HomeBaby-ແມ່ແລະເດັກພໍ່ແມ່8ລັກສະນະນີ້ທີ່ເຮັດໃຫ້ລູກເປັນຄົນຕິດເກມ

ພໍ່ແມ່8ລັກສະນະນີ້ທີ່ເຮັດໃຫ້ລູກເປັນຄົນຕິດເກມ

Published on

e_gijlnpsu4689

ຈາກ​ສະຖານະການ​ເດັກນ້ອຍ​ຕິດ​ເກມພົບ​ວ່າ:ປັດ​ໄຈ​ທີ່​ມີ​ສ່ວນ​ໃນ​ການ​ເພີ່ມ​ຄວາມ​ສ່ຽງ​ໃຫ້​ເດັກ​ນ້ອຍມີ​ໂອ​ກາດ​ຕິດ​ເກມຄື:ການ​ລ້ຽງດູ​ຂອງ​ຄອບ​ຄົວ
ຊຶ່ງ“ພໍ່​ແມ່”ມີ​ບົດ​ບາດ​ຫນ້າທີ່​ຫລັກ​ໃນ​ການ​ອົບຮົມ​ສັ່ງ​ສອນເຖິງແມ່ນວ່າ​ການ​ໃຫ້​ເດັກນ້ອຍ​ໄດ້​ເຕີບໃຫຍ່​ຂຶ້ນ​ມາ​ເປັນ​ຄົນ​ດີແລະ​ມີ​ຄວາມ​ຮັບ​ຜິດຊອບຈະ​ເປັນ​ເປົ້າ​ໝາຍ​ຂອງ​ການ​ເບິ່ງແຍງ​ລູກແຕ່​ສິ່ງ​ສຳຄັນ​ທີ່​ຈະ​ຊ່ວຍ​ໃຫ້​ສາມາດ​ໄປ​ເຖິງ​ເປົ້າ​ໝາຍ​ນັ້ນ​ໄດ້​ຢ່າງ​ສົມບູນ​ກໍ​ຄື ການ​ເປັນ​ພໍ່​ແມ່​ທີ່​ປະຕິບັດ​ຢ່າງ​ເໝາະ​ສົມຊຶ່ງ​ຈະ​ຊ່ວຍ​ສົ່ງ​ເສີມ​ແລະ​ສ້າງ​ພູ​ມ​ຄຸ້ມ​ກັນ​ໃຫ້​ກັບ​ລູກ​ໄດ້​ຂໍ້​ສັງເກດ8ພໍ່​ແມ່​ກຸ່ມ​ສ່ຽງທີ່​ລູກ​ມີ​ໂອ​ກາດ​ຕິດ​ເກມໂດຍ​ມີ​ລັກສະນະ​ດັ່ງນີ້

1.ພໍ່​ແມ່ຄາວຽກ
ພໍ່​ແມ່ຄາວຽກຄື:ພໍ່​ແມ່​ທີ່“ຄິດ​ຫລື​ອ້າງ​ວ່າ​ໂຕ​ເອງຫ​ຍຸ້ງ”ມີ​ພາລະ​ກິດ​ເປັນ​ຂອງ​ໂຕເອງບໍ່​ຢາກ​ໃຫ້​ລູກ​​ວົນ,ຂ້ອງແຄ່ງຂ້ອງຂາ,ຫລື​ຢູ່​ໃກ້​ຕົນ​ເອງໂດຍ​ຈະ​ໃຊ້​ອຸປະກອນITເຊັ່ນ:​ເກມ,ສະ​ມາດໂຟນIPadຫລືເອື້ອຍ​​ລ້ຽງ​ເດັກນ້ອຍຕົນເອງ​ຈະ​ໄດ້​ມີ​ເວລາ​ສ່ວນໂ​ຕ​ຫລາຍ​ຍິ່ງ​ຂຶ້ນ

2.ພໍ່​ແມ່​ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການ
