spot_img
Homeຂ່າວພາຍ​ໃນເສັ້ນທາງເທດສະບານເມືອງໝື່ນ ຈະປູຢາງໃນໄວໆນີ້

ເສັ້ນທາງເທດສະບານເມືອງໝື່ນ ຈະປູຢາງໃນໄວໆນີ້

Published on

images
ແຫຼ່ງຂ່າວຈາກແຂວງວຽງຈັນ ລາຍງານວ່າ: ເສັ້ນທາງເທດສະບານເມືອງໝື່ນ ແຂວງຂອງຕົນເຊິ່ງມີຄວາມຍາວກວ່າ 35 ກິໂລ
ແມັດ ຈະໄດ້ປູຢາງ 2 ຊັ້ນໃນໄວໆນີ້ ຫຼັງພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດບຸນໂຮມກໍ່ສ້າງຂົວທາງ ຈຳ
ກັດ ຮ່ວມລົງນາມໃນສັນຍາກໍ່ສ້າງໃນວັນທີ 5 ມີນານີ້ ໂດຍຊ້ອງໜ້າທ່ານ ບຸນເພັງ ສາຍນໍລະດີ ກຳມະການປະຈຳພັກແຂວງ
ປະທານກວດກາພັກŒລັດ ແຂວງ ພ້ອມພະນັກງານກ່ຽວຂ້ອງເຂົ້າຮ່ວມ ຊຶ່ງເສັ້ນທາງປູຢາງນີ້ມີມູນຄ່າການກໍ່ສ້າງກວ່າ 146 ຕື້ກີບ.
ທ່ານ ສຸມົນທາ ສົມຈັນມະວົງ ຮັກສາການຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ກ່າວວ່າ: ປະຕິບັດຕາມຂໍ້
ຕົກລົງຂອງເຈົ້າແຂວງຕົນ ເມື່ອທ້າຍເດືອນຜ່ານມາ ໂດຍການອະນຸມັດໃຫ້ປູຢາງທາງເທດສະບານເມືອງໝື່ນ ເປັນຕົ້ນ ເສັ້ນທາງ
ສາຍເອກ ແຕ່ເບີ 1 ຫາເບີ 17 ຍາວ 11,8 ກິໂລແມັດ ມູນຄ່າກໍ່ສ້າງເກືອບ 50 ຕື້ກີບ ເສັ້ນທາງເບີ 18 ຫາເບີ 30 ຍາວກວ່າ
12 ກິໂລແມັດ ມູນຄ່າ 49,9 ຕື້ກວ່າກີບ ເສັ້ນທາງເບີ 31 ຫາເບີ 46 ຍາວ 11,65 ກິໂລແມັດ ມູນຄ່າກໍ່ສ້າງກວ່າ 46,9 ຕື້ກີບ
ໂດຍເສັ້ນທາງເທດສະບານເມືອງດັ່ງກ່າວ 35,80 ກິໂລແມັດ ແລະ ມີມູນຄ່າການກໍ່ສ້າງ 146,8 ຕື້ກວ່າກີບ ແລະ ພາຍຫຼັງເຊັນ
ສັນຍາກໍ່ສ້າງ ແລະ ໄດ້ຮັບໃບສັ່ງວຽກແລ້ວ ບໍລິສັດຈະເລີ່ມລົງມືປູຢາງ 2 ຊັ້ນທັນທີ ເພື່ອໃຫ້ສຳເລັດໃນທ້າຍປີໜ້າ.
ທ່ານ ສຸມົນທາ ກ່າວຕື່ມວ່າ: ສຳລັບທາງສາຍເອກນີ້ ກວ້າງ 16 ແມັດ ມີ 4 ຊ່ອງຈະລາຈອນ ຊ່ອງລະ 3,5 ແມັດ ມີດອນກາງ
ກວ້າງ 2 ແມັດ ສອງຂ້າງທາງມີຮ່ອງນ້ຳເປື້ອນ ໂດຍມີຝາໄຂ ແລະ ອັດ ທັງມີທາງຄົນຍ່າງເບື້ອງລະ 2 ແມັດ ຕິດຕັ້ງລະບົບໄຟ
ເຍືອງທາງ ເສັ້ນທາງຕາຜ້າ ກວ້າງ 7 ແມັດ ມີ 2 ຊ່ອງຈະລາຈອນ ຊ່ອງລະ 3,5 ແມັດ ສ້າງຂົວນ້ຳຮອນນ້ອຍ (ຂົວເຫຼັກ)
ຍາວ 18,3 ແມັດ ນ້ຳຮອນກາງຍາວ 24,4 ແມັດ ແລະ ນ້ຳໃຫຍ່ຍາວ 27,45 ແມັດ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...