spot_img
Homeຂ່າວຕ່າງປະເທດສະ​ຫລົດ! ໄຟ​ໄໝ້​ໂຮງ​ງານ​ເກີບ​ອີ່​ແຕະ​ຢູ່​ຟິ​ລິບ​ປິນ ກຳ​ມະ​ກອນ​ຖືກ​ເຜົາ​ຕາຍ ກ່​ວາເຄິ່ງ​ຮ້ອຍ!

ສະ​ຫລົດ! ໄຟ​ໄໝ້​ໂຮງ​ງານ​ເກີບ​ອີ່​ແຕະ​ຢູ່​ຟິ​ລິບ​ປິນ ກຳ​ມະ​ກອນ​ຖືກ​ເຜົາ​ຕາຍ ກ່​ວາເຄິ່ງ​ຮ້ອຍ!

Published on

EyWwB5WU57MYnKOuFtPO0cEoQSJgIwEt1sallhg8ETyAlFF1VfeNn0

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ນີ້​ວ່າ ໃນ​ມື້​ວານ​ນີ້ (13 ພຶດ​ສະ​ພາ) ໄດ້​ເກີດ​ເຫດ​ໄຟ​ໄໝ້​ໂຮງ​ງານ​ຜະ​ລິດ​ເກີບ​ອີ່​ແຕະຂອງ ບໍ​ລິ​ສັດ ເຄນ​ເທັກ ແມ​ນູ​ແຟັກ​ເຕີ​ຣິ່ງ ຄ​ອັບ ຊານ​ເມືອງ​ຫລວງ​ມະ​ນິ​ລາ ປະ​ເທດ​ຟິ​ລິບ​ປິນ ເປັນ​ເຫດ​ເຮັດ​ໃຫ້​ມີ​ກຳ​ມະ​ກອນ​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 58 ຄົນ ແລະ ສູນ​ຫາຍ​ອີກ 13 ຄົນ ແລະ ຄາດ​ວ່າ​ອາດ​ເສຍ​ຊີ​ວິດ​ທັງ​ໝົດ ໃນ​ຂະ​ນະ​ທີ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ເລັກ​ໜ້ອຍ​ອີກ 30 ຄົນ.

ທ່ານ ເຣັກ ກັດ​ຊາ​ລຽນ ຫົວ​ໜ້າ​ເທດ​ສະ​ບານ​ເມືອງວາ​ເລນ​ຊູ​ລາ ເຊິ່ງ​ຕັ້ງ​ຢູ່​ທາງ​ພາກ​ເໜືອ​ຂອງ​ນະ​ຄອນ​ຫລວງ​ມະ​ນິ​ລາ ໄດ້​ເປີດ​ເຜີຍ​ຕໍ່​ແຫລ່ງ​ຂ່າວ​ວ່າ ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໄດ້​ລະ​ງັບ​ການ​ຄົ້ນ​ຫ​າຜູ້​ສູນ​ຫາຍ​ໃນ​ຕອນ​ຄ່ຳ​ຂອງ​ມື້​ວານ​ນີ້ (13 ພຶດ​ສະ​ພາ) ຍ້ອນ​ຢ້ານ​ຄວາມ​ຮ້ອນ​ຈາກ​ໄຟ​ໄໝ້ ອາດ​ເຮັດ​ໃຫ້​ໂຄງ​ສ້າງ​ຂອງ​ໂຮງ​ງານ ເຊິ່ງ​ເປັນ​ອາ​ຄານ 2 ຊັ້ນ​ພັງ​ຖະ​ຫລົ່ມ​ລົງ​ມາ​ໄດ້ ເຊິ່ງ​ອາດ​ເປັນ​ອັນ​ຕະ​ລາຍ​ແກ່​ເຈົ້າ​ໜ້າ​ທີ່, ແນວ​ໃດ​ກໍ​ຕາມ ການ​ຄົ້ນ​ຫາຜູ້​ສູນ​ຫາຍ​ໄດ້​ເລີ່ມ​ຂຶ້ນ​ອີກ​ເທື່ອ​ໜຶ່ງ​ ໃນ​ຕອນ​ເຊົ້າ​ຂອງ​ມື້​ນີ້.

ສຳ​ລັບ​ສາ​ເຫດ​ຂອງ​ໄຟ​ໄໝ້​ຄັ້ງ​ນີ້ ແມ່ນ​ເກີດ​ຂຶ້ນ​ຈາກ​ປະ​ກາຍ​ໄຟ ທີ່​ເກີດ​ຈາກ​ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ບໍ​ລິ​ເວນ​ທາງ​ເຂົ້າ​ໂຮງ​ງານ ແລ້ວ​ເຮັດ​ໃຫ້​ສານ​ເຄ​ມີ​ທີ່​ໃຊ້​ຜະ​ລິດ​ເກີບ​ອີ່​ແຕະ​ລະ​ເບີດ​ຂຶ້ນ ແລ້ວ​ມີ​ແປວ​ໄຟ​ລຸກ​ໄໝ້​ຢ່າງ​ຮຸນ​ແຮງ ເປັນ​ເຫດ​ເຮັດ​ໃຫ້​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ຢູ່​ຊັ້ນ 2 ຂອງ​ອາ​ຄານ​ໂຮງ​ງານ ບໍ່​ສາ​ມາດ​ຫລົບ​ໜີ​ລົງ​ມາ​ໄດ້ ໂດຍ​ເຈົ້າ​ໜ້າ​ທີ່​ດັບ​ເພີງ​ໄດ້​ກ່າວ​ດ້ວຍ​ຄວາມ​ເສຍ​ໃຈ​ວ່າ ພວກ​ເຂົາ​ພົບ​ກັບ​ສົບ​ຖືກ​ໄຟ​ໄໝ້​ດຳ​ທົ່ວ​ຮ່າງ​ກາຍ ຢູ່​ເທິງ​ຊັ້ນ 2 ເປັນ​ຈຳ​ນວນ​ຫລວງ​ຫລາຍ ແລະ ຮອດ​ດຽວ​ນີ້ ກໍ​ຍັງ​ບໍ່​ທັນ​ລະ​ບຸ​ຕົວ​ເລກ​ຜູ້​ເສຍ​ຊີ​ວິດ​ທີ່​ແນ່ນອນ​ໄດ້.

NjpUs24nCQKx5e1DISyx8xLE0uUypbJIPNYnYzQsW3O

NjpUs24nCQKx5e1DISyx8xLE0uUypbLCDCsD2hhC9yA

ບົດຄວາມຫຼ້າສຸດ

ໄທຜ່ານແລ້ວ! ກົດໝາຍສົມລົດເທົ່າທຽມ ສາມາດຈົດທະບຽນສົມລົດໄດ້ໃນຕົ້ນປີ 2025

ອີງຕາມສຳນັກຂ່າວ BBC ລາຍງານໃນວັນທີ 25 ກັນຍາ 2024 ນີ້ວ່າ ເວັບໄຊ້ ຣາຊກິດຈານຸເບກສາ ປະກາດ ກົດໝາຍສົມລົດເທົ່າທຽມ ມີຜົນບັງຄັບໃຊ້ 120 ວັນຫຼັງປະກາດ...

ສະພາບອາກາດປະຈຳວັນທີ 25 ກັນຍາ 2024

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງຂອງປະເທດ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັ້ກຢູ່ບາງທ້ອງຖິ່ນພາກກາງພ້ອມມີລົມພັດແຮງບາງໂອກາດ (ອ່ານເພິ່ມລຸ່ມນີ້)

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...