spot_img
Homeຂ່າວພາຍ​ໃນ​ນ້ຳ​ໃຈ​ງາມ! ຊາວ​ໂອ​ຕ​ຣິດ ສົ່ງ​ພະ​ພຸດ​ທະ​ຮູບ​ຄືນ​ໃຫ້​ລາວ ຫລັງຮູ້​ວ່າ​ຖືກ​ລັກ​ລອບ​ມາ​ຈາກ​ຫລວງ​ພະ​ບາງ!

​ນ້ຳ​ໃຈ​ງາມ! ຊາວ​ໂອ​ຕ​ຣິດ ສົ່ງ​ພະ​ພຸດ​ທະ​ຮູບ​ຄືນ​ໃຫ້​ລາວ ຫລັງຮູ້​ວ່າ​ຖືກ​ລັກ​ລອບ​ມາ​ຈາກ​ຫລວງ​ພະ​ບາງ!

Published on

Buddha

ຕາມການລາຍງານຂອງກະຊວງການຕ່າງປະເທດລາວ ໃຫ້ຮູ້ວ່າ: ໃນວັນທີ 12 ພຶດສະພາຜ່ານມານີ້, ທ່ານ ດຣ ແຣນໂຮນ ມິດເຕີສັກໂມເລີ ຊາວໂອຕຣິດ, ໄດ້ນຳເອົາພະພຸດທະຮູບສອງອົງມອບຄືນໃຫ້ລັດຖະບານລາວ, ໂດຍມອບຜ່ານ ທ່ານທູດລາວປະຈຳໂອຕຣິດ ພູເຂົາ ພົມມະວົງສາ ທີ່ນະຄອນຫລວງວຽນ ປະເທດໂອຕຣິດ ເຊິ່ງພະພຸດທະຮູບທັງສອງອົງແມ່ນຜູ້ກ່ຽວ ໄດ້ຊື້ມາແຕ່ ບາງກອກປະເທດໄທແຕ່ປີ 2007, ໂດຍເຊື່ອວ່າເປັນພະພຸດທະຮູບໃນ ຈຳນວນຫລາຍອົງທີ່ຖືກລັກອອກມາຈາກຖ້ຳຕິ່ງ ແຂວງຫລວງພະບາງ ຊຶ່ງກ່ອນໜ້າທ່ານ ແຣນ ໂຮນ ໄດ້ສອບຖາມຂໍ້ມູນ ຈາກນັກວິທະຍາບູຮານນະຄະດີຊາວອົດສະຕຣາລີ ທີ່ພວມເຮັດການຄົ້ນຄວ້າເພື່ອອະນຸລັກພະພຸດທະຮູບ ຢູ່ຖ້ຳຕິ່ງແຂວງ ຫລວງພະບາງ ແລະ ໄດ້ຮັບການສັນນິຖານວ່າພະພຸດທະຮູບສອງອົງນີ້ເຮັດດ້ວຍໄມ້ເນື້ອແຂງ, ສູງປະມານ 41,7 ຊັງຕີແມັດ, ເຖິງວ່າບໍ່ມີເລກໝາຍ ບໍ່ສາມາດຢືນຢັນໃຫ້ໄດ້ວ່າເຮັດຂຶ້ນປີໃດ, ແຕ່ເບິ່ງຈາກຮູບຊົງຂອງພະພຸດທະຮູບ ແລະ ປະຫວັດທາງ ສະຖາປັດຕິຍະກຳແລ້ວແມ່ນມີຖິ່ນກຳເນີດຈາກສີນລະປະກຳລ້ານຊ້າງ ແລະ ຄົງຈະຖືກລັກອອກມາຈາກຖ້ຳຕິ່ງແລ້ວ ນຳມາຂາຍຢູ່ປະເທດໄທ, ຈຶ່ງຍິນດີມອບຄືນໃຫ້ລັດຖະບານລາວ.

ໃນໂອກາດດັ່ງກ່າວ, ທ່ານທູດລາວປະຈຳໂອຕຣິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ທ່ານ ແຣນໂຮນ ທີ່ໄດ້ສະແດງຄວາມຈິງໃຈ, ຄວາມປາດຖະໜາດີຕໍ່ລັດຖະບານ ແລະ ປະ ຊາຊົນລາວ, ທັງເປັນ ການປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາວັດຖຸບູຮານອັນເກົ່າແກ່ໄວ້, ເປັນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງລັດຖະບານ ແລະ ປະຊາຊົນສອງປະເທດລາວ ແລະ ໂອຕຣິດງອກງາມຂຶ້ນ ເລື້ອຍໆ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...