ການແຂ່ງຂັນຢູຟາ ແຊ້ມປຽນລີກ ຮອບຮອງຊະນະເລີດ ນັດທຳອິດປະຈຳວັນພຸດທີ 6 ພຶດສະພາ 2015 ບາເຊໂລນາ ຮັບມື ບາເຢີນ ມິວນິກ ທີ່ມີສະຖິຕິດີກວ່າມື້ນີ້ແຕ່ມີປັນຫາເລື່ອງການຈັດທີມ
ບາເຊໂລນາ ຈ່າຝູງລາລີກ້າ ຜົນງານກໍ່ຍັງດີຢ່າງຕເນື່ອງຟອມການຫຼີ້ນ 5 ນັດຫຼັງສຸດ ຊະນະໝົດ ຍິງໄດ້ 14 ປະຕູ ຈາກ 2 ເກມລ່າສຸດ ມື້ນີ້ ຫຼຸຍ ເອັນຣິເກ້ ນາຍໃຫຍ່ຂອງທີມບໍ່ມີບັນຫາຜູ້ຫຼີ້ນບາດເຈັບຫຼືມີໂທດແບນ ແຕ່ຈະສົ່ງ ມາກ-ອັນເດຣ ແທ ສະເຕເກັ້ນ ລົງມາເຝົ້າເສົາແທນ ເຄລາດິໂອ ບຣາໂວ ໂດຍແນວບຸກຍັງເປັນສາມປະສານຄື ລິໂອເນວ ເມດສ໌ຊີ, ເນມາ ແລະ ຫຼຸຍ ຊົວເຣດຊ໌
ບາເຢີນມິວນິກ ຟອມການຫຼິ້ນໄລຍະຫຼັງຕົກໄປພໍສົມຄວນ ຜົນງານ 5 ນັດຫຼັງສຸດຊະນະ 3 ສະເໝີ 1 ແພ້ 1 ເກມລ່າສຸດພາດທ່າບຸກໄປຖືກ ເລເວີກູເຊນ ຊະນະ 2-0 ເກມຄືນນີ້ ເປບ ກາດິໂອລາ ຕ້ອງເຈັບຫົວໝົດສິດໃຊ້ງານຕົວຫຼັກເຊັ່ນ: ດາວິດ ອະລາບາ, ອາເຢນ ຣ໊ອບເບນ ແລະ ໂຮນເກີ ບາດສະຕູເບີ ທີ່ບາເຈັບແລະຍັງຕ້ອງລໍຖ້າເຊັກຄວາມຟິດຂອງ ຟຣ້ອງ ຣິເບຣີ່ ສ່ວນວ່າ ໂຣເບີດ ເລວານດອບສະກີ້ ທີ່ບາດເຈັບດັງຫັກຄາດວ່າຈະລົງສະໜາມໂດຍໃສ່ໜ້າກາກປ້ອງກັນລົງຢືນໜ້າເປົ້າເຊັ່ນເຄີຍ
ສະໜາມ: ເອດສະຕາດິໂອ ຄັມ ນູ
ຜູ້ຕັດສິນ: ນິໂກລາ ລິດໂຊລີ່
ເວລາເຕະ: 01.45 ນາທີ