spot_img
Homeຂ່າວພາຍ​ໃນຫລຸດຜ່ອນ ແລະ ເພີ່ມໂອກາດ ຄວາມສະເຫມີພາບຍິງŒຊາຍ

ຫລຸດຜ່ອນ ແລະ ເພີ່ມໂອກາດ ຄວາມສະເຫມີພາບຍິງŒຊາຍ

Published on

 

ຄວາມ​ສະ­ເຫມີ­ພາບ​ລະຫວ່າງ​ຍິງŒຊາຍ ເປັນ​ແກນ​ຫລັກຂອງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດແບບ​ໃຫມ່ ສາ­ມາດ​ຍົກ​ລະ­ດັບຈຳ­ນວນ​ຜົນ​ຜະ­ລິດ, ປັບ­ປຸງ​ຜົນ​ໄດ້​ຮັບ​ຂອງ​ການ​ພັດ­ທະ­ນາ​ຄົນ​ຮຸ່ນ​ໃຫມ່​ໃນ​ອະ­ນາ­ຄົດ; ສະ­ນັ້ນ ການ​ຫລຸດ­ຜ່ອນ​ຄວາມ​ສ່ຽງ ແລະ ເພີ່ມ​ໂອ­ກາດ​ສຳ­ລັບ​ແມ່­ຍິງ​ຕ້ອງ​ປັບ­ປຸງ​ຄວາມ​ອາດ​ສາ­ມາດ, ສະຫນັບ​ສະ​ຫນູນ​ຄວາມ​ກ້າວ­ຫນ້າ ແລະ ຍົກ​ລະ­ດັບ​ການ​ເຂົ້າ​ຮ່ວມຂອງ​ແມ່­ຍິງ​ໃນ​ການ​ລົງ­ທຶນ​ຂັ້ນພື້ນ­ຖານ​ໂຄງ​ລ່າງ​ໃຫ້​ຫລາຍ​ຂຶ້ນ.

ທ່ານ ຈົງ ຈີ ນາຍ ຜູ້​ຕາງຫນ້າ​ທະ­ນາ­ຄານ​ພັດ­ທະ­ນາ​ອາ­ຊີປະ­ຈຳ​ລາວ ກ່າວ​ໃນ​ກອງ​ປະ­ຊຸມເຜີຍ­ແຜ່​ບົດ​ລາຍ​ງານ​ການ​ປະເມີນ​ຜົນ­ສຳ­ເລັດ​ຄວາມ​ສະ­ເຫມີພາບ​ລະ­ຫວ່າງ​ຍິງŒຊາຍ​ຂອງ ສປປ ລາວ ວ່າ: ສປປ ລາວ ໄດ້ຮັບ​ຜົນ​ປະ­ໂຫຍດ​ອັນ​ໃຫຍ່​ຫລວງຈາກ​ການ​ຂະ­ຫຍາຍ­ຕົວ​ຢ່າງວ່ອງ­ໄວ​ທາງ​ດ້ານ​ເສດ­ຖະ­ກິດຂອງ​ປະ­ເທດ​ດ້ວຍ​ການ​ຫລຸດຜ່ອນ​ຄວາມ​ບໍ່​ສະ­ເຫມີ­ພາບ​ລະຫວ່າງ​ຍິງŒຊາຍ ແລະ ຄວາມດ້ອຍ​ໂອ­ກາດ​ຂອງ​ເຂດ​ຊົນ​ນະບົດ ແຕ່​ຍັງ​ມີ​ຄວາມ​ບໍ່​ສະ­ເຫມີ­ພາບ​ຈຳ­ນວນ​ຫນຶ່ງ​ຈາກ​ຜົນ​ໄດ້​ຮັບ​ຂອງ​ການ​ພັດ­ທະ­ນາ​ມະ­ນຸດ ເຊັ່ນ: ດ້ານ​ສາ­ທາ­ລະ­ນະ​ສຸກ, ການ​ສຶກ​ສາ, ການ​ສະ­ຫນອງນ້ຳ​ສະ­ອາດ ແລະ ດ້ານ​ສຸ​ຂະ​ອະນາ​ໄມ ໂດຍ​ສະ­ເພາະ​ໃນ​ຂົງ­ເຂດທີ່​ຫ່າງ​ໄກ​ສອກ­ຫລີກ.

