spot_img
Homeຂ່າວຕ່າງປະເທດ​ໄທນຳ​ເງິນ​ໃບ​ລະ 5 ແສນ​ບາດ ອອກ​ໃຫ້​ປະ​ຊາ​ຊົນ​ແລກອີກ​ເທື່ອ​ໜຶ່ງ ໃນ​ລາ​ຄາ​ໃບ​ລະ 1 ລ້ານ​ບາດ

​ໄທນຳ​ເງິນ​ໃບ​ລະ 5 ແສນ​ບາດ ອອກ​ໃຫ້​ປະ​ຊາ​ຊົນ​ແລກອີກ​ເທື່ອ​ໜຶ່ງ ໃນ​ລາ​ຄາ​ໃບ​ລະ 1 ລ້ານ​ບາດ

Published on

--6

ທະ​ນາ​ຄານ​ແຫ່ງ​ປະ​ເທດ​ໄທ ນຳ​ທະ​ນາ​ບັດ​ທີ່ລະ​ນຶກ​ສະ​ເຫລີມ​ພະ​ກຽດເຈົ້າ​ຊີ​ວິດ ໃບ​ລະ 5 ແສນ​ບາດ ອອກ​ໃຫ້​ປະ​ຊາ​ຊົນ​ແລກ​ອີກ​ເທື່ອ​ໜຶ່ງ ໃນ​ລາ​ຄາ​ໃບ​ລະ 1 ລ້ານ​ບາດ.

ໜັງ​ສື​ພິມ​ຂ່າວ​ສົດ​ຂອງ​ໄທ ລາຍ​ງານ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ  ທ່ານ ຈິ​ຣະ​ເທບ ເສ​ນີ​ວົງ ນະອະ​ຍຸດ​ທະ​ຍາ ໂຄ​ສົກ​ທະ​ນາ​ຄານ​ແຫ່ງ​ປະ​ເທດ​ໄທ ໄດ້​ເປີດ​ເຜີຍ​ວ່າ ທະ​ນາ​ບັດທີ່​ລະ​ນຶກ​ໃບ​ລະ 500,000 ບາດ ເຊິ່ງ​ໄດ້​ຈັດ​ພິມ​ຂຶ້ນ​ເພື່ອ​ສະ​ເຫລີມ​ພະ​ກຽດ ໃນ​ໂອ​ກາດ​ວັນ​ຣາ​ຊາ​ພິ​ເສກ​ສົມ​ລົດ ແລະ ວັນ​ຣາ​ຊາ​ພິ​ເສກ​ຂຶ້ນ​ເປັນ​ກະ​ສັດ​ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ໄທ ຂອງ​ກະ​ສັດພູ​ມິ​ພົນ ແລະ ຣາ​ຊິ​ນີ​ສິ​ຣິ​ກິດ ຄົບ​ຮອບ 50 ປີ ເມື່ອ​ປີ 2000 ທີ່​ຜ່ານ​ມາ ຈຳ​ນວນ 1,998 ໃບ ແລະ ເນື່ອງ​ຈາກ​ທະ​ນາ​ບັດ​ດັ່ງ​ກ່າວ​ຍັງ​ຄົງ​ມີ​ຈຳ​ນວນ​ເຫລືອ​ຢູ່ ທາງ​ທະ​ນາ​ຄານ​ແຫ່ງ​ປະ​ເທດ​ໄທ ຈິ່ງ​ນຳ​ອອກ​ມາ​ໃຫ້​ປະ​ຊາ​ຊົນ​ແລກ​ໄດ້​ອີກ​ເທື່ອ​ໜຶ່ງ ໃນ​ງານ​ມະ​ຫາ​ກຳ​ການ​ເງິນ (Money Expo) ຄັ້ງ​ທີ 15 ລະ​ຫວ່າງວັນ​ທີ 7-10 ພຶດ​ສະ​ພາ​ນີ້ ໂດຍ​ຜູ້​ທີ່​ສົນ​ໃຈ​ສາ​ມາດ​ແລກ​ຊື້​ໄດ້ ໃນ​ລາ​ຄາ​ໃບ​ລະ 1,000,000 ບາດ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...