spot_img
Homeຄລິບ-ວິດີໂອຄົນສື່ຮຽກຮ້ອງ ແກ້ໄຂການຖິ້ມຂີ້ເຫຍື້ອແຄມທາງຫຼວງ

ຄົນສື່ຮຽກຮ້ອງ ແກ້ໄຂການຖິ້ມຂີ້ເຫຍື້ອແຄມທາງຫຼວງ

Published on

ບັນຫາການຖິ້ມຂີ້ເຫຍື້ອໃສ່ແຄມທາງ ເປັນບັນຫາຊ້ຳເຮື້ອມາໄດ້ຫຼາຍປີແລ້ວ ບໍ່ວ່າຈະເປັນຖະໜົນ 13 ໃຕ້ 13 ເໜືອ 450 ປີ ແລະລວມທັງຖະຖົນເສັ້ນນີ້ ທີ່ຕັດແຕ່ບ້ານໜອງບົວທອງ ໄປຫາບ້ານໜອງບຶກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ບັນຫານີ້ຖືກສື່ມວນຊົນຫຼາຍສຳນັກ ເຄີຍໄດ້ອອກຂ່າວມາແລ້ວຫຼາຍຄັ້ງ ແຕ່ພຶດຕິກຳຂອງຜູ້ຖິ້ມຂີ້ເຫຍື້ອໃສ່ແຄມທາງ ຍັງບໍ່ມີການປ່ຽນແປງ ອາດຈະເປັນຍ້ອນພວກກ່ຽວບໍ່ແມ່ນກຸ່ມຄົນ ທີ່ຈະເສບສື່ຄືໄທເຮົາເຈົ້າຂ້ອຍ ຫຼືອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ອ່ອນແອ ບໍ່ສາມາດແກ້ໄຂບັນຫາຂີ້ເຫຍື້ອໄດ້ ຫຼືເພາະເຫດໃດກໍບໍ່ຮູ້.

ດັ່ງນັ້ນ, ມື້ນີ້ ມີສື່ມວນຊົນຜູ້ໜຶ່ງໄດ້ໄປຖ່າຍຄລິບ ກ່າວຮຽກຮ້ອງເຖິງພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ ອພບ ອຳນາດການປົກຄອງ ຫຼືໃຜໆ ກໍໄດ້ ທີ່ເວົ້າແລ້ວມີຄົນຈັດຕັ້ງປະຕິບັດ ຈົ່ງໄດ້ເອົາໃຈໃສ່ແກ້ໄຂບັນຫານີ້ດ້ວຍ. ແລະລວມທັງກະໂຕຜູ້ທີ່ເອົາຂີ້ເຫຍື້ອໄປຖິ້ມ ໃສ່ບໍລິເວນດັ່ງກ່າວນັ້ນກໍຂໍໃຫ້ປັບປ່ຽນ ພຶດຕິກຳດັ່ງກ່າວ ເພາະເຮົາເປັນຄົນນະຄອນຫຼວງ ເປັນຄົນເມືອງສີວິໄລ ດ້ານຈິດໃຈຂອງເຮົາກໍຄວນຈະໄດ້ສີວິໄລໄປນຳ. ບໍ່ດັ່ງນັ້ນ, ຄຳຂວັນ ສ.ສະອາດ ນະຄອນຫຼວງຈະບໍ່ສົມບູນໄດ້ຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...