ຢ່າງ­ໃດ​ກໍ່​ຕາມ ບັນ­ຫາ​ທີ່ພວມ​ກໍ່​ຕົວ ແລະ ຄວາມ​ສ່ຽງ​ອັນ​ໃຫມ່​ນີ້​ໄດ້​ສົ່ງ​ຜົນ​ສະ­ທ້ອນ​ທີ່​ແຕກ​ຕ່າງ​ກັນ​ສຳ­ລັບ​ຍິງŒຊາຍ.

ເພື່ອ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ ຕ້ອງ​ຂະ­ຫຍາຍ​ໂອ­ກາດ​ໃນ​ການມີ​ວຽກ​ເຮັດ​ງານ​ທຳ, ຫລຸດ­ຜ່ອນຊ່ອງ​ວ່າງ​ເຂົ້າ​ເຖິງ​ແຫລ່ງ​ການຜະ­ລິດ, ຫລຸດ­ຜ່ອນ​ຄວາມ​ຮຸນແຮງ​ຕໍ່​ແມ່­ຍິງ, ປັບ­ປຸງ​ຄວາມອາດ​ສາ­ມາດ, ຊ່ວຍ​ສະ­ຫນັບ​ສະຫນູນ​ຄວາມ​ກ້າວ­ຫນ້າ​ໃນ​ການ​ເປັນ​ຕົວ​ແທນ​ທີ່​ເປັນ​ແມ່­ຍິງ​ໃຫ້ຫລາຍ​ຂຶ້ນ ທັງ​ໃນ​ກົງ­ຈັກ​ການ​ຈັດຕັ້ງ​ຂອງ​ລັດ­ຖະ­ບານ​ໃນ​ລະ­ດັບຊາດ ແລະ ທ້ອງ­ຖິ່ນ. ເຊິ່ງ​ທະ​ນາຄານ​ພັດ­ທະ­ນາ​ອາ­ຊີ ແລະ ທະ​ນາຄານ​ໂລກ​ມີ​ຄວາມ​ມຸ່ງ​ຫມັ້ນ​ທີ່ຈະ​ເຮັດ​ວຽກ​ຢ່າງ​ສະ­ຫນິດ ແຫນ້ນ​ກັບ​ລັດ­ຖະ­ບານ​ລາວ ເພື່ອສົ່ງ­ເສີມ​ຄວາມ​ສະ­ເຫມີ­ພາບ​ລະຫວ່າງ​ຍິງŒຊາຍ ແລະ ໃຫ້​ສິດ​ແກ່ແມ່­ຍິງແນ­ໃສ່​ຮັບ­ປະ­ກັນ​ຄວາມກ້າວ­ຫນ້າ​ທີ່​ຫນັກ​ແຫນ້ນ​ກ້າວໄປ​ສູ່​ການ​ຂະ­ຫຍາຍ­ຕົວ ແລະ ຫລຸດ­ຜ່ອນ​ຄວາມ​ສະ­ເຫມີ­ພາບຂອງ​ຍິງŒຊາຍ​ໃນ​ທົ່ວ ສປປ ລາວ.

ກອງ​ປະ­ຊຸມ​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ມີ­ນາ 2013 ທີ່​ໂຮງ­ແຮມ​ລາວພລາ​ຊາ ເປັນ​ປະ­ທານ​ຂອງ​ທ່ານ ນາງ ເຂັມ​ແພງ ພົນ​ເສ­ນາ ລັດຖະ​ມົນ­ຕີ​ວ່າ­ການ​ປະ­ຈຳ​ຫ້ອງ​ວ່າການ​ລັດ­ຖະ­ບານ, ມີ​ທ່ານ ນາງ ເກ​ອີ​ໂກ ມີ​ວາ ຜູ້­ຕາງ­ຫນ້າ​ທະນາ​ຄານ​ໂລກ​ປະ­ຈຳ​ລາວ, ພ້ອມ​ດ້ວຍ​ຕົວ​ແທນ​ຈາກ​ອົງ​ການ­ຈັດ­ຕັ້ງ​ລັດ­ຖະ­ບານ, ຜູ້​ໃຫ້​ທຶນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າຮ່ວມ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...