Homeຂ່າວພາຍ​ໃນຫຼຸດ!ຊຸດໃໝ່ເຊວຊີໃນຊີຊັ່ນໜ້າ

ຫຼຸດ!ຊຸດໃໝ່ເຊວຊີໃນຊີຊັ່ນໜ້າ

Published on

ຄວາມເຄື່ອນໄຫວຂອງທີມຖີ່ນສະແຕມຟອດ ບຣິຈ ຫຼ້າສຸດມີມືດີນຳເອົາຮູບພາບເສື້ອທີ່ອ້າງວ່າເປັນຂອງທີມເຊວຊີໃຫ້ໄດ້ເຫັນທົ່ສັງຄົມອອນໄລແລ້ວໃນຕອນນີ້, ພ້ອມທັງລະບຸວ່າຊຸດນີ້ແມ່ນຈະໃສ່ລໄງສະໜາມສຳລັບລະດູການ 2015/2016 ມີທັງແບບໃນບ້ານແລະນອກບ້ານ ໂດຍໂຢໂກຮາມາ ບໍລິສັກຜະລິດຢາງລົດຊື່ດັງຂອງຢີ່ປຸ່ນຈະເຂົ້າມາແທນທີ່ ຊັມຊຸງ ແບຣນຊື່ດັງຈາກເກົາຫຼີໃຕ້ເປັນເວລາ 5 ປີ

06143

ເຊີ່ງລັກສະນະຂອງເສື້ອທີ່ຫຼຸດອອກມາ ຊຸດຫຼີ້ນໃນບ້ານຍັງເນັ້ນສີຟ້າ ມີລາຍຂີດແຕ່ເທິງລົງລຸ່ມ ຄໍເສື້ອແລະແຂນເສື້ອມີລາຍຂາວແຊກແດງ ບ່າເປັນແຖບ 3 ຂີດ ໜ້າເອິກເບື້ອງຊ້າຍແມ່ນໂລໂກ້ສະໂມສອນ ແລະ ໜ້າເອິກແມ່ນໂລໂກ້ສະປອນເຊີ, ສ່ວນຊຸດຫຼີ້ນນອກບ້ານເນັ້ນສີຂາວ ລະຫວ່າບ່າເປັນແຖບສີຟ້າ ປາຍແຂນມີສີຟ້າສະຫຼັບແດງ ແລະ ຊຸດແບບທີ 3 ເປັນສີດຳສະຫຼັບຂາວທີ່ບ່າແລະແຂນເສື້ອ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...

ຮັກສາສິ່ງແວດລ້ອມ! ບໍ່ແຮ່ໃຕ້ດິນ ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໜ້າດິນຮັກສາໜ້າດິນ.

ອີງຕາມ Lane Xang Minerals Limited Companyໃນວັນທີ 30 ກໍລະກົດ 2026 ທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ, ສປປ ລາວ ບໍລິສັດ...