spot_img
Homeຂ່າວພາຍ​ໃນເປເຢກຣີນີເຢ້ຍສິງເປັນແຊ້ມແບບບໍ່ມີສະເໜ່

ເປເຢກຣີນີເຢ້ຍສິງເປັນແຊ້ມແບບບໍ່ມີສະເໜ່

Published on

ມານູເອວ ເປເຢກຣິນີ ເທຣນເນີຊາວຊິລີອາຍຸ 61 ປີອອກມາເວົ້າຫຼັງຈົບເກມບຸກໄປຊະນະ ສະເປີ 1-0 ເຖິງ ເຊວຊີ ທີ່ເປັນແຊ້ມວ່າບໍ່ມີສະເໜ່ ຜິດກັບຕອນທີ່ຕົວລາວພາແມນ ຊິຕີ ເປັນແຊ້ມເມື່ອປີກາຍ ທີ່ຫຼິ້ນໄດ້ມ່ວນແລະມັນຍິງໄດ້ຫຼາຍກວ່ານີ້

Pegani

ການແຂ່ງຂັນບານເຕະພຣີເມຍ ລີກ ອັງກິດ ລະດູການ 2014-2015 ນັດທີ 35 ເມື່ອວັນອາທິດທີ່ 3 ພຶດສະພາທີ່ຜ່ານມາ ແມນຯ ຊິຕີ ແຊ້ມເກົ່າບຸກໄປຊະນະ ທອດແນມ ຮອດສະເປີ 1-0 ໂດຍໄດ້ປະຕູຈາກ ເຊຄິໂອ ອະເກວໂຣ່ ຫຼັງຈົບການແຂ່ງຂັນ ເຊຄິໂອ ອະເກວໂຣ່ ໃຫ້ສຳພາດວ່າ:
“ຂ້ອຍຍັງບໍ່ໄດ້ຄິດເຖິງເລື່ອງໄລຍະຫ່າງແນ່ນອນວ່າສີ່ງທີ່ ເຊວຊີ ເຮັດໄດ້ໃນປີນີ້ຄືກັນກັບທີ່ພວກເຮົາເຮັດໃນປີກາຍ ພວກເຂົາໄດ້ແຊ້ມພຣີເມຍລີກ ແລ້ວກໍ່ລີກຄັບປີກາຍນີ້ພວກເຮົາກໍ່ເຮັດໄດ້ຄືກັນ ຍິງໄດ້ຫຼາຍກວ່າອີກ ມັນສຳຄັນຫຼາຍສຳລັບພຣີເມຍລີກ ແລະ ແຟນບານໃນການຫຼີ້ນໃຫ້ມີສະເໜ່ ລະດູການທີ່ແລ້ວພວກເຮົາຍິງໄປ 158 ລູກ ແບ່ງເປັນ 101 ລູກໃນລີກເຊີ່ງສະໄຕນັ້ນກໍ່ຍັງຄົງດຳເນີນມາຕະຫຼອດ”
“ທຸກໆປີຈະມີ 5 ທີມທີ່ສຳຄັນແລະພວກເຂົາມີໂອກາດທີ່ຈະຄວ້າແຊ້ມຂ້ອຍຫວັງວ່າພວກເຮົາຈະຍັງຄົງດຳເນີນໄປແບບນີ້ເລື້ອຍໆຄື 4 ປີກ່ອນ ຄື 2 ປີພວກເຮົາໄດ້ແຊ້ມ ອີກ 2 ປີພວກເຮົາເປັນຮອງແຊ້ມທຸກສະໂມສອນພະຍາຍາມທີ່ຈະພັດທະນາຂື້ນມາ ແຕ່ພວກເຮົາກໍ່ບໍ່ສາມາດພັດທະນາເພື່ອທີ່ຈະເອົາຊະນະທີມ ແມນຢູຯ, ເຊວຊີ, ອາເຊນອນ ຫຼື ລິເວີພູ ໄປໄດ້ຕະຫຼອດ ເມື່ອຈົບລະດູການພວກເຮົາຈີ່ງໄດ້ມາວິເຄາະກັນວ່າແມ່ນຫຍັງຄວນປັບປຸງເພື່ອລຸ້ນແຊ້ມປີໜ້າ”

ບົດຄວາມຫຼ້າສຸດ

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້: