spot_img
Homeນານາສາລະປະຈຳເດືອນມາ15ມື້ເປັນສັນຍານເຕືອນບອກຫຍັງ?

ປະຈຳເດືອນມາ15ມື້ເປັນສັນຍານເຕືອນບອກຫຍັງ?

Published on

ดาวน์โหลด

ຖ້າ​ເວົ້າ​ເຖິງ​ເລື່ອງ​ປະຈຳ​ເດືອນ​ສຳລັບ​ຜູ້ຍິງປົກກະຕິ​ແລ້ວ​ໄລ​ຍະ​ເວລາ​ຂອງ​ການ​ເປັນ​ປະຈຳ​ເດືອນ​ຈະ​ຢູ່​ປະ​ມານ3-7ມື້ແຕ່​ທັງ​ນີ້​ກໍ​ມີ​ຜູ້ຍິງ​ບາງ​ຄົົນທີ່​ຕ້ອງ​ກັງ​ວົນ​ໃຈ​ກັບ​ບັນຫາ​ປະຈຳ​ເດືອນ​ທີ່​ມາ​ບໍ່​ເປັນ​ປົກກະຕິເຊັ່ນ:ບາງ​ເດືອນ​ກໍ​ມາ​ໜ້ອຍ​ເກີນ​ໄປຫລື​ບາງ​ເດືອນ​ກໍ​ມາ​ຫລາຍ​ເກີນ​ໄປຊຶ່ງ​ຫລາຍ​ໃນ​ບ່ອນນີ້​ຫລາຍໆຄົນ​ອາດຈະ​ມາ​ບໍ່​ໜ້ອຍ​ກວ່າ15ມື້​ແລ້ວ​ຄວາມ​ຜິດ​ປົກກະຕິ​ນີ້​ຈະ​ເປັນ​ເພາະ​ສາ​ເຫດ​ຫຍັງຫລື​ຈະ​ເປັນ​ສັນ​ຍານ​ບອກ​ຫຍັງ​​ໄດ້​ນຳສາວໆ​ມາ​ໄຂ​ຂໍ້​ສົງ​ໄສ​ກັນ​ເລີຍດີກ່ວາ

ສາ​ເຫດ​ທີ່​ເຮັດໃຫ້​ປະຈຳ​ເດືອນ​ມາ​ດົນ​ກວ່າ15ມື້ເປັນ​ເພາະ​ສາ​ເຫດ​ເຫລົ່າ​ນີ້​
ລະ​ດັບ​ຮໍໂມນ​ບໍ່​ສົມ​ດຸນສຳລັບ​ສາ​ເຫດ​ນີ້ເປັນ​ສາ​ເຫດ​ທີ່​ພົບ​ໄດ້​ເລື້ອຍ​ໆທີ່ສຸດ​ສຳລັບ​ຜູ້​ທີ່​ມີ​ບັນຫາ​ປະຈຳ​ເດືອນ​ມາ​ຫລາຍອັນ​ເນື່ອງ​ມາ​ຈາກ​ການ​ຕົກ​ໄຂ່​ບໍ່​ສະ​ໝ່ຳ​ສະເໝີຊຶ່ງ​ຈະ​ເຮັດໃຫ້​ເລືອດ​ປະຈຳ​ເດືອນ​ອອກ​ຫລາຍກວ່າ​ປົກກະຕິ​ນັ້ນ​ເອງ​ຊຶ່ງ​ບັນຫາ​ນີ້​ຈະ​ພົບ​ໄດ້​ເລື້ອຍ​ໃນ​ຄົົນທີ່​ເປັນ​ພະຍາດ​ເບົາ​ຫວານ,ຕຸ້ຍ​ເກີນ​ໄປ,ຄຽດ​ເກີນ​ໄປຫລື​ອອກ​ກຳ​ລັງ​ກາຍ​ແບບ​ຫັກ​ໂຫມ ເປັນ​ຕົ້ນ
ມີ​ຊີ້ນປົ່ງ​ໃນ​ກ້າມ​ຊີ້ນ​ມົດລູກຊຶ່ງ​ກ້ອນ​ຊີ້ນ​ອັນ​ນີ້​ຈະ​ໄປ​ຂັດ​ຂວາງ​ການຫົດ​ຮັດ​ໂຕ​ຂອງ​ກ້າມ​ຊີ້ນ​ມົດລູກເຮັດໃຫ້​ເມື່ອ​ເວລາ​ທີ່​ມົດລູກ​ບີບ​ຮັດ​ໂຕ​ໃນ​ຂະນະ​ທີ່​ມີ​ປະຈຳ​ເດືອນ​ຈະ​ເຮັດໃຫ້​ເສັ້ນ​ເລືອດ​ຈີກ​ຂາດຈຶ່ງ​ເປັນ​ສາ​ເຫດ​ໃຫ້​ເລືອດ​ອອກ​ຫລາຍ​ແລະ​ດົນ​ຜິດ​ປົກກະຕິ
ເຍື່ອ​​ໂພງ​ມົດລູກ​ໜາ​ໂຕ​ຜິດ​ປົກກະຕິເມື່ອ​ຫລຸດ​ອອກ​ມາຈຶ່ງ​ເປັນ​ເລືອດ​ປະຈຳ​ເດືອນ​ທີ່​ມີ​ຈຳນວນ​ຫລາຍຊຶ່ງ​ຄວາມ​ຜິດ​ປົກກະຕິ​ນີ້​ອາດ​ເຮັດໃຫ້​ກາຍ​ເປັນ​ມະ​ເຮັງ​ໄດ້​ໃນ​ອະນາຄົດ
ການ​ຕິດ​ເຊື້ອ​ຂອງ​ມົດລູກ​ຫລື​ປາກ​ມົດລູກຈະ​ເຮັດໃຫ້​ເລືອດ​ອອກ​ມາ​ຜິດ​ປົກກະຕິຊຶ່ງ​ຈະ​ມີ​ອາການ​ເຈັບ​ທ້ອງ​ນ້ອຍແລະ​ປະຈຳ​ເດືອນ​ຈະ​ມີ​ກິ່ນ​ເໝັນ​ຮ່ວມ​ນໍາ
ໃຊ້​ວິທີ​ຄຸມ​ກຳ​ເນີດ​ໂດຍ​ການ​ໃສ່​ຫ່ວງ​ຄຸມ​ກຳ​ເນີດເຮັດໃຫ້​ມີ​ເລືອດ​ອອກ​ຫລາຍຊຶ່ງ​ເປັນ​ອາການ​ຂອງ​ຜົນ​ຂ້າງ​ຄຽງ​ນັ້ນ​ເອງ​
​ສຳລັບ​ເຈົ້າ​ສາວໆຄົນ​ໃດ​ທີ່​ມີ​ປະຈຳ​ເດືອນ​ມາ​ດົນ​ກາຍ15ມື້​ແບບ​ນີ້​ຂໍ​ແນະ​ນຳ​ໃຫ້​ໄປ​ພົບໝໍເພື່ອ​ກວດ​ເຊັກ​ໃຫ້​ແນ່​ໃຈ​ຈະ​ດີ​ທີ່ສຸດເພື່ອ​ມີ​ບັນຫາ​ຫຍັງ​ຂຶ້ນ​ມາ​ຈະ​ໄດ້​ຮູ້​ໂຕ​ຕັ້ງ​ແຕ່​ເລີ່ມຕົ້ນ ແລະ​ຈະ​ໄດ້​ປິ່ນປົວ​ໄດ້​ທັນ

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...