spot_img
Homeຂ່າວພາຍ​ໃນກະຊວງການຕ່າງປະເທດແຕ່ງຕັ້ງ ບັນດາຫົວໜ້າກົມຄົນໃໝ່

ກະຊວງການຕ່າງປະເທດແຕ່ງຕັ້ງ ບັນດາຫົວໜ້າກົມຄົນໃໝ່

Published on

11406784_1451818371801579_3861865080666793028_n
ຂປລ. ໃນວັນທີ 12 ມິຖຸນາ 2015 ນີ້ຢູ່ກະຊວງການຕ່າງປະເທດໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ວິໂຣດ ສູນດາລາ ຫົວໜ້າກົມເສດຖະກິດຜູ້ເກົ່າ ແລະ ທ່ານ ສົງການ ຫລວງມຸນິນ ທອນ ຫົວໜ້າກົມເສດຖະກິດຜູ້ໃໝ່ ແລະ ມອບ-ຮັບໜ້າທີ່ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ໄມ ໄຊຍະວົງ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ ຜູ້ເກົ່າ ແລະ ທ່ານ ວິໂຣດ ສູນດາລາ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາຜູ້ໃໝ່ ໂດຍການໃຫ້ກຽດ ເຂົ້າຮ່ວມຂອງທ່ານ ດຣ. ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ມີບັນດາຄະ ນະນໍາ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານທີ່ກ່ຽວຂ້ອງກະຊວງການຕ່າງປະເທດເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ດຣ. ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາວຽກງານ ໃຫ້ແກ່ບັນດາຫົວໜ້າກົມ ຈົ່ງພ້ອມກັນເອົາໃຈໃສ່ຊີ້ນໍາໆພາ ດ້ານການເມືອງແນວຄິດ ໃຫ້ແກ່ພະນັກ ງານ ໃຫ້ມີຫລັກໝັ້ນການເມືອງໜັກແໜ້ນ, ນຳພາວຽກງານວິຊາສະເພາະ, ວຽກງານຄົ້ນຄ້ວາໃນ ການເປັນເສນາທິການໃຫ້ຂັ້ນເທິງ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະ ໂຍບາຍການຕ່າງປະ ເທດຂອງພັກ-ລັດ ກໍຄື ການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານການ ຕ່າງປະເທດ ຄັ້ງທີ 12 ໃຫ້ປະກົດຜົນເປັນຈິງ ແນໃສ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ແລະ ການເຊື່ອມໂຍງເຂົ້າໃນພາກພື້ນ ແລະ ສາກົນຂອງປະເທດເຮົາ ໃນໄລຍະໃໝ່.

ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນທີ່ຍັງບໍ່ທັນສໍາເລັດ 16 ໜ້າວຽກ ໃນວາລະການດຳເນີນກອງປະຊຸມໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ...

ແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ວັນທີ 10 ມີຖຸປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນນາ 2025 ຜ່ານມາ, ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ,...

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...