spot_img
Homeຂ່າວພາຍ​ໃນບ້ານຮ່ອງຄ້າ ໄດ້ຮັບຮອງເປັນບ້ານພັດທະນາແລ້ວ

ບ້ານຮ່ອງຄ້າ ໄດ້ຮັບຮອງເປັນບ້ານພັດທະນາແລ້ວ

Published on

ບ້ານຮ່ອງຄ້າ ໄດ້ຮັບຮອງເປັນບ້ານພັດທະນາແລ້ວ

 

ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຮັບຮອງເປັນບ້ານພັດທະນາແລ້ວ ຊຶ່ງເປັນບ້ານອັນດັບທີ 20 ຂອງເມືອງ
ຈັນທະບູລີ ແລະ ບ້ານອັນດັບທີ 231 ຂອງນະຄອນຫຼວງວຽງຈັນ.
ວັນທີ 2 ມີນາ 2013 ຜ່ານມານີ້ ກໍໄດ້ມີພິທີປະກາດບ້ານຮ່ອງຄ້າ ເປັນບ້ານພັດທະນາຢ່າງເປັນທາງການ ຊຶ່ງຈັດຂຶ້ນຢູ່ທີ່ຫ້ອງ
ການບ້ານຮ່ອງຄ້າ ໂດຍມີທ່ານ ພອຍຄຳ ຮຸ່ງບຸນຍວງ ຄະນະປະຈຳພັກນະຄອນຫຼວງ ເລຂາພັກເມືອງ ເຈົ້າເມືອງຈັນທະບູລີ
ພ້ອມດ້ວຍອົງການຈັດຕັ້ງບ້ານອ້ອມຂ້າງ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ທ່ານ ພຸດທະສອນ ເທບພະສຸວັນ ເລຂາໜ່ວຍພັກ ນາຍບ້ານຮ່ອງຄ້າ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານຮ່ອງຄ້າ ແມ່ນໜຶ່ງໃນ 30
ບ້ານຂອງເມືອງຈັນທະບູລີ ມີເນື້ອທີ່ທັງໝົດ 219.282 ຕາແມັດ ພົນລະເມືອງມີ 2.599 ຄົນ ຍິງ 1.464 ຄົນ 432 ຫຼັງຄາ
ເຮືອນ ແບ່ງອອກເປັນ 40 ໜ່ວຍ 10 ຫຼັງຄາ ສະພາບການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ສ່ວນຫຼາຍແມ່ນປະກອບອາຊີບຄ້າ
ຂາຍ ເຮັດການບໍລິການ ພະນັກງານ ທະຫານ ຕຳຫຼວດ ກຳມະກອນ ແລະ ອື່ນໆ ພາຍໃນບ້ານເປັນເຂດການຄ້າ ບໍລິການພື້ນ
ຖານ ໂຄງລ່າງມີຖະໜົນຫົນທາງໄປມາສະດວກ ໄດ້ຊົມໃຊ້ໄຟຟ້າ ລະບົບນ້ຳປະປາຢ່າງທົ່ວເຖິງ ປະຊາຊົນມີມູນເຊື້ອດຸໝັ່ນຂະ
ຫຍັນພຽນ ຈາກເງື່ອນໄຂຄວາມສະດວກ ແລະ ທ່າແຮງຂອງບ້ານ ເຮັດໃຫ້ສະພາບການດຳລົງຊີວິດຂອງປະຊາຊົນດີຂຶ້ນເປັນກ້າວ
ກ້າວ.
ຕາມການປະເມີນຜົນ 10 ມາດຖານຂອງການສ້າງຄອບຄົວພັດທະນາ ແລະ 19 ມາດຖານຂອງການສ້າງບ້ານພັດທະນາ ຕາມ
ດຳລັດ 201 ຂອງລັດຖະບານ ສະເພາະຈຳນວນຄອບຄົວພັດທະນາ ສາມາດປະຕິບັດໄດ້ 95% ແລະ ແຜນການຕໍ່ໜ້າ ອົງການ
ຈັດຕັ້ງບ້ານຮ່ອງຄ້າ ຈະພ້ອມກັນຮັກສາບ້ານພັດທະນາໃຫ້ຍືນຍົງຕະຫຼອດໄປ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...