spot_img
Homeຂ່າວພາຍ​ໃນສາວລາວຂົນເງິນ400,000ໂດລາສະຫະລັດໄປຝາກຢູ່ໄທແບບຜິດກົດໝາຍຖືກຈັບ!

ສາວລາວຂົນເງິນ400,000ໂດລາສະຫະລັດໄປຝາກຢູ່ໄທແບບຜິດກົດໝາຍຖືກຈັບ!

Published on

ໃນວັນທີ 22 ພຶດສະພາ 2015ທີ່ຜ່ານມາ, ເວລາ 10:30 ນາທີ ເຈົ້າໜ້າທີ່ໄທໄດ້ຮັບຂ່າວຈາກສາຍວ່າຈະມີສາວລາວ ຂົນເງິນຈຳນວນ 400,000 ໂດລາສະຫະລັດ ຂ້າມມາຝາກທີ່ທະນາຄານໄທໂດຍຜ່ານ
ທີ່ດ່ານ ທ່າເຮືອບັກ, ບ້ານຫົວວຽງ ອຳເພີຊຽງຂອງ, ຈັງຫວັດຊຽງຣາຍ,ຈົນຮອດເວລາ ປະມານ 19:00 ໃນວັນດຽວກັນ, ໄດ້ພົບຍິງສາວລາວ ທີ່ຂ້າມມາແຕ່ຝັ່ງລາວ ແລ້ວມີພິລຸດ ຂ້າມດ່ານ ມາພ້ອມກັບກອງນ້ອຍ, ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກວດ ພົບເຫັນເງິນ ໂດຣາ ຈຳນວນ 400,000 ໂດລາສະຫະລັດ ທີ່ເປັນໃບ 100 ຈຳນວນ 4 ມັດ.
ຈາກການສືບສວນ ຍິງສາວດັ່ງກ່າວຊື່ ນາງໝອນ ອິນຕະພັນ ອາຍຸ 35 ປີ, ສັນຊາດລາວ. ໂດຍຜູ້ກ່ຽວບອກວ່າມີຜົວເປັນຄົນໄທໄດ້ເຮັດທຸລະກິດເປີດຮ້ານປ່ຽນເງິນຢູ່ລາວໃນເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ. ຈິ່ງໄດ້ນຳເອົາເງິນດັ່ງກ່າວຂ້າມມາ ເພື່ອຈະຝາກໄວ້ທະນາຄານ ກຸງໄທ ສາຂາ ໂລຕັດ ຊຽງຂອງ, ເຊິ່ງເອົາເງິນມາຄັ້ງນີ້ເປັນຄັ້ງທີສອງແລ້ວ.
ນາງໝອນຍັງກ່າວອີກວ່າ ຕົນເອງໄດ້ແຕ່ງງານກັບຄົນໄທ ແລະ ເຄີຍຢູ່ໄທ ໄດ້ ປີປາຍ, ນອກຈາກເປີດຮ້ານປ່ຽນເງິນ, ກໍ່ຍັງເຮັດທຸລະກິດຂາຍຕົງ, ໂດຍທີ່ ເງິນຈຳນວນ 400,000 ໂດລາສະຫະລັດ ນີ້ແມ່ນມີຄົນຈ້າງໃຫ້ເອົາມາຝາກທີ່ທະນາຄານຢູ່ໄທແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.
ໃນເບື້ອງຕົ້ນທາງເຈົ້າໜ້າທີ່ໄທໄດ້ຕັ້ງຂໍ້ຫານຳເງິນເຂົ້າ-ອອກ ປະເທດໂດຍບໍ່ປະຕິບັດຕາມເວລາ ແລະ ຈຸດເຂດຊາຍແດນ, ແລະ ນຳເງິນໂດລາສະຫະລັດເກີນກຳນົດເຂົ້າໄປປະເທດໄທ, ເພາະວ່າກົດໝາຍໄດ້ກຳນົດໄວ້ບໍ່ໃຫ້ກາຍ 20,000 ໂດລາສະຫະລັດ ຖ້າຈະເອົາເຂົ້າເກີນ ກໍ່ຕ້ອງມີການແຈ້ງກັບພາສີອາກອນທີ່ດ່ານກ່ອນ
ເຊີ່ງຕໍ່ມາເຈົ້າໜ້າທີ່ໄທໄດ້ຮັບການຕິດຕໍ່ຈາກເຈົ້າຂອງເງິນທີ່ຢູ່ລາວ ແລະ ຈະເຂົ້າໄປສູ້ຄະດີໃນຂັ້ນສານຕໍ່ໄປ.

11259431_1608979262707647_4698300795746479653_n

11113631_1608979289374311_8870751248618385311_n

11350467_1608979419374298_4475714639184521591_n

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...