spot_img
Homeຂ່າວຕ່າງປະເທດຍອດ​ແຜ່ນ​ດິນ​ໄຫວ​ເນ​ປານ​ຮອບ 2 ເສຍ​ຊີ​ວິດ 79 ຄົນ ບາດ​ເຈັບ​ອີກຫລາຍ​ກ່​ວາ 2,300 ຄົນ!

ຍອດ​ແຜ່ນ​ດິນ​ໄຫວ​ເນ​ປານ​ຮອບ 2 ເສຍ​ຊີ​ວິດ 79 ຄົນ ບາດ​ເຈັບ​ອີກຫລາຍ​ກ່​ວາ 2,300 ຄົນ!

Published on

Lance02

ແຜ່ນ​ດິນ​ໄຫວ​ເນ​ປານ​ຮອບ 2 ພົບ​ຜູ້​ເສຍ​ຊີ​ວິດ​ລ່າ​ສຸດເກືອບ 80 ຄົນ​ ແລະ ບາດ​ເຈັບ​ກ່​ວາ 2,300 ຄົນ​ແລ້ວ ທາງ​ການ​ຄາດ​ວ່າ ຈຳ​ນວນ​ຜູ້​ເຄາະ​ຮ້າຍ​ອາດ​ມີ​ເພີ່ມ​ຂຶ້ນ​ອີກ ໂດຍ​ເຈົ້າ​ໜ້າ​ທີ່​ເລັ່ງ​ຄົ້ນ​ຫາ​ຕໍ່​ເນື່ອງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ຄວາມ​ຄືບ​ໜ້າ ໃນ​ວັນ​ທີ 14 ພຶດ​ສະ​ພ​າ​ນີ້​ວ່າ ເຫດ​ແຜ່ນ​ດິນ​ໄຫວ​ຮອບ 2 ຢູ່​ປະ​ເທດ​ເນ​ປານ ເຊິ່ງ​ແຮງ​ສັ່ນ​ສະ​ເທືອນ 7.3 ແມັກ​ນິ​ຈູດ ໃນ​ມື້​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ນີ້ ພົບ​ວ່າ​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 79 ຄົນ ໃນ​ຂະ​ນະ​ທີ່​ຈຳ​ນວນ​ຜູ້​ໄດ້​ຮັບ​ບາດ​ເຈັບ ສູງ​ກ່​ວາ 2,300 ຄົນ​ແລ້ວ ຕາມ​ທີ່​ທາງ​ການ​ລາຍ​ງານ.

ຢ່າງ​ໃດ​ກໍ​ຕາມ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສ່ວນ​ໃຫຍ່ ແມ່ນ​ຢູ່​ໃນ​ພື້ນ​ທີ່​ພູ​ດອຍ​ເຂດດອນ​ກາ ທາງ​ຕອນ​ເໜືອ​ຂອງ​ນະ​ຄອນ​ຫລວງ​ກາດ​ມັນ​ດຸ ແລະ ຄາດ​ວ່າ​ຈະ​ມີ​ຈຳ​ນວນ​ເພີ່ມ​ຂຶ້ນ​ອີກ ເຊິ່ງ​ເຈົ້າ​ໜ້າ​ທີ່​ຍັງ​ຄົງ​ໃຊ້​ເຮືອ​ບິນ​ເຮ​ລິ​ຄ​ອັບ​ເຕີ້​ຈາກ​ທີມ​ກູ້​ໄພ​ຕ່າງ​ປະ​ເທດ ເຂົ້າ​ຄົ້ນ​ຫາ​ຢ່າງ​ຕໍ່​ເນື່ອງ.

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...