spot_img
Homeຂ່າວພາຍ​ໃນໂຮງໝໍແມ່ແລະເດັກແຫ່ງໃໝ່ ຈະເປີດໃຊ້ໃນທ້າຍເດືອນນີ້

ໂຮງໝໍແມ່ແລະເດັກແຫ່ງໃໝ່ ຈະເປີດໃຊ້ໃນທ້າຍເດືອນນີ້

Published on

10628246_651256291642516_2446680133687541832_n

ຂປລ. ໂຮງໝໍແມ່ ແລະ ເດັກແດງຂໍແຈ້ງເຖິງບັນດາພໍ່ແມ່ປະຊາຊົນ, ທະຫານ, ຕໍາຫລວດ ແລະ ຜູ້ໃຊ້ບໍລິການອື່ນໆຮັບຊາບວ່າ:ທາງໂຮງໝໍແມ່ ແລະ ເດັກແດງຫລັງເກົ່າຢູ່ບ້ານເກົ້າຍອດຈະປິດຮັບຄົນເຈັບ,ເກີດລູກ ແລະ ຜ່າຕັດປະສູດພະຍາດຍິງນັບແຕ່ວັນທີ 22 ມິຖຸນາ 2015 ເປັນຕົ້ນໄປເພື່ອຫ້າງຫາກະກຽມຍົກຍ້າຍໄປໃຊ້ບໍລິການຢູ່ໂຮງໝໍແຫ່ງໃໝ່ ແລະ ນັບແຕ່ວັນທີ 29 ມິຖຸນາ 2015 ຈະເປີດໃຫ້ບໍລິການຄົນເຈັບຄືນຢູ່ໂຮງໝໍແຫ່ງໃໝ່ຕັ້ງຢູ່ບ້ານໜອງພະຍາ.

11535818_1453322494984500_3911582430035486805_n

11401373_1453322498317833_2875124689332649981_n
ທ່ານ ຮອງສາດສະດາຈານ ດຣ ບົວວັນ ແສນສະຖິດ,ອຳນວຍການ ໂຮງໝໍແມ່ແລະ ເດັກແດງສູນກາງເປີດເຜີຍວ່າ: ຫລາຍປີຜ່ານມານີ້ ຈໍານວນຄົນເຈັບ ແລະ ແມ່ມານເຂົ້າມາໃຊ້ບໍລິການຢູ່ໂຮງໝໍຂອງພວກເຮົາມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈົນບາງຄັ້ງເຮັດໃຫ້ຄົນເຈັບລົ້ນໂຮງໝໍ ຂະນະທີ່ໂຮງໝໍແມ່ ແລະ ເດັກຫລັງເກົ່ານັ້ນມີຂະໜາດພຽງແຕ່ 70 ຕຽງນອນກັບສະພາບຊຸດໂຊມໜັກ ຂະນະທີ່ຄົນເຈັບ ແລະ ແມ່ມານເຂົ້າມາໃຊ້ບໍລິການເພື່ອປິ່ນປົວ ແລະ ອອກລູກສະເລ່ຍບໍ່ຕໍ່າກວ່າ 300 ຄົນຕໍ່ມື້. ໄລຍະຜ່ານພວກເຮົາໄດ້ຊອກທາງອອກເພື່ອແກ້ໄຂບັນຫາເຫລົ່ານັ້ນດ້ວຍການສຳສົ່ງຄົນເຈັບທີ່ລົ້ນໂຮງໝໍ ໄປໂຮງໝໍແຫ່ງຕ່າງໆຢູ່ນະຄອນຫລວງເພື່ອຮັບປະກັນໃຫ້ເຂົາເຈົ້າໄດ້ຮັບການປິ່ນປົວຢ່າງທົ່ວເຖິງ. ສະນັ້ນເພື່ອແກ້ໄຂ້ບັນຫາໄລຍະ ຍາວນັ້ນ ລັດຖະບານໄດ້ລົງທຶນກໍ່ສ້າງໂຮງໝໍແມ່ ແລະ ເດັກຫລັງໃໝ່ ເຊິ່ງເປັນໂຮງໝໍຂະໜາດໃຫຍ່ ມີຄວາມທັນສະໄໝ. ໂຮງໝໍແຫ່ງໃໝ່ນີ້ໄດ້ເລີ່ມກໍ່ສ້າງມາແຕ່ປີ 2013 ແລະ ຮອດປັດຈຸບັນ ແມ່ນສຳເລັດແລ້ວ 100% ແລະ ຈະເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 29 ມິຖຸນານີ້, ຄາດວ່າໂຮງໝໍແຫ່ງນີ້ ຈະສາມາດຕອບສະໜອງ ຄວາມຕ້ອງການຂອງຜູ້ມາໃຊ້ບໍລິການໄດ້ຢ່າງພຽງພໍ ແລະ ສາມາດແກ້ໄຂບັນຫາຄົນເຈັບລົ້ນໂຮງໝໍໄດ້ເປັນຢ່າງດີ. ໂຮງໝໍແຫ່ງນີ້ ສາມາດບັນຈຸຕຽງນອນຄົນເຈັບໄດ້ຫລາຍກວ່າ 150 ຕຽງ, ມີອຸປະກອນ ການແພດທີ່ທັນສະໄໝ ເລະ ມີສິ່ງອຳນວຍຄວາມສະດວກອື່ນໆ ເຊິ່ງຕັ້ງຢູ່ບ້ານໜອງພະຍາ, ເມືອງໄຊທານີ ນະຄອນຫລວງວຽງຈັນ.

1508648_651256261642519_8862083190671891775_n

 

ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...