spot_img
Homeຂ່າວພາຍ​ໃນທະນາຄານໂລກປະເມີນ ປີນີ້ເສດຖະກິດລາວ ຈະຂະຫຍາຍໂຕຊ້າເລັກໜ້ອຍ!

ທະນາຄານໂລກປະເມີນ ປີນີ້ເສດຖະກິດລາວ ຈະຂະຫຍາຍໂຕຊ້າເລັກໜ້ອຍ!

Published on

world bank

ທ່ານ ອີຟເກີນ ນາໂດຟ ນັກເສດຖະສາດອາວຸໂສທານະຄານໂລກ ໄດ້ລາຍງານ ການປະເມີນສະພາບການຂະຫຍາຍຕົວຂອງເສດຖະກິດລາວໃນວັນທີ 28 ເມສາ ນີ້ວ່າ: ປີ 2015 ນີ້, ການຂະຫຍາຍຕົວຂອງເສດຖະກິດລາວຈະຫລຸດລົງ 1,1% ຈາກ 7,5% ໃນປີ 2014 ມາເປັນ 6,4% ໃນປີ 2015, ເນື່ອງຈາກມີຫລາຍປັດ​ໄຈເຊັ່ນ: ບັນຫາການຜະລິດແຮ່ທາດໂດຍລວມພາຍໃນປະເທດຢູ່ໃນລະດັບເກົ່າ, ອັດຕາການເຕີບໂຕສິນເຊື່ອຫລຸດລົງ, ລາຍຈ່າຍພາກລັດບໍ່ຂະຫຍາຍຕົວເທົ່າທີ່ຄວນ ແລະ ການເກັບພາສີອາກອນບໍ່ໄດ້ຕາມເປົ້າໝາຍ, ເຊິ່ງປັດ​ໄຈດັ່ງກ່າວນັ້ນ, ຕ້ອງໄດ້ແກ້ໄຂດ້ວຍຮູບການສົ່ງ ເສີມການລົງທຶນໃນ ພາກເອກກະຊົນໃຫ້ມີຄວາມຫລາກຫລາຍຂຶ້ນໃນຂະແໜງກະສິກຳ, ປຸງແຕ່ງ ແລະ ບໍລິການຕ່າງໆ.

ທ່ານ ອີຟເກິນ ໃຫ້ຮູ້ວ່າ: ໃນປີ 2016 ເສດຖະກິດຂອງລາວຈະຂະຫຍາຍຕົວສູງຂຶ້ນໃນລະດັບ 7,3% ຍ້ອນໄດ້ຮັບ ຜົນດີຈາກການເຂົ້າເປັນປະຊາຄົມອາຊຽນ ອັນໄດ້ສ້າງຄວາມດຶງດູດໃຫ້ແກ່ຂະແໜງການທ່ອງທ່ຽວ, ການລົງທຶນໂດຍກົງຈາກຕ່າງປະເທດເຂົ້າໃນຂະແໜງໄຟຟ້າ ແລະ ບໍລິການຕ່າງໆເພີ່ມຂຶ້ນ, ອັດຕາເງິນເຟີຈະຢູ່ໃນລະດັບ 4,5%, ເຊິ່ງໄດ້ຮັບປັດ​ໄຈມາຈາກລາຄານ້ຳມັນຫລຸດລົງ ແລະ ການປ່ອຍສີນເຊື່ອກໍຢູ່ໃນລະດັບ 4,2%, ສ່ວນການຂາດດຸນງົບປະມານຈະຢູ່ໃນລະ ດັບ 5% ແລະ ການສົ່ງອອກ-ນ້ຳເຂົ້າຈະຢູ່ໃນລະດັບ 16,3% ແລະ ໃນຕໍ່ໜ້າ ສປປ ລາວ ຕ້ອງລົງທຶນໃສ່ການສ້າງ ຄວາມ ເຂັ້ມແຂງໃຫ້ແກ່ການສຶກສາສຳລັບເດັກກ່ອນໄວຮຽນ, ເຊິ່ງຈະເປັນພື້ນຖານຮັບປະກັນໃຫ້ກຳລັງແຮງງານມີທັກ ສະທີ່ສອດຄ່ອງກັບຄວາມຕ້ອງການ, ການສ້າງສະພາບແວດລ້ອມທຸລະກິດທີ່ມີຄວາມດຶງດູດ ແລະ ການສ້າງວຽກເຮັດງານທຳ ທີ່ມີປະສິດທິພພາບສູງກວ່າເກົ່າຈະຊ່ວຍສ້າງໂອກາດໃຫ້ລາວໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງເຂົ້າພາກພື້ນ ກໍຄືສ້າງຄວາມຜາສຸກ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຫລຸດລົງເທື່ອລະກ້າວ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...