ພໍ່​ແມ່​ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການມັກ​ຈະ​ເຂົ້າໃຈ​ວ່າ​ເດັກນ້ອຍ​ຍຸກ​ນີ້​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເທົ່າ​ທັນ​ເຕັກ​ໂນ​ໂລ​ຊີເພາະ​ເຮັດໃຫ້​ທັນ​ສະໄໝ,ສະຫລາດ,ຮຽນ​ຮູ້​ໄວ,ຊ່ວຍ​ເພີ່ມ​ສັກ​ກະຍະ​ພາບ​ດ້ານ​ໄອ​ທີ​ໃຫ້​ກັບ​ລູກຈາກ​ທີ່​ກ່າວ​ມາ​ຖືກ​ພຽງ​ສ່ວນຫນຶ່ງ​ເທົ່າ​ນັ້ນບໍ່​ປະຕິເສດ​ວ່າ​ການ​ທີ່​ມີ​ທັກ​ສະ​ດ້ານ​ໄອ​ທີ​ນັ້ນ​ເປັນ​ສິ່ງ​ຈຳ​ເປັນແຕ່​ສິ່ງ​ທີ່​ພໍ່​ແມ່​ຂາດ​ຄວາມ​ຮູ້​ຕໍ່​ເນື່ອງຄື:ຖ້າ​ພໍ່​ແມ່​ບໍ່​ເບິ່ງແຍງຫລື​ປ່ອຍ​ລູກ​ໃຫ້​ໃຊ້​ເວລາ​ກັບ​ເລື່ອງ​ເຫລົ່າ​ນີ້​ຕັ້ງ​ແຕ່​ຍັງ​ນ້ອຍ​ໆ(ປະ​ມານ6ເດືອນຫາ3ປີ)ຈະ​ສົ່ງ​ຜົນ​ຮ້າຍ​ກັບ​ເດັກນ້ອຍເຮັດໃຫ້​ພັດທະນາ​ການ​ດ້ານ​ອື່ນໆຈະ​ຊ້າລົ​ງເຊັ່ນ:ເວົ້າ​ຊ້າ,ກ້າມ​ຊີ້ນ​ມັດ​ໃຫຍ່ມັດ​ນ້ອຍ​ເຕີບໃຫຍ່ຊ້າແລະ​ທັກ​ສະ​ທາງ​ສັງຄົມ​ກໍ​ຈະ​ສູນ​ເສຍ​ໄປ​ຖ້າເປັນ​ເດັກນ້ອຍ​ທີ່​ເຂົ້າ​ສູ່​ໄວ​ຮຽນບັນຫາ​ທີ່​ພົບ​ຄື:ເດັກນ້ອຍ​ຈະ​ບໍ່​ແບ່ງ​ເວລາ​ໃຫ້​ກັບ​ສິ່ງ​ອື່ນເຊັ່ນ:ການ​ຫລິ້ນ, ການ​ຮຽນ,ການ​ເຂົ້າ​ສັງ​ຄົມ

3. ພໍ່​ແມ່​ທີ່​ຢ້ານ​ອາລົມ​ລູກ
ພໍ່​ແມ່​ທີ່​ຢ້ານ​ອາລົມ​ລູກຄື:ພໍ່​ແມ່​ທີ່​ບໍ່​ກ້າ​ປະຕິເສດ​ເວລາລູກ​​​ອາ​ລະ​ວາດ​,ຫງຸດ​ຫງິດຫລືຮ້ອງໃສ່ເມື່ອ​ຖືກ​ຢຶດ​ເກມໂທລະ​ສັບຫລື​ປິດ​ຄອມພິວເຕີພໍ່​ແມ່​ກໍ​ຈະ​ຕົກ​ໃຈ​ຮ້ອນຮົນແລະ​ເຮັດຫຍັງ​ບໍ່​ຖືກ​ພໍ່​ແມ່​ປະ​ເພດ​ນີ້​ຈະ​ບໍ່​ສາມາດ​ຈັດການ​ອາລົມ​ຮ້າຍ​ຂອງ​ລູກ​ໄດ້ບໍ່​ຮູ້​ຈະ​ເຮັດ​ແບບໃດ​ຈົນ​​ພໍ່​ແມ່​ກາຍ​ເປັນ​ລູກ​ໄກ່​ໃນ​ກຳ​ມື​ຂອງ​ລູກ
