spot_img
Homeຂ່າວພາຍ​ໃນທ່ານ ທອງລຸນ ສີສຸລິດ ເຂົ້າຄຳນັບ ແລະ ປະດັບຫຼຽນໄຊໃຫ້ ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມ ຣາຊະກຸມາຣີ

ທ່ານ ທອງລຸນ ສີສຸລິດ ເຂົ້າຄຳນັບ ແລະ ປະດັບຫຼຽນໄຊໃຫ້ ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມ ຣາຊະກຸມາຣີ

Published on

ທ່ານ ທອງລຸນ ສີສຸລິດ ເຂົ້າຄຳນັບ ແລະ ປະດັບຫຼຽນໄຊໃຫ້ ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມ ຣາຊະກຸມາຣີ

ໂດຍຕອບສະໜອງ ຕາມຄຳເຊີນຂອງທ່ານພົນ ເອກ ທະນະສັກ ປະຕິມາປຣະ ກອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດແຫ່ງລາຊະ ອານາຈັກໄທ,  ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເດີນ ທາງໄປເຂົ້າຮ່ວມການພົບປະ ວົງແຄບ (Retreat) ສອງລັດຖະມົນຕີການຕ່າງປະເທດ ເພື່ອທົບທວນການຮ່ວມມືສອງຝ່າຍ, ໃນລະຫວ່າງວັນທີ 27 -29 ພຶດສະພາ 2015 ທີ່ລາ ຊະອານາຈັກໄທ.


ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2015, ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ເປັນປະທານໃນພິທີທອດຜ້າປ່າສາມັກຄີ ມິດຕະພາບທີ່ວັດໜອງນ້ຳສ້າງ ອຳເພີໜອງແຊງ ຈັງຫວັດສະ ລະບູຣີ, ເປັນປະທານໃນພິທີ ຍົກສີລາເລີກລາວວຽງ ແລະ ປູກຕົ້ນໄມ້ ຕໍ່ຈາກນັ້ນຄະນະ ອອກເດີນທາງໄປໂຮງຮຽນ ໜອງແຊງວິທະຍາ ເພື່ອຮ່ວມ ພິທີເປີດປ້າຍສະໂມສອນລາວ ວຽງ, ມອບປຶ້ມ ພາສາລາວ ແລະ ມອບຂອງທີ່ລະນຶກໃຫ້ແກ່ໂຮງ ຮຽນດັ່ງກ່າວ ແລະ ເປັນປະ ທານເປີດປ້າຍຫໍພິພິທະພັນ ລາວວຽງ, ພົບປະກັບພີ່ນ້ອງ ລາວວຽງ, ຊົມການສະແດງ ແລະ ຄະນະໄດ້ອອກເດີນທາງ ຕໍ່ໄປຍັງເຂົາໃຫຍ່ ເພື່ອຮ່ວມ ກອງປະຊຸມວົງແຄບ 2 ລັດຖະ ມົນຕີການຕ່າງປະເທດ.


ໃນຕອນບ່າຍຂອງວັນທີ 28 ພຶດສະພາ 2015, ທ່ານ ຮອງນາຍົກລັດຖະມົນຕີ ແລະ ຄະນະໄດ້ເດີນທາງກັບບາງ ກອກ ເພື່ອປາຖະກະຖາກ່ຽວ ກັບການເຕີບໃຫຍ່ຂະຫຍາຍ ຕົວ 40 ປີ ຂອງ ສປປ ລາວ ແລະ 65 ປີ ສາຍພົວພັນການ ທູດ ລາວ – ໄທ ທີ່ຫ້ອງໂຖງໂຮງ ແຮມ Conrad Bangkok, ໂດຍມີຂ້າລາຊະການ ແລະ ພາກເອກະຊົນຂອງໄທ ເຂົ້າ ຮ່ວມຮັບຟັງ ຈຳນວນ 300 ກວ່າຄົນ.


ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2015 ທ່ານ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີວ່າການກະຊວງການ ຕ່າງປະເທດແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ລາວປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມ ບໍຣົມຣາຊະກຸມາຣີ ແຫ່ງລາຊະ ອານາຈັກໄທ ທີ່ມີຜົນງານອັນ ສຳຄັນໃນການລິເລີ່ມພັດທະ ນາການພົວພັນຮ່ວມມືລະ ຫວ່າງ ສປປ ລາວ ແລະ ລາ ຊະອານາ ຈັກໄທໃຫ້ມີຄວາມ ໃກ້ຊິດ ແລະ ແໜ້ນແຟ້ນຢ່າງ ຕໍ່ເນື່ອງຕະຫຼອດໄລຍະຜ່ານມາ ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບ ຖານບ້ານ ໃກ້ ເຮືອນຄຽງ ແລະ ການຮ່ວມ ມືອັນດີງາມລະຫວ່າງສອງປະ ເທດລາວ ແລະ ໄທ ໃຫ້ກວ້າງ ຂວາງຍິ່ງໆຂຶ້ນທີ່ອາຄານໄຊ ພັດທະນາ. ໃນຕອນ ແລງຂອງ ວັນດຽວກັນ, ທ່ານຮອງນາຍົກ ລັດຖະມົນຕີ ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ກໍໄດ້ເດີນ ທາງກັບ ຄືນປະເທດ.

11401170_1442028739431932_1328626511343362873_n

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)