spot_img
Homeຂ່າວພາຍ​ໃນສົ່ງທ້າຍ! ຫົງຕ້ອນຮັບພາເລສ

ສົ່ງທ້າຍ! ຫົງຕ້ອນຮັບພາເລສ

Published on

ການແຂ່ງຂັນປະຈຳວັນເສົາທີ 16 ພຶດສະພາ 2015 ສະຕີເວນ ເຈີຣາດ ລົງຫຼີ້ນໃນບ້ານເປັນນັດສຸດທ້າຍຢ່າງເປັນທາງການທຳທັບ “ຫົງແດງ” ລິເວີພູ ເປີດບ້ານຮັບການມາເຢືອນຂອງ “ຜາສາດເຮືອນແກ້ວ” ຄຣິສຕັນ ພາເລສ

06076

ຫົງແດງ ຟອມຖືວ່າໃຊ້ໄດ້ 6 ນັດຫຼັງເສຍ 1 ນັດ ຊະນະ 3 ສະເໝີ 2 ໃນນັດຫຼ້າສຸດບຸກໄປສະເໝີ ເຊວຊີ ໄດ້ເຖີງຖີ່ນ 1-1 ນັດນີ້ ເບຣນເດີ ຣ໊ອກເຈີສ໌ ບໍ່ມີສິດໃຊ້ ຈອນ ຟຼານາແກນ ແລະ ແດນນຽວ ສະເຕີຣິຈ ທີ່ບາດເຈັບ ແຕ່ມີຂ່າວດີໄດ້ໃຊ້ ມາຣິໂອ ບາໂລເຕລີ ແລະ ມາມາດູ ຊາໂກ້ ຫາຍເຈັບກັບມາ ການຈັດທີມຄາດວ່າແດນກາງຈະມີ ຈໍແດນ ແຮນເດີສັນ, ລູຄັສ ເລວາ ແລະ ສະຕີເວນ ເຈີຣາດ ຖ້າຊ່ວຍ ອະດຳ ລາລານ່າ, ຟິລິບເປ້ ຄູຕິນໂຢ ແລະ ຣາຮີມ ສະເຕີລີງ ຫຼີ້ນເກມບຸກໃນມື້ນີ້

ຄຣິສຕັນ ພາເລຊ ຜົນງານບໍ່ດີເສຍມາ 4 ນັດຫຼັງສຸດ ຊະນະ 2 ເສຍ 4 ນັດຫຼ້າສຸດເສຍໃຫ້ ແມນຢູ ຄາບ້ານ 1-2 ສ່ວນວະພາບທີມນັດນີ້ ອະລັນ ພາດິວ ມີບັນຫາຜູ້ຫຼີ້ນບາດເຈັບພຽງຄົນດຽວຄື ໂຈນາທານ ວິນລຽມ ສ່ວນແນວບຸກມື້ນີ້ຄາດວ່າຈະເປັນ ວິນຟຣິດ ຊາຮາ, ຍານນິກ ໂບລາຊີ ແລະ ເກຼັນ ເມີຣີ່

ສະໜາມ: ແອນຟິວ
ຜູ້ຕັດສິນ: ໂຈນາທານ ມອສ
ເວລາເຕະ: 23:30 ນາທີ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...