4.ພໍ່​ແມ່​ມັກ​ໃຈ​ອ່ອນ
ພໍ່​ແມ່​ມັກ​ໃຈ​ອ່ອນມັກ​ຈະ​ບໍ່​ມັກ​ຄວາມ​ຂັດ​ແຍ້ງ,ບໍ່​ກ້າ​ປະຕິເສດ,ບໍ່​ຢາກ​ເຮັດໃຫ້​ຜິດ​ຫວັງ​ບໍ່​ຢາກ​ເຮັດໃຫ້​ລູກ​ເສຍ​ໃຈ​ຢ້ານ​ລູກ​ຮ້າຍ​ພໍ່​ແມ່​ກຸ່ມ​ນີ້​ສ່ວນ​ໃຫຍ່​ເປັນ​ພໍ່​ແມ່​ທີ່​ເຮັດວຽກ​ຫລາຍ ເຮັດໃຫ້​ຕົນເອງ​ເກີດ​ຄວາມ​ຮູ້ສຶກ​ຜິດ​ທີ່​ບໍ່​ຄ່ອຍ​ໃຫ້​ເວລາ​ກັບ​ລູກດັ່ງ​ນັ້ນ​ເວລາ​ລູກ​ຂໍ​ຫຍັງ​ກໍ​ຈະໃຫ້​ເພື່ອ​ເປັນ​ການ​​ທົດ​ແທນ
5. ພໍ່​ແມ່​ທີ່​ປ່ອຍປະລະ​ເລີຍ​ຄວາມ​ສຳຄັນ​ຂອງ​ວິ​ໄນ
ພໍ່​ແມ່​ທີ່​ປ່ອຍປະລະ​ເລີຍ​ຄວາມ​ສຳຄັນ​ຂອງ​ວິ​ໄນ​ອາດ​ເພາະ​ຕົນເອງ​ບໍ່​ມີ​ວິ​ໄນບໍ່​ມີ​ເວລາ​ທີ່​ຈະ​ຖ່າຍ​ທອດ​ວິ​ໄນ​ຫລື​ບໍ່​ຮູ້​ຈະ​ຖ່າຍ​ທອດ​ແບບໃດເພາະ​ສະ​ນັ້ນ​ຈຶ່ງ​ລ້ຽງ​ລູກ​ແບບ​ຂາດ​ວິ​ໄນບໍ່​ມີ​ການຕັ້ງ​ລະບຽບ​ພາຍ​ໃນ​ເຮືອນບໍ່​ເຝິກ​ຄວາມ​ຮັບ​ຜິດຊອບບໍ່​ນັ່ງ​ໂອ້ລົມກັນ​ໃນ​ຄອບຄົວ​ເພື່ອ​ວາງ​ກົດ​ເກນ​ເດັກ​ນ້ອຍຈຶ່ງ​ເຮັດ​ຕາມ​ໃຈ​ຕົນເອງ​ແລະ​ຂາດ​ຄວາມ​ຮັບ​ຜິດ​ຊອບ
6.ພໍ່​ແມ່​ທີ່​ຂັດ​ແຍ້ງ​ກັນ​ເອງ
ພໍ່​ແມ່​ທີ່​ຂັດ​ແຍ້ງ​ກັນ​ເອງ​ຄື:ພໍ່​ແມ່​ທີ່​ຈັດການ​ລູກ​ຄົນ​ລະ​ແນວ​ທາງ​ຊຶ່ງ​ລູກ​ຈະ​ເຊື່ອ​ຄົົນທີ່​ໃຫ້​ປະໂຫຍດ​ແກ່​ຕົວ​ເອງເຊັ່ນ:ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ໃຈ​ອ່ອນລູກ​ກໍ​ຈະ​ເຮັດ​ຕາມ​ກົດ​ຄົນັ້ນ
7.ພໍ່​ແມ່​ທີ່​ປ່ອຍປະລະ​ເລີຍ​ກິດຈະກຳ​ໃນ​ຄອບ​ຄົວ
