spot_img
Homeຂ່າວການພັດທະນາລົງນາມແລ້ວ! ໂຄງການຊ່ວຍເຫລືອລ້າ ສ້າງຂົວນ້ຳງື່ມ ແລະ ຮ່ອງແຊງ ຈາກບໍລິສັດລາວເວີນ!

ລົງນາມແລ້ວ! ໂຄງການຊ່ວຍເຫລືອລ້າ ສ້າງຂົວນ້ຳງື່ມ ແລະ ຮ່ອງແຊງ ຈາກບໍລິສັດລາວເວີນ!

Published on

20150611140851

ເພື່ອ​ເປັນ​ການ​ອຳນວຍ​ຄວາມສະດວກ​ແກ່​ການ​ສັນຈອນ​ພາຍໃນ​ຕົວ​ເມືອງ ໂດຍ​ສະເພາະເຂດຄອງ​ລະບາຍ ເຂດ​ບ້ານ​ໂພນ​ພະເນົາ ແລະ ຂົວ​ຂ້າມ​ນ້ຳ​ງື່ມ ບ້ານນາ​ບົງ-ບ້ານ​ທ່າ​ກົກ​ໄຮ ເຊິ່ງ​ທັງສອງ​ໂຄງການ​ນີ້ ​ແມ່ນ​ເປັນ​ຈຳນວນ​ເງິນ​ມະຫາສານ​ເກືອບ 150 ຕື້​ກີບ ເປັນ​ການ​ຊ່ວຍເຫຼືອ​ລ້າ ​ພາຍຫຼັງ​ການ​ສຳເລັດ​ຈະ​ມອບ​ໃຫ້​ກັບ​ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງ​ຈັນ ເປັນ​ຜູ້​ຄຸ້ມ​ຄອງ.

ພິທີ​ເຊັນ​ສັນຍາ​ໂຄງການ​ຊ່ວຍເຫຼືອ​ລ້າ ​ກໍ່ສ້າງ​ຂົວ​ທາງນ້ຳ​ງື່ມ ບ້ານ​ນາ​ບົງ-ບ້ານ​ທ່າ​ກົກ​ໄຮ ເມືອງ​ປາກ​ງື່ມ ແລະ ເສັ້ນທາງພ້ອມ​ດ້ວຍ​ຂົວ​ຂ້າມ​ຮ່ອງ​ແຊງ ເມືອງ​ໄຊ​ເຊດ​ຖາ ລະຫວ່າງນະຄອນ​ຫຼວງ​ວຽງ​ຈັນ ແລະ ບໍລິສັດ ລາວ​ເວີນວິ​ສາ​ຫະ​ກຳ ແລະ ກໍ່ສ້າງ​ຂົວ​ທາງ ຈຳກັດ ໄດ້​ຈັດ​ຂຶ້ນຕອນ​ແລງ​ວັນ​ທີ 11 ມິຖຸນາ 2015 ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ຮ່ວມລົງ​ນາມລະຫວ່າງທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງນະຄອນຫຼວງ ແລະ ທ່ານ ສັກ​ໄຊ ວົງ​ມາລາ​ສິດ (ປີ​ເຕີ​ຈັນ) ປະທານບໍລິສັດ ລາວ​ເວີນວິ​ສາ​ຫະ​ກຳ ແລະ ກໍ່ສ້າງ​ຂົວ​ທາງ ຈຳກັດ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກຂີພິຍານ​ຂອງ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກ​ລັດ​ຖະມົນຕີ ມີ​ບັນດາ​ທ່ານ​ລັດຖະມົນຕີວ່າການ ຊ່ວຍ​ວ່າການ ຮອງ​ເຈົ້າຄອງ ຫົວໜ້າ​ກົມ ຫົວໜ້າ​ພະແນກ ເຈົ້າເມືອງ ນັກທຸລະກິດ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ.

ການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳ​ງື່ມ​ເຂດ ບ້ານ​ນາ​ບົງ-ບ້ານ​ທ່າ​ກົກ​ໄຮ ເຮັດດ້ວຍ​ເບ​ຕົງ​ເສີມ​ເຫຼັກ ມີ​ຄວາມຍາວ​ປະມານ 220 ແມັດ ໜ້າຂົວ​ກວ້າງ 11 ແມັດ ລວມ​ທາງຄົນ​ຍ່າງ 2 ເບື້ອງ ເບື້ອງ​ລະ 1,5 ແມັດ ມີ​ການ​ປະດັບ​ປະດາ​ປ້າຍສັນຍານ​ທາງ​ຄົບ​ຊຸດ ລວມ​ມູນຄ່າ​ການ​ກໍ່ສ້າງ 105 ຕື້​ກີບ ເຊິ່ງໂຄງການ​ດັ່ງກ່າວ ​ຈະ​ໃຊ້​ເວລາ​ໃນ​ການ​ກໍ່ສ້າງ 24 ເດືອນ ຫຼັງ​ຈາກແບບ​ການ​ກໍ່ສ້າງ​ສຳເລັດ ແລະ ຜ່ານ​ການ​ກວດກາ​ທາງ​ດ້ານ​ເຕັກນິກ​ແລ້ວ.

