spot_img
Home​ຂ່າວທ່ອງທ່ຽວລາວ ຈະພັດທະນາ ພູ​ເບ້ຍ ໃນແຂວງ ໄຊຊົມບູນ ໃຫ້ເປັນ ແຫຼ່ງທ່ອງທ່ຽວ ທຳມະຊາດ

ລາວ ຈະພັດທະນາ ພູ​ເບ້ຍ ໃນແຂວງ ໄຊຊົມບູນ ໃຫ້ເປັນ ແຫຼ່ງທ່ອງທ່ຽວ ທຳມະຊາດ

Published on

8CEE848A-89B2-41D5-8F9D-E7CB1B62F46D_mw1024_s_n

ພູ​ເບ້ຍ ເປັນ​ພູ​ສູງ​ທີ່​ສຸດ​ ໃນແຂວງໄຊສົມບູນ ທາງພາກເໜືອຂອງລາວ ທີ່ເປັນສະຖານທີ່ ທາງການລາວ ຈະພັດທະນາ ໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດ.

ທາງ​ການ​ແຂວງ​ໄຊ​ສົມບູນ ດຳ​ເນີນ​ການ​ເກັບ​ຂໍ້​ມູນ ​ແລະ ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ພັດທະນາ​ເຂດ​ພູ​ເບ້ຍ ​ໃຫ້​ເປັນ​ເຂດ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ​ແລະ​ ສະຖານ​ທີ່​ພັກຜ່ອນ​ຕາກ​ອາກາດ​ສຳ​ຫລັບ​ນັກ​ທ່ອງ​ທ່ຽວ.

ທ່ານ​ສົບ​ບັດ ​ເຢຍ​ລິ​ເຮີ ​ເຈົ້າ​ແຂວງ ​ແລະ​ເລຂາ​ພັກ​ແຂວງ​ໄຊ​ສົມບູນ ຖະ​ແຫລ​ງຢືນຢັນ​ທາງ​ການ​ແຂວງ​ໄຊ​ສົມບູນ ​ໄດ້​ເລີ້ມ​ດຳ​ເນີນ​ການ​ເກັບ​ກຳ​ຂໍ້​ມູນ ​ແລະ​ ສຶກສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ພັດທະນາ​ເຂດ​ພູ​ເບ້ຍ ​ໃຫ້​ເປັນ​ເຂດ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ທີ່​ດີ​ທີ່​ສຸດ​ແຫ່ງ​ໜຶ່ງ​ໃນ​ລາວ ​ເພື່ອ​ຮອງ​ຮັບ​ນັກ​ທ່ຽວ​ທັງ​ໃນ​ລາວ ​ແລະ​ຈາກ​ຕ່າງປະ​ເທດ​ເມື່ອ​ບໍ່​ນານ​ມາ​ນີ້.

​ໂດຍ​ການ​ເກັບ​ກຳ​ຂໍ້​ມູນ​ທີ່​ກຳລັງ​ດຳ​ເນີນ​ຢູ່​ໃນ​ເວລາ​ນີ້ ຍັງ​ລວມ​ໄປ​ເຖິງ​ການ​ສຶກສາຄົ້ນຄວ້າທີ່​ກ່ຽວ​ກັບ​ປະວັດ​ຄວາມ​ເປັນ​ມາ ​ແລະ​ສະພາບ​ພື້ນ​ທີ່​ຂອງ​ພູ​ເບ້ຍ​ຢ່າງ​ລະອຽດ ​ເພື່ອ​ໃຊ້​ເປັນ​ຂໍ້​ມູນ ທີ່​ສຳຄັນ​ໃຫ້​ແກ່​ການວາງ​ແຜນ​ພັດທະນາ ທີ່​ສອດ​ຄ້ອງ ກັບ​ຊັບພະຍາກອນ​ທຳ​ມະ​ຊາດ​ໃນ​ພື້ນ​ທີ່ ​ໂດຍ​ສະ​ເພາະ ​ແມ່ນ​ການ​ທີ່​ພູ​ເບ້ຍ ​ເປັນ​ພູ​ສູງ​ທີ່​ສຸດ​ໃນ​ລາວ ທັງ​ຍັງ​ມີ​ປ່າ​ໄມ້​ປົກ​ຫຸ້ມ​ໜາ​ແໜ້ນ ອາກາດ​ບໍລິສຸດ ​ແລະ​ທິວ​ທັດ​ງົດ​ງາມ​ດ້ວຍ​ນັ້ນ ຈຶ່ງ​ເໝາະ​ສົມ​ຢ່າງ​ຍິ່ງ ທີ່​ຈະ​ເປັນ​ສະຖານ​ທີ່​ພັກຜ່ອນ​ຕາກ​ອາກາດ​ສຳ​ຫລັບ​ນັກ​ທ່ອງ​ທ່ຽວ.

