ວັນທີ 20 ພຶດສະພາ 2015 ທີ່ສະພາແຫ່ງຊາດ ທ່ານ ດຣ.ກຸແກ້ວ ອັກຄະມົນຕີ ປະທານກຳມາທິການຕ່າງປະເທດຂອງສະພາແຫ່ງຊາດ ໄດ້ພົບປະກັບທ່ານ Tantowi YAHYA ຫົວໜ້າກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບການຕ່າງປະເທດ ແລະ ຂໍ້ມູນຂ່າວສານຂອງສະພາຜູ້ແທນລາຊະດອນອິນໂດເນເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະພາແຫ່ງຊາດລາວ.
ທ່ານ ດຣ.ກຸແກ້ວ ອັກຄະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືຂອງສອງປະເທດ ໂດຍສະເພາະເປັນການຮັດແໜ້ນການພົວພັນຮ່ວມມືຂອງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນລາຊະດອນອິນໂດເນເຊຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເປັນການສືບຕໍ່ຜັນຂະຫຍາຍ ແລະ ຊຸກຍູ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ກໍ່ຄືສອງອົງການນິຕິບັນຍັດ ລາວ-ອິນໂດເນເຊຍ ໃຫ້ປາກົດຜົນເປັນຈິງ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ.
ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວຂອງວຽກງານສະພາໃຫ້ກັນຊາບ ແລະ ສະເໜີບາງທິດທາງການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນສະເໜີໃຫ້ມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນ ລະດັບສູງໃຫ້ມີການພົບປະແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລວມທັງການຮ່ວມມືກັນໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນກອບການຮ່ວມມືອາຊຽນ ອົງການສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ແລະ ການຊຸກຍູ້ບັນດານັກລົງທຶນອິນໂດເນເຊຍ ເຂົ້າມາລົງທຶນຢູ່ລາວຫຼາຍຂຶ້ນ.
ແຫລ່ງຂ່າວ: ວຽງຈັນໃໝ່