ໃນການແຂ່ງຂັນບານເຕະລາວພຣີເມຍລີກ ວັນພຸດ 24 ມິຖຸນາ 2015 ມີແຂ່ງຂັນ 2 ຄູ່ເປັນການພົບກັນລະຫວ່າງ ສະໂມສອນ ໄຟຟ້າລາວ ພົບກັບ ສະໂມສອນ ລາວໂຕໂຢຕ້າ ແຂ່ງຂັນຢູ່ທີ່ສະຫນາມສະໂມສອນ ລ້ານຊ້າງ stadium ເວລາ 18:00 ໂມງ, ແຂ່ງຂັນຄົບ 90 ນາທີ ຜົນປະກົດວ່າ ສະໂມສອນ ລາວໂຕໂຢຕ້າດສາມາດເອົາຊະນະ ສະໂມສອນ ໄຟຟ້າລາວ ໄປໄດ້ 3-1 ປະຕູເກັບໄດ້ເພີ່ມ 3 ຄະແນນ
ສ່ວນອີກ 1 ຄູ່ເປັນແຂ່ງຂັນລະຫວ່າງ ສະໂມສອນ ຮ່ວາງແອັງອັດຕະປື ພົບກັບ ສະໂມສອນ ສະຫວັນ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 ເວລາ 17:00 ໂມງ ແຂ່ງຂັນຄົບ 90 ນາທີ ຜົນປະກົດວ່າ ສະໂມສອນ ຮ່ວາງແອັງອັດຕະປື ສາມາດໄປຊະນະ ສະໂມສອນ ສະຫວັນ ໄປໄດ້ແບບສຸດມັນ 4-3 ປະຕູ ເກັບເພີ່ມອີກ 3 ຄະແນນ