ລາວໂພສຕ໌
ທິວທັດດ້ານເທິງຂອງແຂວງໄຊສົມບູນ
ແຕ່​ຢ່າງ​ໃດ​ກໍຕາມ ທ່ານ​ສົມບັດ ຍອມຮັບ​ວ່າ ທາງ​ການ​ແ​ຂວງ​ໄຊ​ສົມບູນ​ມີ​ງົບ​ປະມານ​ຢ່າງ​ຈຳກັດ​ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ສົ່ງ​ເສີມ​ການ​ລົງທຶນ ຂອງ​ພາກ​ເອກະ​ຊົນ​ທັງ​ໃນ​ລາ​ວ ​ແລະ​ຈາກ​ຕ່າງປະ​ເທດ​ເປັນຫຼັກ ​ໂດຍ​ສະເພາະ​ແມ່ນ​ການ​ລົງທຶນ​ສ້າງ​ພື້ນຖານ​ໂຄງ​ຮ່າງ ຊຶ່ງ​ທາງ​ການ​ແຂວງ​ໄຊ​ສົມບູນ ກໍ​ໄດ້​ລົງ​ນາມ ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ ຮ່ວມ​ກັບ​ບໍລິສັດ Green Partner Holdingຈາກ​ປະ​ເທດ​ຈີນ​ເມື່ອ​ບໍ່​ນານ​ມາ​ນີ້.

ໂດຍ​ບໍລິສັດ​ດັ່ງກ່າວ​ຈະ​ລົງ​ທຶນ​ໃຫ້​ກ່ອນ ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງລ່າງ​ຢູ່​ໃນ​ແຂວງ​ໄຊສົມບູນ ​ແຕ່ລັດຖະບານ​ລາວຈະ​ຕ້ອງ​ຜ່ອນ​ຊຳລະ​ໃຫ້​ຄືນ​
ພ້ອມ​ດອກ​ເບ້ຍ​ທັງ​ໝົດ​ພາຍ​ໃນ 15 ປີ ​ແລະ​ສາມາດ​ຈະ​ຜ່ອນ​ຊຳລະ​ດ້ວຍ​ການ​ຫັກ​ຈາກ​ຜົນ​ປະ​ໂຫຍ​ດ​ໃນ​ໂຄງການ​ເຂື່ອນ​ທີ່ ບໍລິສັດ​ຈີນ​ລົງທຶນ​ໃນ​ລາວ ​ໄດ້​ດ້ວຍ.