ພໍ່​ແມ່​ທີ່​ປ່ອຍປະລະ​ເລີຍ​ກິດຈະກຳ​ໃນ​ຄອບ​ຄົວຄື:ພໍ່​ແມ່​ທີ່​ບໍ່​ຮູ້​ຈະ​ຫາ​ກິດຈະກຳ​ຫຍັງ​ທີ່​ເຮັດ​ຮ່ວມ​ກັບ​ລູກບໍ່​ໃຫ້​ຄວາມ​ສຳຄັນ​ໃນ​ການເຮັດ​ກິດຈະກຳ​ທີ່​ຈະ​ເສີມ​ສ້າງ​ຄວາມ​ສຳພັນ​ໃນ​ຄອບຄົວ​ມັກ​ພົບ​ໃນ​ຄອບຄົວ​ລ້ຽງດ່ຽວຈຶ່ງ​ບໍ່​ຄ່ອຍ​ມີ​ຕົ້ນ​ທຶນ​ທາງ​ສັງຄົມໃນ​ມູມມອງ​ຂອງ​ກຸ່ມ​ໝູ່ຫລື​ມີ​ລູກ​ໃນ​ໄວ​ດຽວ​ກັນຊຶ່ງ​ກິດຈະກຳ​ທີ່​ພໍ່​ແມ່​ປະ​ເພດ​ນີ້​ພໍ​ຈະ​ຄິດອອກເຊັ່ນ:ສົ່ງ​ລູກ​ຮຽນ​ພິເສດ,ຍ່າງ​ທ່ຽວ​ຫ້າງສັບພະສິນຄ້າ,ກິນ​ເຂົ້າ​ນອກ​ເຮືອນເປັນ​ຕົ້ນແຕ່​ບໍ່​ຂົນ​ຂວາຍ​ທີ່​ຈະ​ຫາ​ກິດຈະກຳ​ກາງ​ແຈ້ງຊຶ່ງ​ຖ້າພໍ່​ແມ່​ມີ​ກຸ່ມ​ໝູ່​ຫລື​ມີ​ລູກ​ໃນ​ໄວ​ດຽວ​ກັນ​ກໍ​ບໍ່​ຍາກ​ທີ່​ຈະ​ຫາ​ກິດຈະກຳ​ເຮັດ​ລະຫວ່າງ​ເດັກນ້ອຍເຊັ່ນ:ກິດຈະກຳ​ຍ່າງ​ປ່າ,ເບິ່ງ​ນົກ,ຖ່າຍ​ຮູບ,ປູກ​ຕົ້ນ​ໄມ້ ອ່ານ​ຫນັງສື,ຂີ່​ຈັກ​ລົດຖີບຫລື​ຫລິ້ນ​ເກມ​ໝາກ​ດ້າມ​ກັບ​ລູກ​ໃນ​ເຮືອນເປັນ​ຕົ້ນ
8.ພໍ່​ແມ່​ທີ່​ເອົາ​ແຕ່​ຈົ່ມ
ພໍ່​ແມ່​ທີ່​ເອົາ​ແຕ່​ຈົ່ມຄື:ການ​ຈົ່ມ​ທີ່​ມັກ​ຕໍ່ທ້າຍ​ດ້ວຍ​ຄຳ​ຕຳ​ໜິການ​ປະ​ຊົດ​ແຕ່​ບໍ່​ແກ້​ໄຂ​ຫລື​ປັບ​ປ່ຽນ​ພຶດຕິກຳ​ລູກພຽງ​ແຕ່​ຈົ່ມ​ແລະ​ຍ່າງ​ໜີ​ໄປໂດຍ​ພຶດຕິກຳ​ກໍ​ຈະ​ເປັນ​ຊ້ຳ​ເຊັ່ນ​ນີ້​ໄປ​ເລື່ອຍ​ໆ ພໍ່​ແມ່​ປະ​ເພດ​ນີ້​ຈະ​ເວົ້າ​ແຕ່​ຂໍ້​ເສຍ​ຂອງ​ເກມມັກ​ບໍ່​ຖາມ​ເຖິງ​ອາລົມ​ຄວາມ​ຮູ້ສຶກ​ປ່ອຍປະລະ​ເລີຍ​ຄວາມ​ເປັນ​ຢູ່​ຂອງ​ລູກເອົາ​ແຕ່​​ສົນໃຈ​ສະເພາະ​ເລື່ອງ​ການ​ຮຽນການ​ອ່ານ​ຫນັງສື​ແລະ​ການ​ມີວຽກບ້ານຈະ​ໃຊ້​ຄຳ​ເວົ້າ​ໃນລັກສະນະຈັບ​ຜິດແລະ​ດູຖູກຕົວຢ່າງ“ດຽວ​ຈະ​ເປີດ​ໃຫ້​ຫລິ້ນ​ໝົດມື້​ໝົດຄືນ”“ຄະແນນ​ເດືອນ​ນີ້​ຈະ​ເຖິງ​ຮອດໃສ”ເປັນ​ຕົ້ນຊຶ່ງ​ໃຊ້​ຄຳ​ເວົ້າ​ທີ່​ບໍ່​ສ້າງສັນ ເມື່ອ​ເດັກນ້ອຍ​ຟັງ​ກໍ​ຈະ​ຮູ້ສຶກ​ຕໍ່​ຕ້ານບໍ່​ຢາກ​ເຮັດ​ຕາມປຸກ​ອາລົມ​ເຮັດໃຫ້​ຮ້າຍເຮັດໃຫ້​ຮູ້ສຶກ​ບໍ່​ດີ​​ຕໍ່​ໂຕເອງ​ແລະ​ຄົນ​ເວົ້າ
ນອກ​ຈາກ8ຂໍ້​ຕ້ອງ​ຫ້າມ​ຂ້າງ​ເທິງ​ແລ້ວຍັງມີ​ອີກ2ສິ່ງ​ທີ່​ພໍ່​ແມ່​ຄວນ​ເຮັດຄືການ​ສື່​ສານແລະ​ສ້າງຄຸນຄ່າຂອງໂຕເອງ
-ການ​ສື່​ສານ​ພໍ່​ແມ່​ຄວນ​ມີ​ທັກ​ສະ​ການ​ສື່​ສານ​ກັບ​ລູກ​ທີ່​ດີໃນ​ກຽດ​ລູກ,ຟັງ​ລູກ,ພະຍາຍາມ​ດຶງ​ລູກ​ມາ​ມີ​ສ່ວນ​ຮ່ວມ​ໃນ​ການສ້າງ​ວິ​ໄນ​ແລະ​ສ້າງ​ຄວາມ​ສຳພັນ​ໃນ​ຄອບ​ຄົວ
-ການສ້າງSelf-Esteem(ສ້າງຄຸນຄ່າຂອງໂຕເອງ)ພໍ່​ແມ່​ຄວນ​ໃຫ້​ຄວາມ​ສຳຄັນ​ກັບ​ເລື່ອງ “ຄວາມ​ຮູ້ສຶກ​ມີ​ຄຸນຄ່າ​ໃນ​ຕົນເອງ”ເພື່ອ​ໃຫ້​ລູກ​ຮູ້ສຶກ​ວ່າ​ຕົນເອງ​ມີ​ຄຸນຄ່າມີ​ຄວາມ​ສາມາດ​​ເຊັ່ນ:ເມື່ອ​ພໍ່​ແມ່​ພາ​ລູກ​ເຮັດ​ກິດຈະກຳລູກ​ກໍ​ຈະ​ຄົ້ນ​ພົບ​ວ່າ​ຕົນເອງ​ເຮັດຫຍັງ​ໄດ້​ດີແລະ​ຍິ່ງ​ຖ້າ​ປະ​ສົບ​ຄວາມ​ສຳ​ເລັດ​ກໍ​ຈະ​ເກີດ​ຄວາມ​ພາກພູມ​ໃຈ​ແລະ​ໝັ້ນໃຈຊຶ່ງ​ພໍ່​ແມ່​ຄວນ​ໃຫ້​ຄຳ​ຍ້ອງຍໍເປີດ​ໂອ​ກາດ​ແລະ​ສ້າງ​ເວ​ທີ​ໃຫ້​ລູກ​ໄດ້​ສະແດງ​ອອກຈະ​ເຮັດໃຫ້​ເດັກ​ນ້ອຍກຸ່ມ​ນີ້​ຫ່າງ​ໄກ​ຈາກ​ການ​ຕິດ​ເກມອີກ​ຢ່າງ​ຊ່ວຍ​ສ້າງ​ພູ​ມ​ຄຸ້ມ​ກັນ​ກັບເດັກນ້ອຍ​ແລະ​ຄອບຄົວ​ນໍາອີກ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...