spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດຂົນສົ່ງສິນຄ້າ ປິ້ນຢູ່ພູຜາມ່ານ 2 ຄັນ

ລົດຂົນສົ່ງສິນຄ້າ ປິ້ນຢູ່ພູຜາມ່ານ 2 ຄັນ

Published on

12 ມິຖຸນາ 2015: ເວລາປະມານ 12:00 ມີເຫດລົດຂົນສົ່ງຂອງ ຫວຽດນາມ ປີ້ນສອງຄັນທີ່ທາງ ເລກ 8, ທີ່ເຂດ ພູຜາມ່ານ (ທາງຫຼັກຊາວ, ແຂວງບໍລິຄຳໄຊ). ລົດຄັນທຳອິດແມ່ນປີ້ນຂວາງທາງ ແລະ ອີກຄັນ ແມ່ນປີ້ນທີ່ຂ້າງທາງ ເຊິ່ງຫ່າງຈາກ ຄັນທຳອິດໄປ 150 ແມັດ.
ເຫດການດັ່ງກ່າວ ເຮັດໃຫ້ເສັ້ນທາງ ເກີດອຳມະພາດດົນກວ່າ 2 ຊົ່ວໂມງ ຈິ່ງສາມາດ ຍ້າຍລົດອອກ ແລະ ໃຫ້ການສັນຈອນສາມາດໄປໄດ້. ແລະບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດແຕ່ຢ່າງໃດ.
ບັນຫາອຸບັດຕິເຫດ ຕາມເສັ້ນທາງນີ້ ຖືວ່າເກີດຂຶ້ນຫຼາຍຄັ້ງ ເນື່ອງຈາກ ເປັນທາງຄົດໂຄ້ງ ຜ່ານພູສູງ ແລະຊັນ ແຕ່ມີລົດຂົນສົ່ງຂະໜາດໃຫຍ່ ແລະ ຍາວ ຜ່ານເປັນຈຳນວນຫຼວງຫຼາຍ, ບວກກັບຜູ້ຂັບລົດຕ່າງຊາດ ບາງຄົນບໍ່ລຶ້ງເສັ້ນທາງ ຈິ່ງພາໃຫ້ເກີດອຸບັດຕິເຫດ. ດັ່ງນັ້ນ, ນັກຂັບຂີ່ ຈຶ່ງຄວນຂັບຂີ່ດ້ວຍຄວາມລະມັດລະວັງ.
10409685_475516029278716_1765925629764812916_n 10915257_475516075945378_5189676118985022998_n 11201920_475516042612048_7061573693296280855_n 11427227_475516092612043_728563192431954241_n
ພາບແລະຂ່າວ: ນັກຂ່າວສັນຈອນ ວົງດາລາ ໄຊຍະ ແລະໂທລະໂຄ່ງ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...