spot_img
Homeຂ່າວພາຍ​ໃນເອດີ​ບີ​ ຊີ້ຢູ່​ລາວ​ບັນຫາ​ຄວາມ​ຫລຸດ​ໂຕນ​ ລະຫວ່າງ​ຜູ້​ສັ່ງ​ຜູ້​ທຸກ​ມີ​ເພີ່ມ​ຂຶ້ນ!

ເອດີ​ບີ​ ຊີ້ຢູ່​ລາວ​ບັນຫາ​ຄວາມ​ຫລຸດ​ໂຕນ​ ລະຫວ່າງ​ຜູ້​ສັ່ງ​ຜູ້​ທຸກ​ມີ​ເພີ່ມ​ຂຶ້ນ!

Published on

ADB

​ໃນ​ວັນ​ທີ 19 ພຶດສະພາ​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ, ທະນາຄານ​ພັດທະນາ​ອາຊີ (ADB) ​ໄດ້​ເປີດ​ເຜີຍ​ບົດ​ຄົ້ນຄວ້າ​ເສດຖະກິດ​ຂອງ​ລາວ​ວ່າ: ຫລາຍ​ປີຜ່ານມາ​ນີ້, ອັດຕາ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໄດ້​ຫລຸດ​ລົງ ​ເນື່ອງ​ຈາກ​ລັດຖະບານ​ລາວ​ໄດ້​ປັບປຸງ ​ແລະ ປະຕິ​ຮູບ​ໂຄງ​ສ້າງ​ເສດຖະກິດ​ຢ່າງ​ເປັນ​ລະບົບ ​ໂດຍ​ສະ​ເພາະ​ກົນ​ໄກ​ການ​ຕະຫລາດ ລວມທັງ​ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ອື່ນໆ, ຄຽງ​ຄູ່​ກັບ​ການ​ຂະຫຍາຍ​ໂຕ​ດັ່ງກ່າວ​ຍັງ​ເຫັນ​ວ່າ ຄວາມ​ຫລຸດ​ໂຕນ​ລະຫວ່າງ​ຜູ້​ຮັ່ງ ​ແລະ ຜູ້​ທຸກ​ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ.

ທ່ານ​ນາງ ​ແຊນ​ດຣ້າ ນິ​ໂຄ ຜູ້ຕາງໜ້າ​ທະນາຄານ​ເອດີ​ບີປະຈຳ​ລາວ ​ໄດ້​ກ່າວ​ວ່າ: ການ​ເພີ່ມ​ຂຶ້ນຂອງ​ຄວາມ​ບໍ່​ເທົ່າ​ທຽມ​ກັນ​ອາດ​ສ້າງ​ຄວາມ​ກັງວົນ​ຕໍ່​ນະ​ໂຍບາຍລວມບາງ​ດ້ານ ​ແລະ ອາດ​ກະທົບ​ຕໍ່​ສັງຄົມ​ສ່ວນ​ໃດ​ສ່ວນ​ໜຶ່ງ. ບົດ​ຄົ້ນ ຄວ້າ​ວິ​ໄຈ​ທີ່​ຂຽນ​

ໂດຍ​ທ່ານ ​ເຈ ​ເມນ​ອນ ນັກ​ເສດຖະສາດ​ອາວຸ​ໂສ​ຂອງ​ເອດີ​ບີ ​ແລະ ທ່ານ ສາ​ສະ​ດາ​ຈານ ປີ​ເຕີ ວໍ ​ແຫ່ງ​ມະຫາວິທະຍາ​ໄລ​ອົດ​ສະຕຣາລີ ​ໄດ້​ຊີ້​ແຈງ​ວ່າ: ຄວາມ​ຫລຸດ​ໂຕນ​ກັນ​ໄດ້​ເພີ່ມ​ຂຶ້ນ ທັງ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຢ່າງ​ຈະ​ແຈ້ງ ​ໂດຍ​ອີງ​ຕາມ​ຂໍ້​ມູນ​ຈາກ​ການ​ສຳ​ຫລວດ​ຢູ່​ແຕ່​ລະ​ຄອບຄົວ​ຂອງ​ປະຊາຊົນ​ຕະຫລອດ​ໄລຍະ 20 ປີຜ່ານ ມາ ​ໄດ້​ສະ​ແດງ​​ໃຫ້​ເຫັນ​ການ​ຊີ້ວັດ​ຂອງ​ຄວາມ​ແຕກ​ໂຕນ​ກັນ​ໃນ​ການ​ໃຊ້​ຈ່າຍ​ເພີ່ມ​ຂຶ້ນສູງ​ຈາກ 0,311 ​ໃນ​ປີ 1992-1993 ​ເປັນ 0,364 ​ໃນ​ປີ 2012-2013. ຂະນະ​ທີ່​ອັດຕາ​ຄວາມທຸກ​ຍາກ​ໂດຍ​ລວມ​ໄດ້​ຫລຸດ​ລົງ​ຈາກ 46% ​ເປັນ 23%, ​ແຕ່​ກຸ່ມ​ຄົນ​ຮັ່ງມີ​ກັບ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ຍິ່ງ​ຂຶ້ນ ທັງ​ໃນ​ແງ່​ອັດຕາ​ສ່ວນ. ຖ້າ​ຫາກ​ເປັນ​ເງື່ອນ​ໄຂ​ດຽວ​ກັນ​ຖື​ວ່າການ​ໃຊ້​ຈ່າຍ​ຕົວ​ຈິງ​ຂອງ​ຄອບຄົວ​ໃນ​ທຸກ​ກຸ່ມ​ຂອງ​ປະຊາກອນ​ເພີ່ມ​ຂຶ້ນຢູ່​ໃນ​ລະດັບ​ດຽວ​ກັນ​ຕະຫລອດ​ໄລຍະ​ທີ່​ທຳ​ການຄົ້ນຄວ້າ​ວິ​ໄຈ ອັດຕາ​ຄວາມທຸກ​ຍາກ​ຈະ​ຫລຸດ​ລົງ​ຈາກ 46% ມາ​ເປັນ 17% ​ເຊິ່ງ​ເງື່ອນ​ໄຂ​ດັ່ງກ່າວ​ຊີ້​ໃຫ້​ເຫັນ​ວ່າ: ການ​ເພີ່ມ​ຂຶ້ນຄວາມ​ຫລຸດ​ໂຕນ​ກັນ​ເປັນສາ​ເຫດ​ພາ​ໃຫ້​ອັດຕາ​ຄວາມທຸກ​ຍາກ​ຫລຸດ​ລົງ ບໍ່​ເປັນ​ໄປ​ຕາມ​ເກນ​ການ​ຂະຫຍາຍ​ໂຕ​ ​ແທນ​ທີ່​ຈະ​ຫລຸດ​ລົງ​ໄດ້​ຕື່ມ​ອີກ 6%.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ປິດລົງຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ...

ພິທີເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ

ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ເມືອງວັງວຽງ ແຂວງວຽງຈັນ ແມ່ນໂຄງການຫນຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ພາຍໃຕ້ການສະຫນັບສະຫນູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2. ໃນວັນທີ 17 ຕຸລາ 2024 ທີ່ເມືອງວັງວຽງ,...

ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ...

ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ

ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ...