spot_img
Homeຂ່າວພາຍ​ໃນຊຽງຂວາງກຳນົດ 27 ປະເພດກິລາແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດຄັ້ງທີ XI

ຊຽງຂວາງກຳນົດ 27 ປະເພດກິລາແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດຄັ້ງທີ XI

Published on

ແຂວງຊຽງຂວາງ (ເຈົ້າພາບ) ໄດ້ກຳນົດເອົາ 27 ປະເພດກິລາທີ່ຈະທຳການແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ປີ 2017, ໃນຂະນະທີ່ ວຽກງານການກະກຽມດ້ານສະຖານທີ່ແຂ່ງຂັນ, ສະຖານທີ່ພັກຂອງພັກກິລາຈາກແຂວງ ແລະ ກະຊວງຕ່າງໆຕະຫຼອດຮອດວຽກງານອື່ນໆກໍ່ໄດ້ມີການກຳນົດໃນເປັນທີ່ຮຽບຮ້ອຍແລ້ວ.

ຕາມການລາຍງານຂອງທ່ານ ພຸດທະວັນ ມະນີວົງ ຫົວໜ້າຂະແໜງກິລາລະດັບສູງ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງໄດ້ລາຍງານໃຫ້ຮູ້ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ປີ 2017 ທີ່ແຂວງຊຽງຂວາງເປັນເຈົ້າພາບໃນກອງປະຊຸມປະຈຳປີ 2015 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບົວລີ ພັນນາວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ທັງເປັນຜູ້ຊີ້ນຳວຽກງານກິລາ-ກາຍະກຳແຂວງ ໃຫ້ຮູ້ວ່າ: ເພື່ອເປັນການກະກຽມ ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນ ເຈົ້າພາບ ໃຫ້ມີບັນຍາກາດ, ມີຜົນສຳເລັດ ແລະ ທ່ວງທັນກັບເວລາ. ດັ່ງນັ້ນ, ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ຈຶ່ງໄດ້ມີແຜນເບື້ອງຕົ້ນ ເພື່ອກຳນົດເອົາ 27 ປະເພດກິລາເຂົ້າແຂ່ງຂັນຊີງຫຼຽນລາງວັນ ໃນງານມະຫາກຳແຫ່ງຊາດ ຄັ້ງທີ XI ປີ 2017

ເຊິ່ງປະກອບມີ ກິລາເຕະບານ, ແລ່ນ-ລານ, ບານສົ່ງ, ກະຕໍ້, ປິງປ໋ອງ, ເປຕັງ, ດອກປີກໄກ່, ມວຍເທັກຄັວນໂດ, ມວຍລາຍລາວ, ມວຍສາກົນ, ມວຍປໍ້າ, ວູຊູ, ປັນຈັກສີລັດ, ຄາລາເຕໂດ, ບານບ້ວງ, ເທັນນິສ, ໂບລິ່ງ, ກ໊ອຟ, ລອຍນໍ້າ, ຍິງປືນ, ລົດຖີບ, ຊ່ວງເຮືອ, ໜ້າເກັກ, ໝາກຂ່າງ, ຢູໂດ, ໝາກແລ້ ແລະ ສະໜຸກເກີ. ພ້ອມກັນນັ້ນ ໄດ້ກຳນົດເອົາສະຖານທີ່ແຂ່ງຂັນທັງໝົດ 3 ຈຸດ ຄື: ຈຸດທີ 1 ສະໜາມກິລາແຂວງ ບ້ານໂພນມີໄຊ, ຈຸດທີ 2 ສະໜາມ  ເປີດ – ປິດ (ເຂດເສດຖະກິດສະເພາະ ຄັງໜອງຫຼວງ) ແລະ ຈຸດ ທີ 3 ແມ່ນໝູນໃຊ້ສະໂມສອນ ພະແນກການຕ່າງໆອ້ອມຂ້າງແຂວງ ເປັນບ່ອນແຂ່ງຂັນ ເຊັ່ນ: ສະໂມສອນເມືອງແປກ, ສະໂມສອນພະແນກໂຍທາແຂວງ, ສະໂມສອນພະແນກແຜນການ – ການລົງທຶນ, ສະໂມສອນວິທະຍາໄລຄູຄັງໄຂ,ສະໂມສອນດອກປີກໄກ່ກອງບັນຊາການທະຫານແຂວງ, ສະໂມສອນໂຮງຮຽນຊົນເຜົ່າແຂວງ, ສະໂມສອນພະແນກກະສິກຳ ແລະ ປ່າໄມ້ແຂວງ, ສະໂມສອນລັດວິສາຫະກິດສວນພູຄຳ ແລະ ເສັ້ນທາງ 1D ໄປທາງເມືອງຄູນ ເພື່ອແຂ່ງຂັນລົດຖີບ.

