spot_img
Homeຂ່າວພາຍ​ໃນມະຫະກຳຕະຫລາດແຮງງານ 2015 ຈະຈັດຂຶ້ນຕົ້ນເດືອນມິຖຸນານີ້

ມະຫະກຳຕະຫລາດແຮງງານ 2015 ຈະຈັດຂຶ້ນຕົ້ນເດືອນມິຖຸນານີ້

Published on

labour fair

ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ ຮູ້ໃນງານຖະແຫລງຂ່າວທີ່ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພານີ້ວ່າ: ງານມະຫະ ກຳຕະຫຼາດ ແຮງງານລາວຄັ້ງທີ 4 ປະຈຳປີ 2015 ,ຈະໄດ້ຈັດຂຶ້ນ ໃນວັນທີ 5​- ມີຖຸນາທີ່ຈະມາເຖິງນີ້, ຢູ່ຫໍປະຊຸມແຫ່ງຊາດ,ໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮ່ວມກັບບໍລິສັດ ຈັດຫາງານໄອຈ໋ອບ, ພາຍໃຕ້ໂຄງ ການສ້າງຄວາມເຂັ້ມແຂງວຽກງານບໍລິການຈັດຫາງານ ແລະ ຂໍ້ມູນຂ່າວ ສານຕະຫຼາດແຮງງານ, ໂດຍການສະໜັບສະໜູນຈາກລັດຖະບານ ຈີນ, ຜ່ານອົງການແຮງງານສາກົນ, ເພື່ອສ້າງໂອກາດ, ໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ກໍຄືຊາວໜຸ່ມຜູ້ທີ່ກຳລັງສຶກສາຮ່ຳຮຽນຢູ່ໃນລະບົບອາຊີວະສຶກສາ ແລະ ມະຫາວິທະຍາໄລແຫ່ງຊາດໄດ້ມີໂອກາດພົບປະແລກປ່ຽນຂໍ້ ມູນຂ່າວສານທາງດ້ານຕະຫຼາດແຮງງານ, ທັງເປັນການສ້າງເງື່ອນໃຫ້ ແກ່ຜູ້ດຳເນີນ ການຝຶກ ອົບຮົມວິຊາຊີບດ້ານສີມືແຮງງານໄດ້ມີຂໍ້ມູນດ້ານຄວາມຕ້ອງການຂອງຕະຫຼາດ, ຊຶ່ງເຫັນໄດ້ ຄວາມຕ້ອງການ ຂອງຕະຫຼາດແຮງງານ, ກໍຄືຜູ້ອອກແຮງງານທີ່ຕ້ອງການວຽກເຮັດງານທຳ ແລະ ຄວາມຕ້ອງການຂອງຜູ້ໃຊ້ແຮງງານ ເຂົ້າໃນການຜະລິດທຸລະກິດຂອງເຂົາເຈົ້າ, ໂດຍສະເພາະແມ່ນພາກສ່ວນເສດຖະກິດພິເສດ-ສະເພາະ ແລະ ໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດຈຳນວນໜຶ່ງ, ຊຶ່ງຕາມການສັງລວມເບື່ອງຕົ້ນຄວາມຕ້ອງການ ແຮງງານຂອງລາວໃນສົກປີ

2014-2015 ແມ່ນຫຼາຍກວ່າ 37 ພັນຄົນ, ດັ່ງນັ້ນ ຈຶ່ງມີຄວາມ ຈຳເປັນທີ່ຈະຕ້ອງສ້າງໂອກາດໃຫ້ຜູ້ໃຊ້ແຮງງານ ແລະ ໜ່ວຍງານຕ່າງໆໄດ້ມີໂອກາດ ເປີດຮັບສະໝັກ ແລະ ຄາດວ່າໃນງານຄັ້ງນີ້ຈະມີບັນດາຫົວໜ່ວຍແຮງງານ, ຜູ້ປະກອບການ ແລະ ອົງການລົງທຶນຕ່າງໆເຂົ້າຮ່ວມປະມານ 150 ກວ່າບຸດ, ທີ່ຈະມາຮັບສະໝັກພະນັກງານ ແລະ ໃຫ້ຂໍ້ແນະນຳຕ່າງໆກ່ຽວ ກັບວຽກງານແຮງງານ, ພ້ອມນັ້ນກໍຍັງຈະມີກິດຈະກຳອື່ນໆ ອີກຫຼາກຫຼາຍເຊັ່ນ: ການວາງສະແດງ ແລະ ຂາຍສິນຄ້າສີມືແຮງ ງານ ແລະ ການສະແດງ ດ້ານສີມືແຮງງານຫຼາຍໆຢ່າງ ແລະ ເຊື່ອວ່າໃນງານດັ່ງກ່າວຈະມີຕຳແໜ່ງງານຫວ່າງ ລໍ້ຖ້າຜູ້ມາສະ ໝັກປະມານ 2.000 ຕຳແໜ່ງງານ,ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງອົງການລົງ ທືນທັງພາຍໃນ ແລະ ຕ່າງປະເທດ, ບັນດາຫົວ ໜ່ວຍແຮງງານ, ຜູ້ໃຊ້ແຮງງານ, ກໍຄືຜູ້ອອກແຮງງານທັງໝົດຈົ່ງເຂົ້າມາຮ່ວມງານມະຫະກຳຕະຫຼາດແຮງງານຄັ້ງນີ້ດ້ວຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...