Laopost.com
ທ່ານ ສົມບັດ ເຢຍລີເຮີ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ
​ໂດຍ​ການ​ພັດທະນາ​ລະບົບ ພື້ນຖານ​ໂຄງ​ລ່າງ​ໃນ​ແຂວງ​ໄຊ​ສົມບູນ ​ໄດ້​ແບ່ງ​ເປັນ 2 ​ໄລຍະ​ດ້ວຍ​ກັນ ຄື ​ໄລຍະ​ທີ 1 ​ໃນ​ຊ່ວງ​ປີ 2014 ຫາ 2015 ​ແລະ ​ໄລຍະ​ທີ 2 ​ໃນຊ່ວງ​ປີ 2016 ຫາ 2020 ທີ່​ຈະ​ເປັນ​ການ​ດຳ​ເນີນ​ງານ ພາຍ​ໃຕ້​ແຜນ​ແມ່​ບົດ ທີ່​ວ່າ​ດ້ວຍ​ຍຸດ​ທະ​ສາດ ​ແລະ​ວິ​ໄສ​ທັດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ຕາມ​ທີ່ອົງການ​ກຄອງ​ແຂວງ​ໄຊ​ສົມບູນ​ຕ້ອງການ ​ເຊັ່ນ ການ​ສຳ​ຫລວດ​ອອກ​ແບບ​ການ​ພັດທະນາ ​ແລະ ລົງທຶນ​ໃນ​ຂົງ​ເຂດ​ການ​ຜະລິດ​ສິນຄ້າ​ກະສິກຳ ການ​ສຳ​ຫລວດ​ອອກ​ແບບ ​ແລະ ລົງທຶນ​ໃນ​ການ​ກໍ່ສ້າງ​ຂົວ-ທາງ ສຳນັກງານ​ຂອງ​ລັດ ການ​ກໍ່ສ້າງ​ຕົວ​ເມືອງ​ໃໝ່ ສະໜາມ​ບິນ ລະບົບ​ໄຟຟ້າ ​ແລະ​ນ້ຳປະປາ ​ເປັນຕົ້ນ ​ໂດຍ​ທີ່​ທາງ​ຝ່າຍ​ບໍລິສັດ​ຂອງ​ຈີນ ກໍ​ຈະ​ລົງທຶນ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ຄຽງ​ຄູ່​ກັນ​ໄປ. ແຕ່​ດ້ວຍ​ເຫດ​ທີ່​ລັດຖະບານ​ລາວ​ບໍ່​ມີ​ງົບປະມານ ຈຶ່ງ​ຕ້ອງ​ໃຫ້​ບໍລິສັດ​ຈີນ ​ເປັນ​ຜູ້​ລົງທຶນ​ໃຫ້​ກ່ອນ​ທັງໝົດ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ແຂວງ​ໄຊ​ສົມບູນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ພວກ​ເຮົາ​ບໍ່​ທັນ​ໄດ້​ມີ​ການ​ກະກຽມ​ ບຸ​ກຄະລາ​ກອນ​ພຽງພໍ ​ແລ້ວກະ​ທຶນຮອນ ​ເພື່ອ​ຈັດ​ຕັ້ງປະຕິ​ບັດ ​ແລະ​ກໍ​ບໍ່​ທັນ​ມີ​ແບບ​ສະບັບ​ວ່າ ຈະ​ເຮັດແນວ​ໃດ ຈະ​ໃຫ້​ກຳນົດ​ຄົນ​ໃສ່​ນີ້ ຊິໄດ້ ​ແຕ່​ວ່າ ​ເອົາ​ຄົນ​ທີ່​ຮູ້ຈັກ​ເຮັດ​ວຽກ​ແຕ່​ລະ​ວຽກ​ຫັ້ນ ມີ​ບັນຫາ ​ເພາະວ່າ​ລະດັບ​ການ​ສຶກສາ​ຂອງ​ຄົນ​ເຮົາ​ນີ້ ກໍ​ບໍ່​ທັນ​ສູງ ປະສົບ​ການ​ກໍບໍ່ທັນຫຼາຍ ຈັ່ງຊັ້ນ​ແລ້ວ ພວກ​ເຮົາ​ກະ​ເຫັນ​ວ່າ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຢູ່.”

ນອກຈາກ​ນີ້ ບໍລິສັດ​ຈີນ​ຍັງ​ຈະ​ພັດທະນາ​ເມືອງ​ລ່ອງ​ແຈ້ງ ​ເມືອງ​ອະນຸວົງ ​ແລະ​ເມືອງ​ຮົ່ມ ​ເປັນ​ເຂດ​ທ່ອງ​ທ່ຽວ​ວັດທະນະທຳ ​ແ​ລະ​ທຳ​ມະ​ຊາດ ​ໂດຍ​ຈະ​ສ້າງ​ບ້ານ​ພັກ​ຕາກ​ອາກາດ ທີ່​ມີ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຢ່າງ​ຄົບ​ຊຸດ​ ເພື່ອ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ ທີ່​ມີ​ຖານະ​ດີ​ຈາກ​ຈີນ​ໃຫ້​ໄດ້​ຖຶງ 20,000 ຄອບຄົວ​ໃນ​ແຕ່ລະ​ປີ.

ທັງ​ນີ້​ລັດຖະບານ​ລາວ ​ໄດ້​ປະກາດ​ສ້າງຕັ້ງ​ແຂວງ​ໄຊ​ສົມບູນ ຢ່າງ​ເປັນ​ທາງ​ການ​ເມື່ອວັນ​ທີ 31 ທັນວາ 2013 ​ໂດຍ​ປະກອບ​ດ້ວຍ 5 ​ເມືອງ​ຄື ​ເມືອງ​ຮົ່ມ ທ່າ​ໂທມ ອະນຸວົງ ລ່ອງ​ຊານ ລ່ອງ​ແຈ້ງ ​ແລະ​ມີ​ປະຊາກອນ​ທັງໝົດ 81,801 ຄົນ​ ໃນ​ພື້ນ​ທີ່​ປົກຄອງ​ກວ້າງ​ກວ່າ 8,500 ກິ​ໂລ​ແມັດ​ມົນທົນ.

 

ຂອບໃຈຂ່າວຈາກ: ວິທະຍຸ VOA
ອ່ານລາຍລະອຽດຂອງຂ່າວນີ້ຈາກລີ້ງນີ້: http://lao.voanews.com/content/saysomboun-authorities-develops-phoubia-to-be-natural-site-for-tourism/2821425.html

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...