spot_img
Homeເກາະຕິດກິລາຊີເກມຊີເກມຄັ້ງທີ28ສິງກະໂປສົ່ງນັກກິລາເຂົ້າແຂ່ງຂັນຫຼາຍທີ່ສຸດໃນປະຫວັດສາດ

ຊີເກມຄັ້ງທີ28ສິງກະໂປສົ່ງນັກກິລາເຂົ້າແຂ່ງຂັນຫຼາຍທີ່ສຸດໃນປະຫວັດສາດ

Published on

11350546_856598294377818_7284155057348432949_n

ການແຂ່ງຂັນກິລາ ຊີເກມ ຄັ້ງທີ 28 ຈະຈັດຂຶ້ນລະຫວ່າງວັນທີ 5-16 ມິຖຸນາ 2015 ທີ່ປະເທດສິງກະໂປ ໂດຍມີຄະນະນຳ, ຄູເຝິກ ແລະ ນັກກິລາ ທີ່ມາຈາກ 11 ປະເທດ ຄື: ສິງກະໂປ ເຈົ້າພາບ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ບຣູໄນ, ຕີມໍ ເລສເຕ, ກຳປູເຈຍ, ຫວຽດນາມ, ລາວ , ໄທ ແລະ ມຽນມາ ຈຳນວນ 7 ພັນກວ່າຄົນເຂົ້າຮ່ວມຊີງໄຊໃນຈຳນວນ 36 ປະເພດກິລາ.
ທັງນີ້, ສະຫະພັນກິລາແຕ່ລະປະເພດຂອງສິງກາໂປ ສະເໜີສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດ 1.234 ຄົນ ເຊິ່ງເປັນເລກງາມ ແຕ່ຄະນະກຳມະການໂອລິມປິກ ໄດ້ພິຈາລະນາ ແລະ ລົງມະຕິເປັນເອກະພາບ ຫຼຸດນັກກິລາລົງເຫຼືອພຽງ 748 ຄົນ ປະກອບດ້ວຍນັກກິລາຊາຍ 399 ຄົນ ແລະ ນັກກິລາຍິງ 349 ຄົນ ກຳນົດແຂ່ງຂັນຄົບ 30 ປະເພດກິລາ. ເປັນຄັ້ງທຳອິດທີ່ ສິງກະໂປ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຊີເກມ ຫຼາຍທີ່ສຸດ ຫຼັງຈາກທີ່ເຄີຍສົ່ງນັກກິລາ 483 ຄົນ ເຂົ້າຮ່ວມການແຂ່ງຂັນ ຊີເກມ ຄັ້ງທີ 17 ເມື່ອປີ 1993 ທີ່ສິງກະໂປ ເປັນເຈົ້າພາບຄັ້ງຫຼ້າສຸດ ເມື່ອ 22 ປີກ່ອນ.
ສຳລັບ ສິງກະໂປ ເຈົ້າພາບ ຕັ້ງເປົ້າໃຫ້ໄດ້ຢ່າງໜ້ອຍ 50 ຫຼຽນຄຳ ເຊິ່ງເປັນຜົນງານທີ່ທັບນັກກິລາສິງກະໂປ ເຄີຍເຮັດໄດ້ ໃນຊີເກມ 1993 ຖ້າຫາກໄດ້ຕາມຄວາມຄາດຫວັງ ກໍ່ຈະເປັນການສະເຫຼີມສະຫຼອງວັນເອກະລາດຄົບຮອບ 50 ປີ ຂອງປະເທດສິງກະໂປໄປພ້ອມໆກັນ.
ໂດຍຈຳນວນນັກກິລາຂອງສິງກະໂປ ທີ່ສົ່ງເຂົ້າແຂ່ງຂັນ 36 ປະເພດ ໃນ ສິງກະໂປ ເກມ ຄັ້ງທີ 28 ມີດັ່ງນີ້:
ກິລາທາງນ້ຳ 75 ຄົນ (ລອຍນ້ຳ 29, ໂດດນ້ຳ 8, ລະບຳໃຕ້ນ້ຳ 12, ໂປໂລນ້ຳ 26), ຍິງທະນູ 16 ຄົນ, ແລ່ນ-ລານ 73 ຄົນ, ແບດມິນຕັນ 20 ຄົນ, ບານບ້ວງ 24 ຄົນ, ບິລລຽດ-ສະນຸກເກີ 11 ຄົນ, ໂບລິງ 12 ຄົນ, ມວຍສາກົນສະໝັກຫຼິ້ນ 10 ຄົນ, ເຮືອແຄນູ (ພາຍ 2 ຄົນ) 19 ຄົນ, ລົດຖີບ 8 ຄົນ, ຂີ່ມ້າ 8 ຄົນ, ຟັນດາບ 24 ຄົນ, ຟຼບອລ 20 ຄົນ, ກ໊ອຟ 7 ຄົນ, ຍິມນາສຕິກ 20 ຄົນ (ຍິມນາສຕິກສິນ 12, ຍິມນາສຕະກລີລາ 8), ຮອກກີ 36 ຄົນ, ຢູໂດ 10 ຄົນ, ເນັດບອລ 12 ຄົນ, ປັນຈັກສີລັດ 13 ຄົນ, ເປຕັງ 9 ຄົນ, ເຮືອພາບ 26 ຄົນ, ຮັກບີ 7 ຄົນ 24 ຄົນ, ເຮືອໃບ 32 ຄົນ, ກະຕໍ້ 19 ຄົນ, ຍິງປືນ 29 ຄົນ, ຊອຟບອລ 34 ຄົນ, ສະວອຊ 8 ຄົນ, ປິ່ງປ່ອງ 10 ຄົນ, ເທຄວັນໂດ 8 ຄົນ, ເທັນນິສ 9 ຄົນ, ເຮືອພາຍ 28 ຄົນ, ໄຄຣກິລາ 4 ຄົນ, ບານສົ່ງ 24 ຄົນ, ສະກີນ້ຳ 9 ຄົນ, ວູຊູ 17 ຄົນ ແລະ ບານເຕິ 20 ຄົນ.

ບົດຄວາມຫຼ້າສຸດ

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...