Homeຂ່າວພາຍ​ໃນບາເຢີນຫວັງພິກຊະນະບາຊາ

ບາເຢີນຫວັງພິກຊະນະບາຊາ

Published on

ການແຂ່ງຂັນ ຢູຟາແຊ້ມປ້ຽນລີກ ລະດູການ 2014-2015 ຮອບຮອງຊະນະເລີດນັດທີ 2 ປະຈຳວັນອັງຄານທີ 12 ພຶດສະພາ 2015 ເປັນການພົບກັນລະຫວ່າງ ບາເຢີນມິວນິກເປີດບ້ານພົບບາເຊໂລນາ ນັດທຳອິດບຸກໄປເສຍມາ 0-3 ແລະມື້ນີ້ຈະເຕະກັນໃນເວລາ 01:45 ນາທີ

06063

ບາເຢີນ ມິວນິກ ທີມແຊ້ມບຸນເດດສ໌ລີກ້າ ເຢຍລະມັນແລະອະດີດແຊ້ມ 5 ສະໄໝ ຟອມແຜ່ວລົງຢ່າງບໍ່ໜ້າເຊື່ອຫາກໍ່ຊະນະນັດດຽວຈາກເກມ 5 ນັດຫຼັງສຸດ ເກມ 3 ນັດຫຼັງສຸດຍັງແພ້ແບບຍິງປະຕູບໍ່ໄດ້ເລີຍ ລ່າສຸດເມື່ອວັນເສົາທີ່ຜ່ານມາ (9 ພຶດສະພາ) ເສຍຄາບ້ານໃຫ້ ເອົາສ໌ບວກ 0-2

ສ່ວນວ່າລາຍການນີ້ບຸກໄປເສຍນັດທຳອິດແບບມຸ່ນອັບຍັບ 0-3 ເຮັດໃຫ້ໃນນັດນີ້ຕ້ອງຊະນະຢ່າງດຽວ ໂດຍ ເປບ ກວາດິໂອລາ ສັ່ງລຸຍແລະລໍຖ້າລຸ້ນເຂົ້າຮອບພາຍໃນ 90 ນາທີຕ້ອງຊະນະ 3-0 ໃຫ້ໄດ້ ເພື່ອຕໍ່ເວລາ ແຕ່ຖ້າຖືກຍິງປະຕູໃນບ້ານກໍ່ຈົບ

ບາເຊໂລນາ ວ່າທີ່ແຊ້ມລາລີກ້າ ສະເປນ ອະດີດແຊ້ມ 4 ສະໄໝໂຊຟອມສຸດໂຫດດ້ວຍການຊະນະ 7 ນັດລວດ ລ່າສຸດໃນແບບບໍ່ເສຍປະຕູອີກ ລ່າສຸດຫາກໍ່ຊະນະ ເຣອັນ ໂຊເຊດາດ 2-0 ນັດນີ້ອອກມາເຢືອນ ຫຼຸຍ ເອັນຣິເກ້ ໝັ້ນໃຈຜ່ານເຂົ້າໄປຊິງຊະນະເລີດແນ່ນອນແລະພ້ອມບຸກມາຢ້ຳແຄ້ນອີກຄັ້ງ

ສະຖິຕິທີ່ພົບກັນໃນການແຂ່ງຂັນ ຢູຟາ ບາເຢີນ ຊະນະ 4 ບາຊາ ຊະນະ 2 ສະເໝີກັນ 1 ຄັ້ງ

ສະໜາມ: ອາລິອັນ ອາລີນາ
ບັນຈຸຜູ້ເຂົ້າຊົມໄດ້: 75,000 ບ່ອນນັ່ງ
ຜູ້ຕັດສິນ: ມາກ ແຄັດແທນເບີກ
ເວລາເຕະ: 01:45 ນາທີ

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...