫ້ການຊີ້ແຈງວ່າ:
“ສັງຄົມເຮົາ ປັດຈຸບັນນີ້ ເອີ້ນວ່າ ເປັນສັງຄົມທຸກຍາກ ແຕ່ກໍເຫັນວ່າ ຢູ່ໃນສັງຄົມເຮົາ ມີການນຳໃຊ້ສິນຄ້າ ແລະ ການບໍລິການທີ່ຫຼູຫຼາ ທີ່ຟຸມເຟືອຍຫຼາຍພໍສົມຄວນ ຄືພວກເຮົາເຫັນນຳກັນປະເພດລົດຍົນມີຂາຍຢ່າງຫຼວງຫຼາຍ ເປັນລົດທີ່ມີລາຄາແພງຊຶ່ງວ່າ ບັນດາປະເທດໃກ້ຄຽງບໍ່ທັນມີ ບາງທີຢູ່ບ້ານເຮົານີ້ ກະມີແລ້ວ ປະເພດເຫຼົ້າບໍ່ ຢາສູບບໍ່ ກະແມ່ນມີຢ່າງຫຼວງຫຼາຍ.”
ໂດຍລາວໄດ້ນຳເຂົ້ານ້ຳມັນເຊື້ອໄຟຫຼາຍກວ່າ 900 ລ້ານລິດໃນປີ 2013 ແລະ ເພີ່ມຂຶ້ນເປັນເກືອບເຖິງ 1,000 ລ້ານລິດໃນປີ 2014 ແລະຄາດວ່າ ຈະນຳເຂົ້າຫຼາຍກວ່າ 1,200 ລ້ານລິດໃນປີ 2015 ນີ້.