spot_img
Homeຂ່າວຕ່າງປະເທດຊາວຍະໂສທອນ ນິມົນພຣະໄລ່ຜີປອບ! ຫລັງຊາວບ້ານເສຍຊີວິດ 5 ຄົນ ພາຍໃນເດືອນດຽວ!

ຊາວຍະໂສທອນ ນິມົນພຣະໄລ່ຜີປອບ! ຫລັງຊາວບ້ານເສຍຊີວິດ 5 ຄົນ ພາຍໃນເດືອນດຽວ!

Published on

139918

ເວັບຂ່າວ Kapook.com ຂອງໄທ ໄດ້ລາຍງານໃນວັນທີ 12 ມິຖຸນາຜ່ານມານີ້ວ່າ ຊາວບ້ານໃນບ້ານດອນໝາກຍາງ ຕາແສງຕາດທອງ ເມືອງຍະໂສທອນ ແຂວງຍະໂສທອນ ປະເທດໄທ ໄດ້ຮວມຕົວກັນນິມົນພຣະຄູສີນສາຣາພອນ ມາແຕ່ແຂວງຮ້ອຍເອັດ ເຊິ່ງເປັນພຣະທີ່ຊ່ຽວຊານດ້ານໄສຍະສາດ ມາເຮັດພິທີໄລ່ຜີປອບຢູ່ພາຍໃນບ້ານ ເນື່ອງຈາກຊາວບ້ານເກີດຄວາມບໍ່ສະບາຍໃຈ ເມື່ອມີຄົນລົ້ມຕາຍຕິດຕໍ່ກັນເຖິງ 5 ຄົນ ພາຍໃນເດືອນດຽວ ທັງໆທີ່ບາງຄົນກໍມີສຸຂະພາບແຂງແຮງດີ ຊາວບ້ານຈິ່ງເຊື່ອວ່າເກີດຈາກຜີປອບມາເອົາ ບາງຄົນກໍໄດ້ໄປຫາໝໍດູເບິ່ງໃຫ້ ໝໍດູກໍທັກທ້ວງວ່າເປັນຝີມືຂອງຜີປອບ ແລະ ມັນຍັງຈະເອົາຊີວິດຂອງຊາວບ້ານໄປອີກເພີ່ມເຕີມ ຈິ່ງເຮັດໃຫ້ຊາວບ້ານໄດ້ປຶກສາກັນ ແລ້ວໄປນິມົນເອົາພຣະທີ່ຊ່ຽວຊານໃນດ້ານນີ້ ມາຊ່ວຍທຳພິທີໃຫ້ ເພື່ອຄວາມສະບາຍໃຈ.

139915

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...