Homeຂ່າວການສຶກສາມສ ວຽງຈັນ ຍາດໄດ້ອັນດັບ 1 ຂອງປະເທດ ນັກຮຽນເກ່ງວິຊາຟີຊິກສາດ

ມສ ວຽງຈັນ ຍາດໄດ້ອັນດັບ 1 ຂອງປະເທດ ນັກຮຽນເກ່ງວິຊາຟີຊິກສາດ

Published on

2-lycee-de-vientiane

ເພື່ອ​ເປັນ​ການ​ຜັນ​ຂະຫຍາຍແຜນ​ຍຸດ​ທະ​ສາດ ປະຕິ​ຮູບ​ການສຶກ​ສາ​ແຫ່ງ​ຊາດ ແລະ ປະຕິບັດຕາມ​ແຜນການ ກະຊວງ​ສຶກ​ສາທິ​ການ ແລະ ກີລາ ທີ່​ຈັດ​ຕັ້ງ​ການສອບເສັງ​ລະດັບ​ຊາດ​ຂຶ້ນ​ທຸກໆ​ປີ ກໍ່​ຄື​ແຜນ​ພັດທະນາ​ການ​ສຶກ​ສາຂອງ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ ນະຄອນຫຼວງ​ວຽງ​ຈັນ ແລະ ແຜນການ​ຮຽນ-ການ​ສອນ ປະຈຳ​ສົກຮຽນ 2014-2015 ຂອງໂຮງຮຽນ​ມັດທະຍົມ​ສຶກ​ສາ​ສົມບູນ​ວຽງ​ຈັນ ວຽກ​ງານ​ການ​ສ້າງນັກຮຽນ​ເກ່ງ ໂດຍ​ສະເພາະແມ່ນ​ນັກຮຽນ​ຂັ້ນ ມ4 ແລະ ມ7 ເພື່ອ​ເຂົ້າ​ສອບເສັງ​ແຕ່​ຂັ້ນ​ເມືອງ ຈົນ​ເຖິງ​ຂັ້ນ​ລະດັບ​ປະເທດ.

ທ່ານ​ນາງ ວຽງ​ສຸວັນ ພະໄຊ​ສົມບັດ ຮອງ​ຜູ້ອຳນວຍການໂຮງຮຽນ ໄດ້​ກ່າວ​ວ່າ: ສົກຮຽນ 2014-2015 ພາຍຫຼັງ​ທີ່​ຄັດເລືອກ​ນັກຮຽນ​ກຸ່ມ​ເປົ້າ​ໝາຍ ໂດຍ​ການ​ເປີດ​ການ​ສອບເສັງ​ຄັດເລືອກ​ມາ​ແຕ່​ເດືອນ​ກັນຍາ 2014 ສະເພາະ​ຊັ້ນ ມ7 ວິຊາ​ພາສາລາວ-ວັນນະຄະດີ ຟີ​ຊິກ​ສາດ ແລະ ຄະນິດສາດ ຄັດ​ເອົາ​ວິຊາລະ 30 ຄົນ ວິຊາ​ເຄ​ມີ​ສາດ 20 ຄົນ ສ່ວນ ມ4 ຄັດ​ເອົາ​ວິຊາ​ລະ 20 ຄົນ ຈາກ​ນັ້ນ ກໍ່​ເລີ່ມ​ຈັດ​ຕັ້ງການ​ຮຽນ​ບຳລຸງ ສະເລ່ຍ​ເປັນເວລາ 6 ເດືອນ ແລະ ສອບເສັງຄັດ​ເລືອກ​ຢູ່​ພາຍ​ໃນ​ໂຮງຮຽນ 2 ຄັ້ງ ເພື່ອ​ຄັດ​ເອົາ​ຜູ້​ທີ່​ມີ​ຄະແນນສູງ​ສຸດ​ ເປັນ​ຕົວ​ແທນ​ເຂົ້າ​ຮ່ວມການ​ສອບເສັງ​ຂັ້ນ​ເມືອງ ນະຄອນ​ຫຼວງ ແລະ ຂັ້ນ​ປະເທດ.

ເພາະ​ໃນ​ສົກຮຽນ​ນີ້ ໂດຍລວມ​ແລ້ວ​ແມ່ນ​ຍັງ​ສາມາດ​ຮັກສາ​ເກນ​ມາດຕະຖານ​ທີ່​ດີ ສາມາດ​ຍາດ​ໄດ້​ອັນ​ດັບ​ໜຶ່ງຂອງ​ປະເທດ ໃນ​ວິຊາ​ຟີ​ຊິກ​ສາດ​ຊັ້ນ ມ4 ແລະ ອັນ​ດັບ​ທີ​ສອງ​ຂອງ​ປະເທດ ໃນ​ວິຊາ​ຟີ​ຊິກ​ສາດ ແລະ ເຄ​ມີສາດຂອງ​ຊັ້ນ ມ7 ມາ​ຄອງ.

ພິທີ​ສະຫຼຸບ​ວຽກ​ງານ​ການສ້າງ​ນັກຮຽນ​ເກັ່ງ​ປະຈຳ​ສົກຮຽນ 2014-2015 ຂອງ ​ມສ ວຽງ​ຈັນ ຈັດ​ຂຶ້ນ​ວັນ​ທີ 4 ມິຖຸນາ 2015 ທີ່ໂຮງຮຽນ​ດັ່ງກ່າວ ໂດຍ​ມີ​ທ່ານ ສຸດ​ທະນີ ໄຊ​ຍະ​ສານ ຮອງ​ຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ ນະຄອນຫຼວງ​ວຽງ​ຈັນ ທ່ານຜູ້ອຳນວຍການ​ໂຮງຮຽນ ທ່ານປະທານ​ມູນ​ນິທິ​ສົ່ງເສີມ​ການ​ສຶກສາ ປະທານ​ສະພາ​ໂຮງຮຽນ ສະມາ​ຄົມ​ພໍ່​ແມ່​ນັກຮຽນ ພະນັກງານ ຄູອາຈານ ແລະ ນັກຮຽນ​ເຂົ້າຮ່ວມ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...