spot_img
Homeຂ່າວຕ່າງປະເທດປາ​ຕິ​ຫານ! ເດັກ​ນ້ອຍ 4 ເດືອນ ລອດ​ຕາຍ​ ຫລັງ​ຕິດ​ຢູ່​ກ້ອງ​ຕຶກ​ແຜ່ນ​ດິນ​ໄຫວເນ​ປານ 5 ມື້!

ປາ​ຕິ​ຫານ! ເດັກ​ນ້ອຍ 4 ເດືອນ ລອດ​ຕາຍ​ ຫລັງ​ຕິດ​ຢູ່​ກ້ອງ​ຕຶກ​ແຜ່ນ​ດິນ​ໄຫວເນ​ປານ 5 ມື້!

Published on

aHR0cDovL3BlMS5pc2Fub29rLmNvbS9ucy8wL3VkLzM1Ny8xNzg4NDQyL2NzZHNzLmpwZw==

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 30 ເມ​ສາ​ນີ້​ວ່າ ເຈົ້າ​ໜ້າ​ທີ່​ກູ້​ໄພ​ ສາ​ມາດ​ຊ່ວຍ​ຊີ​ວິດ​ເດັກ​ນ້ອຍ​ຊາຍ ອາ​ຍຸ 4 ເດືອນ ອອກ​ມາ​ຈາກ​ຊາກ​ຕຶກ ແລະ ອາ​ຄານ​ທີ່​ພັງ​ຖະ​ຫລົ່ມ ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​ເນ​ປານ ໂດຍ​ນັບ​ຕັ້ງ​ແຕ່​ເກີດ​ເຫດ​ແຜ່ນ​ດິນ​ໄຫວ ໃນ​ມື້​ວັນ​ເສົາ​ທີ 25 ເມ​ສາ​ຜ່ານ​ມາ ພໍ່​ຂອງ​ເດັກ​ນ້ອຍ​ຄົນ​ດັ່ງ​ກ່າວ ໄດ້​ຮ້ອງ​ຂໍ​ໃຫ້​ເຈົ້າ​ໜ້າ​ທີ່​ທະ​ຫານ ຊ່ວຍ​ກັນ​ຄົ້ນ​ຫາ​ສົບ​ຂອງ​ລູກ​ຊາຍ​ຕົນ​ເອງ ຢູ່​ຕາມ​ຊາກ​ຫັກ​ພັງ​ຂອງ​ເຮືອນທີ່​ຖະ​ຫລົ່ມ​ລົງ​ມາ ແຕ່​ພາຍ​ຫລັງ​ການ​ຄົ້ນ​ຫາ​ຈົນ​ຮອດ​ເວ​ລາ​ກາງເດິກ ທີມ​ຄົ້ນ​ຫາ​ກໍ​ບໍ່​ພົບ​ສົບ​ຂອງ​ເດັກ​ນ້ອຍ​ຄົນ​ດັ່ງ​ກ່າວ ຈິ່ງ​ໄດ້​ຢຸດ​ຕິ​ການ​ຄົ້ນ​ຫາ​ໄປ ຈົນ​ມາ​ເຖິງ​ຕອນ​ເຊົ້າ​ຂອງ​ມື້​ຕໍ່​ມາ ພໍ່​ຂອງ​ເດັກ​ນ້ອຍ​ຄົນ​ດັ່ງ​ກ່າວ ໄດ້​ຍິນ​ສຽງ​ຮ້ອງ​ໄຫ້​ຂອງ​ລູກ​ຕົນ​ເອງ ຈິ່ງ​ໄດ້​ຟ້າວ​ໄປ​ຮ້ອງ​ຂໍ​ເຈົ້າ​ໜ້າ​ທີ່​ເຂົ້າ​ໄປ​ຄົ້ນ​ຫາ​ອີກ​ເທື່ອ​ໜຶ່ງ ພາຍ​ຫລັງ​ການ​ຄົ້ນ​ຫາ​ເທື່ອ​ທີ​ສອງ​ນີ້ ເຈົ້າ​ໜ້າ​ທີ່​ກໍ​ຕ້ອງ​ຕົກ​ຕະ​ລຶງ ເມື່ອ​ເດັກ​ນ້ອຍ​ຄົນ​ດັ່ງ​ກ່າວ​ຍັງ​ມີ​ຊີ​ວິດ​ຢູ່ ເຖິງ​ແມ່ນ​ຈະ​ຕິດ​ຢູ່​ກ້ອງ​ຊາກ​ເຮືອນ​ດັ່ງ​ກ່າວ​ມາ​ແລ້ວ​ເຖິງ 5 ມື້.

ພາຍ​ຫລັງ​ຊ່ວຍ​ເອົາ​ເດັກ​ນ້ອຍ​ຄົນ​ດັ່ງ​ກ່າວ​ອອກ​ມາ​ແລ້ວ ເຈົ້າ​ໜ້າ​ທີ່​ກໍ​ຟ້າວນ​ຳ​ສົ່ງ​ໂຮງ​ໝໍ ເພື່ອກວດ​ຫາ​ອາ​ການ​ບາດ​ເຈັບ ໂດຍ​ເປັນ​ເລື່ອງ​ປາ​ຕິ​ຫານ​ຢ່າງ​ແທ້​ຈິງ ທີ່​ເດັກ​ນ້ອຍ​ຄົນ​ດັ່ງ​ກ່າວ​ນີ້ ບໍ່​ໄດ້​ມີ​ບາດ​ແຜ​ເທິງ​ຮ່າງ​ກາຍ​ແຕ່​ຢ່າງ​ໃດ​ເລີຍ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...