spot_img
Homeຂ່າວເຫດການແຕ່ງ​ຕັ້ງ ທ່ານ ຄໍາ​ບຸນ​ນັດ ​ໄຊ​ຍະ​ນົນ ​​ເປັນລັດຖະມົນຕີ​ຊ່ວຍ​ ກະຊວງກະສິກໍາ-ປ່າໄມ້ຄົນ​ໃໝ່!

ແຕ່ງ​ຕັ້ງ ທ່ານ ຄໍາ​ບຸນ​ນັດ ​ໄຊ​ຍະ​ນົນ ​​ເປັນລັດຖະມົນຕີ​ຊ່ວຍ​ ກະຊວງກະສິກໍາ-ປ່າໄມ້ຄົນ​ໃໝ່!

Published on

taengtang

ພິທີ​ປະກາດ​ແຕ່ງ​ຕັ້ງທ່າ​ນ ຄໍາ​ບຸນ​ນັດ ​ໄຊ​ຍະ​ນົນ ​ເປັນ​ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ກະ​ສີ​ກໍາ ​ແລະ ປ່າ​​ໄມ້ຄົນ​ໃໝ່ຕາມ​ມະຕິກົມການເມືອງສູນ ກາງພັກ​ ແລະ ດໍາລັດ​ຂອງ​ນາຍົກລັດ ຖະມົນຕີ​ແຫ່ງ ສປປ ລາວ ໄດ້ມີຂຶ້ນໃນ​ວັນ​ທີ19 ມິຖຸນານີ້​, ຢູ່ກະຊວງ​ດັ່ງກ່າວ,​ ໂດຍ​ການ​ເຂົ້າ​ຮ່ວມ​ຂອງທ່ານວິ​ໄລ​ວັນພົມ​ເຂກໍາມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ກະ​ສີ​ກໍາ​ ແລະ ປ່າ​ໄມ້ ,ພ້ອມດ້ວຍພະນັກງຫລັກແຫລ່ງກະຊວງດັ່ງກ່າວ ເຂົ້າຮ່ວມຢ່າງ ຫລວງຫລາຍ.

ໃນ​ໂອກາດ​ນີ້,​ ລັດຖະມົນຕີ​ວ່າການ​ກະຊວງ​ກະ​ສີ​ກໍາ ​ແລະ ປ່າ​ໄມ້​ ໄດ້​ໃຫ້​ກຽດ​ໂອ້​ລົມຊີ້​ນໍາ​​ບາງ​ດ້ານໃຫ້ພະ ນັກງານຫລັກແຫລ່ງຂອງກະຊວງກະສິກໍາ-ປ່າໄມ້ຈົ່ງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນໍາໆ​ພາດ້ານ​ການ​ເມືອງ​ແນວ​ຄິດ​​ ແລະ ​ມີ​ຫລັກ​ໝັ້ນ​ການ​ເມືອງ​ໜັກແໜ້ນ, ຈັດ​ຕັ້ງ​ເຊື່ອມຊືມບັນດາ​ແນວທາງນະໂຍບາຍ, ມະຕິ, ຄໍາ​ສັ່ງ, ລະບຽບ​ກົດໝາຍ​ຢ່າ​ງ​ເປັນ​ປົກກະຕິ​ໃຫ້​ແກ່​ສະມາຊິກ​ພັກ, ນຳພາ ວຽກງານວິຊາສະເພາະ, ວຽກງານຄົ້ນຄວ້າ ໃນການເປັນເສນາທິການໃຫ້ຂັ້ນເທິງໃນການຈັດ ຕັ້ງຜັນ ຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດແນໃສ່ປະກອບສ່ວນເ ຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ປິດລົງຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ...

ພິທີເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ

ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ເມືອງວັງວຽງ ແຂວງວຽງຈັນ ແມ່ນໂຄງການຫນຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ພາຍໃຕ້ການສະຫນັບສະຫນູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2. ໃນວັນທີ 17 ຕຸລາ 2024 ທີ່ເມືອງວັງວຽງ,...

ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ...

ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ

ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ...