spot_img
Homeຂ່າວພາຍ​ໃນຖືກເຄາະຮ້າຍຈາກລະເບີດລົດຍົນChiaahs Miss ຕາຍ45 ບາດເຈັບ150.

ຖືກເຄາະຮ້າຍຈາກລະເບີດລົດຍົນChiaahs Miss ຕາຍ45 ບາດເຈັບ150.

Published on

Pic_330236

 

 

ຈຳນວນຜູ້ເສຍຊີວິດໃນເຫດການລະເບີດ ຄາບອມໂຈມຕີມັດສະຍິດຂອງຊາວມຸສະລີນຊີອະ ໃນນະຄອນກາລາຈີ ເມື່ອຕອນແລ້ງ

ວັນອາທິດ ເພີ່ມຂື້ນເປັນ 45 ຄົນແລ້ວແລະອາດຈະເພີ່ມຂື້ນອີກ…

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ່ 4 ມີນາ. ວ່າຈຳນວນຜູ້ເສຍຊີວິດໃນເຫດການລະເບີດ ຄາບອມໂຈມຕີມັດສະຍິດ

ຂອງຊາວມຸສະລີນຊີອະ ໃນນະຄອນກາລາຈີ ປະເທດ ປາກິສຖານ ເມື່ອວັນອາທິດທີ່ຜ່ານມາເພີ່ມຂື້ນເປັນຢ່າງນ້ອຍ 45 ຄົນແລ້ວ

ມີຜູ້ບາດເຈັບຈຳນວນ 150 ຄົນຂະນະທີ່ໜ່ວຍກູ້ໄພພະຍາຍາມຊ່ວຍເຫຼືອຜູ້ທີ່ຕິດໃນຊາກອາຄານທີ່ຖະລົ່ມລົງມາດ້ວຍແຮງລະ

ເບີດຢ່າງຍາກລຳບາກ.

 

ທັ້ງນີ້ເຫດລະເບີດດັ່ງກ່າວ ເກີດທີ່ໜ້າມັດສະຍິດແຫ່ງໜຶ່ງໃນສຊຸ່ມຊົນຊາວມຸສະລີນນິກາຍຊີອະ ໃນເມືອງອັງບາສນະຄອນ

ກາລາຈີ ເມື່ອຕອນແລ້ງວັນອາທິດ ທີ່(3 ມີນາ) ແຮງລະເບີດເຫັດໃຫ້ອາຄານຫຼາຍຫຼັງຟັງແລະເກີດໄຟໄໝ້ ເຮັດໃຫ້ໄຟຟ້າ

ດັບໃນຫຼາຍພື້ນທີ່ຂອງເມືອງ ດ້ານຕຳຫຼວດກຳລັງສືບວ່າເປັນການລະເບີດຂ້າໂຕຕາຍຫຼືບໍ່ ຂະນະທີ່ບໍ່ມີກຸ່ມກໍ່ຄວາມບໍ່

ສະງົບກຸ່ມໃດອອກມາອ້າງຕົວເປັນຜູ້ຢູ່ເບື້ອງຫຼັງເລື່ອງນີ້

ຢ່າງໃດກໍ່ຕາມ ເຫດສະລົດນີ້ນັບເປັນເຫດ ໂຈມຕີຊາວມຸສະລີນນິກາຍຊີອະ ເຊີ່ງຖືເປັນປາຊາກອນສ່ວນນ້ອຍໃນປາກີສຖານ ຄັ້ງລ່າສຸດ ຫຼັງຈາກເມື່ອ 10 ມີນາ ເກີດເຫດລະເບີດທີ່ສະນຸກເກີ່ຄັບໃນເມືອງເກສຕາ ທາງຕາເວັນຕົກສ່ຽງໃຕ້ຂອງປະເທດ   ເຮັດໃຫ້ມີຜູ້ເສຍຊີວິດ 92 ຄົນແລະເມື່ອວັນທີ່ 16 ກຸມພາ ເກີດເຫດການລະເບີດທີ່ຕະຫຼາດຂອງຊຸຸມຊົນມຸສະລີນຊີອະໃນ

ເມືອງດຽວກັນມີຜູ້ເສຍຊີວິດ 81 ຄົນ ກຸ່ມຕິດອາວຸດມຸສະລີນສຸໜີ່ ລັດຊາຄາອີ-ຊາງວີອອກມາອ້າງໂຕວ່າເປັນຜູ້ຢູ່ເບື້ອງ

ຫຼັງເຫດການທັ້ງສອງ.

 

ที่มา http://www.thairath.co.th

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...