ສຳລັບ​ໂຄງການ​ທີ 2 ແມ່ນຊ່ວຍເຫຼືອ​ກໍ່ສ້າງ​ເສັ້ນທາງ​ເບ​ຕົງ ໃນ​ເຂດ 4 ແຍກ​ໄຟ​ແດງໂພນພະ​ເນົາ ໄປ​ຕາມ​ເຂດ​ວິທະຍາໄລ ລາວ-ອາ​ເມ​ຣິ​ກາ ລຽບ​ຄອງ​ນ້ຳຍາວ 2 ກິໂລແມັດ ແລະ ກໍ່ສ້າງຂົວ​ຂ້າມ​ຄອງ 3 ແຫ່ງ ເຊື່ອມ​ຕໍ່ໃສ່​ເສັ້ນທາງ​ໂພນ​ພະ​ເນົາ ໜ້າທາງ​ກວ້າງ 9 ແມັດ ມີ​ຄອງ​ລະບາຍ​ນ້ຳ​ຍາມ​ຝົນ ມີ​ການ​ປະດັບປະດາ​ລະບົບ​ປ້າຍ​ສັນຍານ​ທາງຄົບ​ຊຸດ ລວມ​ມູນ​ຄ່າ​ປະມານ 42 ຕື້​ກີບ ໄລຍະ​ກໍ່ສ້າງ​ໃຫ້​ສຳເລັດທັນ​ສະເຫຼີມສະຫຼອງ​ວັນຊາດ​ທີ 2 ທັນວາ 2015.

ພາຍຫຼັງ​ເຊັນ​ສັນຍາ​ແລ້ວ ຜູ້ໃຫ້​ທຶນ​ຈະ​ມອບ​ໃຫ້​ບໍລິສັດ ລາວເວີນອະ​ສັງ​ຫາ​ລິ​ມາ​ຊັບ ຈຳກັດ ເປັນ​ຝ່າຍ​ຮັບຜິດຊອບ​ໃນ​ການ​ໃຫ້ທຶນ ໃນ​ການຈັດຕັ້ງ​ປະຕິບັດ​ຜູ້​ໃຫ້ທຶນ​ການ​ສຳ​ຫຼວດ​ອອກ​ແບບ ແລະ ກໍ່ສ້າງ​ທາງ​ນະຄອນຫຼວງວຽງ​ຈັນ ​ແມ່ນ​ມອບ​ໃຫ້​ພະ​ແນກໂຍທາ​ທິ​ການ ແລະ ຂົນສົ່ງ ຕາງໜ້າ​ໃຫ້​ເຈົ້າ​ຂອງ​ໂຄງການ​ ເປັນ​ຜູ້ຕິດຕາມ​ກວດກາ​ທາງ​ດ້ານ​ເຕັກນິກ​ໃຫ້​ໄດ້​ມາດຕະຖານ ມີ​ຄຸ​ນະພາບ ສວຍ​ງາມ ແລະ ສຳເລັດຕາມ​ເປົ້າ​ໝາຍ.

ທັງ​ສອງ​ໂຄງການ​ດັ່ງກ່າວ​ນີ້ ທາງ​ບໍລິສັດ​ ລາວ​ເວີນວິ​ສາ​ຫະກຳ ແລະ ກໍ່ສ້າງ​ຂົວ​ທາງ ຈຳກັດ ໃຫ້ການ​ຊ່ວຍເຫຼືອ​ເພື່ອ​ເປັນ​ຂອງຂວັນ​ແກ່​ປະຊາຊົນ​ລາວ ແລະ ມອບ​ໃຫ້​ນະຄອນຫຼວງ​ວຽງ​ຈັນ ເປັນ​ຜູ້​ຄຸ້ມ​ຄອງ ແລະ ນຳ​ໃຊ້ ໄລຍະ​ຜ່ານ​ມາ​ເຫັນ​ວ່າການ​ຂ້າມ​ນ້ຳງື່ມ​ໄປ​ມາ​ຫາ​ກັນ​ ລະຫວ່າງ​ບ້ານນາ​ບົງ-ບ້ານ​ທ່າ​ກົກ​ໄຮ ເຫັນ​ວ່າ​ມີຄວາມ​ຫຍຸ້ງຍາກ​ສັບສົນ ເພາະຕ້ອງ​ໄດ້​ອາໄສ​ການ​ຂ້າມ​ຫາ​ກັນດ້ວຍ​ເຮືອ ແລະ ບັກ​ນ້ອຍ ເຊັ່ນດຽວ​ກັບ​ຄອງ​ນ້ຳ​ເຂດ​ບ້ານ​ໂພນພະ​ເນົາ ຫາກ​ຈຳນວນ​ດັ່ງກ່າວສຳເລັດ ​ຈະ​ສ້າງ​ຄວາມ​ສະດວກສະບາຍ​ແກ່​ການ​ໄປມາຫາສູ່​ກັນ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ປິດລົງຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ...

ພິທີເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ

ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ເມືອງວັງວຽງ ແຂວງວຽງຈັນ ແມ່ນໂຄງການຫນຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ພາຍໃຕ້ການສະຫນັບສະຫນູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2. ໃນວັນທີ 17 ຕຸລາ 2024 ທີ່ເມືອງວັງວຽງ,...

ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ...

ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ

ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ...