ໃນການແຂ່ງຂັນບານໂລກຮອບຄັດເລືອກນັດທີ 2 ກຸ່ມ G, ທີມຊາດລາວ ພົບກັບ ທີມຊາດເລບານອນ, ຈົບການແຂ່ງຂັນລົງໄປທີມຊາດລາວເສຍປະຕູໄປ 0-2 ປະຕູໃຫ້ກັບທີມຊາດເລບານອນ, ເຊີ່ງໃນປະຈຸບັນອັນດັບ 1 ຂອງກຸ່ມແມ່ນທີມຊາດ ເກົາຫຼີໃຕ້ ລົງແຂ່ງ 1 ນັດ ມີ 3 ຄະແນນ, ອັນດັບ 2 ແມ່ນທີມຊາດເລບານອນ ລົງແຂ່ງ 1 ນັດ ມີ 3ຄະແນນ, ອັນດັບ 3 ແມ່ນທີມຊາດຄູເວດ ລົງແຂ່ງ 1 ນັດ ມີ 3 ຄະແນນ, ອັນດັບ 4 ແມ່ນທີມຊາດລາວ ລົງແຂ່ງ 2 ນັດ ມີ 1 ຄະແນນ, ແລະ ອັນດັບ 5 ແມ່ນທີມຊາດມຽນມາ ລົງແຂ່ງ 2 ນັດ ມີ 1 ຄະແນນ ແລະ ໃນນັດຕໍ່ໄປທີມຊາດລາວຈະພົບກັບທີມຊາດຄູເວດ ໃນວັນທີ 18 ກັນຍາ 2015 ເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16
ຜົນການແຂ່ງຂັນບານໂລກຮອບຄັດເລືອກຂອງທີມຊາດລາວ
1590
ບົດຄວາມຫຼ້າສຸດ
ຂ່າວຕ່າງປະເທດ
ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ
ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1)
ໃນວັນທີ 3 ພະຈິກ...
ຂ່າວຕ່າງປະເທດ
ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ
ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...
ຂ່າວຕ່າງປະເທດ
ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030
ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...
ຂ່າວຕ່າງປະເທດ
ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ
ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້.
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...










