Homeຄວາມງາມວິທີເຮັດໃຫ້ປະຈຳເດືອນມາໄວເຮັດໄດ້ແທ້ບໍ່?

ວິທີເຮັດໃຫ້ປະຈຳເດືອນມາໄວເຮັດໄດ້ແທ້ບໍ່?

Published on

Untitled-1

ປະຈຳ​ເດືອນ​ສຳລັບ​ຜູ້ຍິງຊື່​ກໍ​ບອກ​ຢູ່​ແລ້ວ​ວ່າ​ຈະ​ຕ້ອງ​ມາ​ທຸກ​ເດືອນແຕ່​ຈະ​ມາ​ຕອນ​ໃດ ເວລາ​ໃດ​ນັ້ນ​ກໍ​ຂຶ້ນ​ຢູ່​ກັບ​ສະພາບ​ຮ່າງກາຍ​ຂອງ​ແຕ່​ລະ​ຄົນແຕ່​​ປະຈຳ​ເດືອນ​ຈະ​ມາ​ໄວ​ຫລື​ຊ້າ​ກໍ​ຄົງ​ຈະ​ບໍ່​ມີ​ໃຜ​ກັງວົນຖ້າ​ຫາກວ່າ​ໄລຍະນັ້ນ​ຂອງ​ເດືອນ​ບໍ່​ໄດ້​ມີ​ຄາວຽກ​ຫລື​ຕ້ອງ​ເຮັດຫຍັງ​ທີ່​ສຳຄັນ​ໆດັ່ງ​ນັ້ນ​​ສາວໆຫລາຍ​ຄົນ​ຈຶ່ງ​ຕ້ອງ​ຊອກຫາ​ວິທີ​ການ​ເລື່ອນ​ປະຈຳ​ເດືອນ​ເຮັດໃຫ້​ມາ​ໄວ​ຂຶ້ນ​ຫລື​ຊ້າ​ລົງ​ກວ່າ​ປົກກະຕິແຕ່​ທັງ​ນີ້​ສ່ວນ​ໃຫຍ່​ແລ້ວ​ໃນ​ທາງ​ການ​ແພດການ​ເລື່ອນ​ປະຈຳ​ເດືອນ​ໃຫ້​ມາ​ຊ້າ​ລົງ​ເບິ່ງ​ຄື​ຈະ​ເປັນ​ໄປ​ໄດ້​ຫລາຍກວ່າ​ການເຮັດໃຫ້​ປະຈຳ​ເດືອນ​ມາ​ໄວ​ກວ່າ​ເກົ່າແຕ່​ທັງ​ນີ້​ກໍ​ບໍ່ແມ່ນວ່າ​ການ​ເລື່ອນ​ປະຈຳ​ເດືອນ​ໃຫ້​ມາ​ໄວ​ຂຶ້ນ​ຈະ​ບໍ່​ມີ​ໂອ​ກາດ​ເຮັດ​ໄດ້​ເລີຍຊຶ່ງ​ຖ້າ​ໃຜ​ທີ່​ກຳ​ລັງ​ຫາ​ວິທີ​ຢູ່ມື້​ນີ້​​ກໍ​ມີ​ວິທີ​ການ​ກະຕຸ້ນ​ໃຫ້​ປະຈຳ​ເດືອນ​ມາ​ໄວ​ຂຶ້ນ​ແບບ​ປອດ​ໄພ​ແລະ​ໄດ້​ຜົນ​ມາ​ຝາກ​

ວິທີ​ເຮັດໃຫ້​ປະຈຳ​ເດືອນ​ມາ​ໄວ​ຂຶ້ນສາມາດ​ເຮັດ​ໄດ້​ດັ່ງນີ້

ເລືອກ​ກິນ​ຫມາກໄມ້​ທີ່​ໃຫ້​ຄວາມ​ຮ້ອນ​ກັບ​ຮ່າງກາຍສາມາດ​ຊ່ວຍ​ເຮັດໃຫ້​ຮອບ​ເດືອນ​ມາ​ກ່ອນ​ເວລາ​ປົກກະຕິ​ໄດ້ໂດຍ​ຫມາກໄມ້​ທີ່​ຄວນ​ກິນ​ເມື່ອ​ຢາກ​ໃຫ້​ປະຈຳ​ເດືອນ​ມາ​ໄວ​ຂຶ້ນກໍ​ຄື ໝາກນັດ,ກາຣົດ,ນ້ຳ​ພິລາ,ໝາກອຶ,ໝາກຮຸ່ງເປັນ​ຕົ້ນໂດຍ​ຈາກ​ທີ່​ເຄີຍ​ກິນ​ປົກກະຕິໃຫ້​ເພີ່ມ​ປະລິມານ​ການ​ກິນ​ໃຫ້​ຫລາຍ​ຂຶ້ນ​ກວ່າ​ເທົ່າ​ໂຕຊຶ່ງ​ຫມາກໄມ້​ເຫລົ່າ​ນີ້​ຈະ​ຊ່ວຍ​ເພີ່ມ​ອຸນຫະພູມ​ໃນ​ຮ່າງກາຍແລະ​ຊ່ວຍ​ກະຕຸ້ນ​ການ​ຜະລິດ​ຮໍໂມນ​ເອດ​ໂຕ​ເຈນຊຶ່ງ​ຈະ​ສາມາດ​ເລື່ອນ​ປະຈຳ​ເດືອນ​ໃຫ້​ມາ​ໄວ​ກວ່າ​ປົກກະຕິ​ໄດ້

ດື່ມ​ນ້ຳ​ຕານ​ໂຕນົດ​ກ່ອນ​ກິນອາຫານ​ທຸກ​ເຊົ້າຈະ​ຊ່ວຍ​ກະຕຸ້ນ​ໃຫ້​ຮອບ​ເດືອນ​ມາ​ກ່ອນ​ເວລາ​ປົກກະຕິ​ໄດ້

ສຳລັບ​ສາວໆທີ່​ປະຈຳ​ເດືອນ​ມາ​ຊ້າ​ກວ່າ​ປົກກະຕິ​ຫລາຍ​ໆແນະ​ນຳ​ໃຫ້​ກິນ​ຢາ​ສະຕີ​ກ່ອນ​ນອນ​ທຸກ​ຄືນເພາະ​ສ່ວນ​ປະກອບ​ໃນ​ຢາ​ສະຕີ​ຈະ​ມີສະ​ໝຸນ​ໄພ​ທີ່​ຊ່ວຍ​ປັບ​ຮໍໂມນ​ແລະ​ບຳ​ລຸງ​ເລືອດ​ໃນ​ຮ່າງກາຍຈະ​ຊ່ວຍ​ເຮັດໃຫ້​ປະຈຳ​ເດືອນ​ມາ​ໄວ​ຂຶ້ນ​ໄດ້

ສຳລັບ​ໃນ​ທາງ​ການ​ແພດແທ້ໆແລ້ວ​ການ​ເລື່ອນ​ປະຈຳ​ເດືອນ​ໃຫ້​ມາ​ໄວ​ຂຶ້ນ​ອາດຈະ​ເປັນ​ໄປ​ບໍ່​ໄດ້ແຕ່​ທັງ​ນີ້​ສາວໆກໍ​ສາມາດ​ເພີ່ມ​ໂອ​ກາດ​ກະຕຸ້ນ​ປະຈຳ​ເດືອນ​ໃຫ້​ມາ​ໄວ​ຂຶ້ນ​ໄດ້ຊຶ່ງ​ວິທີ​ການເຮັດ​ກໍ​ສາມາດ​ປະຕິບັດ​ໄດ້​ຕາມ​ທີ່​​ແນະ​ນຳ​ໄປ​ຂ້າງ​ຕົ້ນຊຶ່ງ​ຖື​ເປັນ​ວິທີ​ທີ່​ປອດ​ໄພ​ແລະ​ສາມາດ​ເພີ່ມ​ໂອ​ກາດ​ເຮັດໃຫ້​ປະຈຳ​ເດືອນ​ມາ​ໄວ​ຂຶ້ນ​ໄດ້​ຫລາຍ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...