ນອກຈາກນີ້, ຍັງໄດ້ກຳນົດເອົາສະຖານທີ່ພັກຂອງນັກກິລາທີ່ມາຈາກຕ່າງແຂວງ ແລະ ກະຊວງ ເຊິ່ງປະກອບມີ ໂຮງຮຽນມັດທະຍົມຕອນປາຍໂພນສະຫວັນ 45 ຫ້ອງ ບັນຈຸ 900 ຄົນ, ມສ ສີບຸນເຮືອງ 45 ຫ້ອງ ບັນຈຸ 900 ຄົນ, ໂຮງຮຽນ ແຮັກມານໄມເນີ 24 ຫ້ອງ ບັນຈຸ 480 ຄົນ, ມຕ ວຽງທອງ 17 ຫ້ອງ ບັນຈຸ 340 ຄົນ, ມສ ໂພນທອງ 45 ຫ້ອງ ບັນຈຸ 900 ຄົນ, ມຕ ນາມ້າ 19 ຫ້ອງ ບັນຈຸ 380 ຄົນ, ໂຮງຮຽນສາມັນກິນອນຊົນເຜົ່າແຂວງ 9 ຫ້ອງ ບັນຈຸ 180 ຄົນ, ປະຖົມວຽງທອງ 18 ຫ້ອງ ບັນຈຸ 360 ຄົນ, ປະຖົມໂພນສະອາດ 6 ຫ້ອງ ບັນຈຸ 120 ຄົນ, ປະຖົມໂພນງາມໃຕ້ 12 ຫ້ອງ 240 ຄົນ, ປະຖົມໜອງຢອນ 13 ຫ້ອງບັນຈຸ 240 ຄົນ, ປະຖົມໂພນງາມເໜືອ 15 ຫ້ອງ ບັນຈຸ 300 ຄົນ, ປະຖົມບ້ານໂງຍ 15 ຫ້ອງ ບັນຈຸ 300 ຄົນ, ປະຖົມ ທ່າທ່ຽງ12 ຫ້ອງ ບັນຈຸ 240 ຄົນ, ວິທະຍາໄລຄູຄັງໄຂ 1.500 ຄົນ, ໂຮງຮຽນເຕັກນິກວິຊາຊີບແຂວງ 500 ຄົນ ແລະ ໂຮງຮຽນສ້າງແພດ200 ຄົນ.

ໃນຂະນະດຽວກັນ, ໄດ້ກຳນົດປະເພດກິລາທີ່ເປັນບູລິມະສິດຂອງແຕ່ລະເມືອງເພື່ອກໍ່ສ້າງ ແລະ ເຝິກຊ້ອມນັກກິລາເປົ້າໝາຍຂອງແຂວງສົ່ງເຂົ້າໃນງານດັ່ງກ່າວຄື: ເມືອງແປກ ປະກອບມີ ກິລາແລ່ນ-ລານ, ເຕະບານ, ບານສົ່ງ, ເປຕັງ ແລະ ກະຕໍ້; ເມືອງຄຳ ມີກິລາແລ່ນ-ລານ, ເຕະບານ, ບານສົ່ງ, ເປຕັງ; ເມືອງໜອງແຮດ ມີ ກິລາແລ່ນ-ລານ, ໜ້າເກັກ, ໝາກຂ່າງ; ເມືອງພູກູດ ມີ ກິລາແລ່ນ-ລານ, ບານສົ່ງ; ເມືອງໝອກ ມີ ກິລາແລ່ນ-ລານ, ໜ້າເກັກ, ໝາກຂ່າງ; ເມືອງຄູນ ມີ ກິລາແລ່ນ-ລານ, ໜ້າເກັກ, ໝາກຂ່າງ,ເຕະບານ; ເມືອງຜາໄຊ ມີ ກິລາແລ່ນ-ລານ ແລະ ບານສົ່ງ. ພ້ອມກັນນັ້ນ ຍັງໄດ້ປັບປຸງສະຫະພັນກິລາແຕ່ລະປະເພດ, ແຕ່ລະໄລຍະໃຫ້ເຂົ້າສູ່ລະບຽບຫຼັກການ, ກະກຽມຄວາມພ້ອມກ້ອນກຳລັງນັກສະແດງເຂົ້າໃນພິທີ ເປີດ-ປິດ ຈຳນວນ 6 ພັນຄົນ, ໂດຍມອບໝາຍໃຫ້ຂະແໜງພະລະ – ສິລະປະ ສົມກັບຂະແໜງມັດທະຍົມ ພະແນກສຶກສາທິການ ແລະ ກິລາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການເຄື່ອນໄຫວເຝິກຊ້ອມ ເພື່ອໃຫ້ທັນກັບເວລາ.

ທັງນີ້, ຢາກໃຫ້ງານດັ່ງກ່າວປະສົບຜົນສຳເລັດ ແລະ ມີປະສິດທິຜົນສູງ ກໍ່ຕໍ່ເມື່ອທຸກຄົນ ໃນສັງຄົມຕ້ອງມີສ່ວນຮ່ວມນຳກັນແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການກະກຽມ ຄວາມພ້ອມເປັນເຈົ້າພາບທີ່ດີ, ຮັກສາຄວາມສະອາດ, ຄວາມສະຫງົບສຸກແລະ ທີ່ພັກພາອາໄສ ໄວ້ຕ້ອນຮັບແຂກບ້ານແຂກເມືອງ, ປະກອບສ່ວນທຶນຮອນ ແລະ ຈິດໃຈຕາມຄວາມສາມາດ ເພື່ອຊຸກສົ່ງເສີມການກໍ່ສ້າງພື້ນຖານໂຄງລ່າງດ້ານຕ່າງໆໄວ້ຮອງຮັບງານຄັ້ງນີ້ດ້ວຍຄວາມພຽບພ້ອມທຸກປະການ.

6536051219_292224c85e_o

6536050933_622539aa80_o

6536050589_899651b58d_o

6536050399_fb67207169_o

6536049981_6628c70332_o

6536053981_9624ebc17c_z

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...