Homeຂ່າວພາຍ​ໃນ ຄະນະກຳມະການຄຸ້ມຄອງຫຼັກຊັບ ເປີດກອງປະຊຸມຄັ້ງທີ I ປະຈໍາປີ 2015

ຄະນະກຳມະການຄຸ້ມຄອງຫຼັກຊັບ ເປີດກອງປະຊຸມຄັ້ງທີ I ປະຈໍາປີ 2015

Published on

laksup

ກອງປະຊຸມຄະນະກໍາມະການຄຸ້ມຄອງຫລັກຊັບ (ຄຄຊ) ຄັ້ງທີ I ປະຈໍາປີ 2015 ໄດ້ໄຂຂື້ນ ໃນຕອນເຊົ້າວັນທີ 27 ພຶດສະພານີ້ ທີ່ຫ້ອງປະຊຸມໃຫ່ຍທະ ນາຄານແຫ່ງ ສປປ ລາວ ໃນນະຄອນ ຫລວງວຽງຈັນ ໂດຍການເປັນກຽດເຂົ້າ ຮ່ວມເປັນປະທານຂອງທ່ານ ດຣ. ບຸນປອນ ບຸດຕະນະວົງ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດມະຫາ ພາກ ພ້ອມວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.

ກອງປະຊຸມດັ່ງກ່າວໄດ້ຮັບຟັງການລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ III ປະຈໍາປີ 2014 ໂດຍຫຍໍ້ ​ແລະ ທົບທວນຄືນສັນຍາຮ່ວມທຶນກ່ຽວກັບການສ້າງຕັ້ງຕະຫຼາດຫຼັກຊັບລາວ (JVA), ການກໍານົດບັນຊີ ລາຍຊື່ເປົ້າໝາຍຈົດທະບຽນ, ຄວາມຄືບໜ້າໃນການກະກຽມເຂົ້າເປັນສະມາຊິກຂອງອົງການຄຸ້ມຄອງຫຼັກຊັບສາກົນ

(IOSCO), ການພັດທະນາຕະຫຼາດພັນທະບັດ ແລະ ຮັບຟັງລາຍງານການກະກຽມການອອກຈໍາໜ່າຍຮຸ້ນເພີ່ມຂອງບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ​ແລະ ໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາລະບຽບຂອງ ຄຄຊ ຈໍານວນ 2 ສະບັບຄື: ລະບຽບວ່າດ້ວຍການຄຸ້ມຄອງຕະຫຼາດຫຼັກຊັບ (ສະບັບປັບປຸງ) ແລະ ລະບຽບວ່າດ້ວຍການອອກຈໍາໜ່າຍຮຸ້ນ (ສະບັບປັບປຸງ), ພ້ອມທັງຮັບຟັງລາຍງານການສະເໜີຂໍສ້າງຕັ້ງຫ້ອງການຜູ້ຕາງໜ້າບໍລິສັດຫຼັກຊັບປາຊີຟິກຢູ່ ສປປ ລາວ.

ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດມະຫາພາກ ​ໄດ້​ໃຫ້​ທິດ​ຊີ້​ນຳວ່າ: ໃນປີ 2014 ຜ່ານມາ, ພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຄຸ້ມຄອງຫຼັກຊັບຢ່າງຕັ້ງໜ້າ, ໃນນັ້ນ ອັນພົ້ນເດັ່ນແມ່ນໄດ້ສຳເລັດການຮັບຮອງແຜນຍຸດທະສາດການພັດທະນາຕະຫຼາດທຶນຂອງ ສປປ ລາວ ແຕ່ປີ 2016-2025 ຈາກລັດຖະບານ ເພື່ອເປັນແນວທາງໃນການພັດທະນາຕະຫຼາດທຶນໃນຕໍ່ໜ້າໃຫ້ມີການຂະຫຍາຍ​ໂຕ ​ແລະ ຄຽງຄູ່ກັນນັ້ນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ, ໃນປີ 2015 ນີ້ ພວກເຮົາຕ້ອງໄດ້ເອົາໃຈໃສ່ພັດທະນາຕະຫຼາດທຶນລາວ ໂດຍສະເພາະການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2015 ທີ່ກອງປະຊຸມ ຄຄຊ ຄັ້ງທີ III ປະຈໍາປີ 2014 ໄດ້ຮັບຮອງເອົາ ​ແລະ ກະກຽມຄວາມພ້ອມໃນການເຊື່ອມໂຍງຕະຫຼາດທຶນໃນພາກພື້ນ ແລະ ສາກົນ ​ເຊິ່ງເຫັນໄດ້ວ່າພວກເຮົາຈະຕ້ອງໄດ້ຜະເຊີນກັບຄວາມສ່ຽງ ແລະ ສິ່ງທ້າທາຍອີກຫຼາຍ ປະການ. ແຕ່ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າເຊື່ອໜັ້ນວ່າບັນດາທ່ານຈະສືບຕໍ່ເອົາໃຈໃສ່ສູ້ຊົນ, ສຸມເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາວຽກງານຫຼັກຊັບຂອງພວກເຮົາໃຫ້ມີປະສິດທິພາບ, ມີຄວາມເຊື່ອຖື ແລະ ມີມາດຕະຖານສາກົນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...