ເວລາ7:15 ນາທີຂອງວັນທີ26/5/2015ໄດ້ເກີດເຫດ ເຮືອແພຫຼົ້ມ ຢູ່ລະຫວ່າງບ້ານ ນາບົງ ແລະ ບ້ານທ່າກົກໄຮ ເມືອງປາກງື່ມ ນະຄອນຫລວງວຽງຈັນ ເຊີ່ງຜູ້ເຫັນເຫດການໃຫ້ຂໍ້ມູນວ່າເຮືອແພດັ່ງກ່າວ ບັນຈຸ ນັກຮຽນທີ່ຈະໄປເສັງຈົບປໍ 5 ຢູ່ໂຮງຮຽນປະຖົມຊຽງແລ.
ທີມດຳນ້ຳວາງແຜນການເພື່ອຄົ້ນຫາສົບຜູ້ເສຍຊີວິດ, ເນື່ອງຈາກກະແສນ້ຳທີ່ໄຫຼແຮງການລົງດຳນ້ຳຂອງທີມກູ້ໄພນະຄອນຫຼວງ 1623 ຕ້ອງໄດ້ມີການວາງແຜນຢ່າງລະອຽດ ເພື່ອຄວາມປອດໄພ ແລະ ສາມາດ ຊອກຫາສົບຜູ້ເສຍຊີວິດໃຫ້ໄດ້, ນອກຈາກນັກດຳນ້ຳຂອງລາວແລ້ວທາງໜ່ວຍກູ້ໄພຍັງໄດ້ປະສານງານຂໍການຊ່ວຍເຫຼືອຈາກ ນັກດຳນ້ຳຂອງທາງປະເທດໄທ ເພື່ອຊອກຫາສົບຜູ້ເສຍຊີວິດ.
ການລາຍງານລາຍຊື່ຜູ້ເສຍຊີວິດ ທັງໝົດ 10 ຄົນ ຍິງ 8 ຄົນ, ຊາຍ 2 ຄົນຄື:
ນາງ ກຸ້ງ ອຳພອນ
ນາງ ກົມ ອຳພອນ
ນາງ ແພ ຕາເຫີ
ນາງ ຄັດຕີ ຈານສີ
ນາງ ປູນາ ຈານສີ
ທ້າວ ແສງຈັນ ແປະ
ນາງ ສີລຽນ
ທ້າວ ວາດສະໜາ ສັງວານ
ນາງໝີ ເສົາທອງ
ນາງ ປະທຸມມາ ສົມຄິດ
ເຈົ້າໜ້າທີ່ລາຍງານວ່າ ເຮືອລຳດັ່ງກ່າວແມ່ນຂອງນາງ ດ່ອນ ທີ່ເປັນຜູ້ຮັບການປະມູນເຮືອຂ້າມຟາກດັ່ງກ່າວ, ໂດຍເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບເຮືອໄວ້ດຳເນີນຄະດີ ແລະ ສືບສວນຕໍ່ໄປ.
ຈາກການໃຫ້ປາກຄຳ, ເຮືອຂ້າມຟາກດັ່ງກ່າວແມ່ນຮັບຜູ້ໂດຍສານທັງໝົດ 39 ຄົນ ແລະ ລັດຈັກ 1 ຄັນ, ເຊິ່ງເຫັນວ່າເກີນກຳນົດຈົນເຮັດໃຫ້ເກີດມີເຫດຮ້າຍໃນຄັ້ງນີ້.
ດ້ານການຮັກສາຄວາມປອດໄພເຮືອດັ່ງກ່າວແມ່ນບໍ່ມີເສື້ອຊູຊີບພຽງພໍທີ່ຈະໃຫ້ກັບຜູ້ໂດຍສານທັງໝົດ, ບວກກັບການຖືເບົາມັກງ່າຍໃນການບໍ່ໃສ່ເສື້ອຊູຊີບ ຖືເປັນບົດຮຽນອັນສຳຄັນທີ່ທາງໜ່ວຍງານຄົມມະນາຄົມ ແລະ ຂົນສົ່ງຕ້ອງໄດ້ມີມາດຕະການບັງຂັບໃຫ້ຜູ້ບໍລິການເຮືອຂ້າມຟາກຕ້ອງໄດ້ມີເສື້ອຊູຊີບ ແລະ ຕ້ອງມີກົງເບັງໄວ້ພຽງພໍເພື່ອຮັບມືກັບເຫດຮ້າຍທີ່ອາດເກີດຂຶ້ນໄດ້ທຸກເວລາ.
ຈາກການລາຍງານຂອງປະຊາຊົນທີ່ເຫັນເຫດການບອກວ່າ ເຮືອຂ້າມບັກດັ່ງກ່າວເປັນເຮືອນ້ອຍ, ປະກົດວ່າມີການຮັບຜູ້ໂດຍສານເກີນກຳນົດ, ນອກຈາກນັກຮຽນ ຈຳນວນສິບກວ່າຄົນ ແລະ ອາຈານແລ້ວ, ຍັງມີປະຊາຊົນຈຳນວນໜື່ງ, ພໍເຮືອອອກຈາກທ່າ ຂ້າມໄປຮອດກາງນ້ຳ ເລີຍເກີດພິກຂວ້ຳຢ່າງບໍ່ຄາດຄິດບັນດາເດັກນ້ອຍແມ່ນຈົມຫາຍໄປເລີຍ.
ຊາວບ້ານທ່ານໜື່ງ ຍັງບອກຕື່ມວ່າ ເຫດການສະຫຼົດໃຈຄັ້ງນີ້ ແມ່ນເປັນຄັ້ງທີ 3 ໃນຮອບ 3-4 ປີ. ເຊິ່ງເຫັນວ່າໜ້າຫົດຫູ່ໃຈຫຼາຍ. ແລະ ຢາກໃຫ້ທາງ ລັດຖະບານພິຈາລະນາ ສ້າງຂົວ ໃຫ້ຊາວບ້ານ ເພາະເຂດນີ້ ມີປະຊາຊົນຫຼາຍ.