ລາວພຣີເມຍລີກ 2015 ອາທິດທີ 11
ຜົນການແຂ່ງຂັນບານເຕະໃນວັນເສົາ 16 ພຶດສະພາ 2015 ທີ່ຜ່ານມາເປັນການພົບກັນຂອງ ສະໂມສອນ ເອັສເຮັສບີ ວຽງຈັນ ພົບກັບ ສະໂມສອນ ໄອດີຊີຈໍາປາສັກ ຢູໄນເຕັດ ແຂ່ງຂັນຢູ່ທີ່ສະໜາມກິລາເຈົ້າອານຸວົງ
ຜົນປະກົດວ່າ ສະໂມສອນ ເອັສເຮັສບີ ວຽງຈັນ ເອົາຊະນະ ສະໂມສອນ ໄອດີຊີຈໍາປາສັກ ໄປໄດ້ 1-0 ໂດຍການຍິງປະຕູຂອງ XUAN NAM ຈາກສະໂມສອນ ເອັສເຮັສບີ ວຽງຈັນ ເຮັດໃຫ້ໄດ້ຄະແນນເພີ່ມໄປ 3 ຄະແນນ
ແລະອີກ 1 ຄູ່ແມ່ນ ສະໂມສອນ ໄຟຟ້າລາວ ພົບກັບ ສະໂມສອນ ອິສເຕີນສະຕຣາ ແຂ່ງຂັນຢູ່ທີ່ສະໜາມສະໂມສອນ ລ້ານຊ້າງ ບ້ານຫນອງໄຮ ເມືອງຫາດຊາຍຟອງ
ຜົນຂອງຄູ່ນີ້ອອກມາໄດ້ພຽງແຕ່ສະເໝີ 1-1 ແບ່ງກັນໄປທີມລະ 1 ຄະແນນ ໂດຍການຍິງປະຕູຂອງ BURNEL OKAN
ຈາກ ສະໂມສອນ ໄຟຟ້າລາວ ແລະການຍິງປະຕູຂອງ ສະໂມສອນ ອິສເຕີນສະຕຣາ ແມ່ນທາງດ້ານ OGUWIKE EMELKA
ຂ່າວແລະພາບຈາກ: ຂ່າວສານບານເຕະລາວ