spot_img
Homeຂ່າວພາຍ​ໃນແຄມງື່ມບ້ານເກິນ ພວມພິກເປັນແຫລ່ງທ່ອງທ່ຽວຄົບວົງຈອນ

ແຄມງື່ມບ້ານເກິນ ພວມພິກເປັນແຫລ່ງທ່ອງທ່ຽວຄົບວົງຈອນ

Published on

ແຄມງື່ມບ້ານເກິນ ພວມພິກເປັນແຫລ່ງທ່ອງທ່ຽວຄົບວົງຈອນ

 

ສະ­ຖານ­ທີ່​ແຄມ​ງື່ມ​ບ້ານ​ເກິນເມືອງ​ທຸ­ລະ­ຄົມແຂວງ​ວຽງ​ຈັນ ເຊິ່ງສະ­ພາບ​ເດີມ​ເຄີຍ​ນຳ​ໃຊ້​ໃຫ້​ເປັນ​ສະຖານ​ທີ່​ຈັດ​ງານ​ບຸນ­ຊ່ວງ­ເຮືອ​ປະ­ຈຳ​ປີທີ່​ຜູ້​ຄົນ­ຮູ້​ຈັກ­ດີ​ດ້ານ​ກີ­ລາ​ຊ່ວງ​ເຮືອ​ນັ້ນ, ພວມ​ຖືກ​ເນ­ລະ­ມິດ​ໃຫ້​ກາຍ­ເປັນແຫລ່ງ​ທ່ອງ​ທ່ຽວ​ຫາດ​ຊາດ​ຂາວບ້ານ​ເກິນ ເຊິ່ງ​ຈະ​ສ້າງ​ເປັນ​ແຫລ່ງ​ທ່ອງທ່ຽວ ເພື່ອ​ຜັກ​ຜ່ອນ​ຢ່ອນ​ອາ­ລົມ​ຂອງນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະເທດ​ທີ່​ຈະ​ມີ​ສິ່ງ​ອຳ­ນວຍ​ຄວາມ​ສະດວກທັນ​ສະ­ໄຫມ, ເຊັ່ນ: ກິດ­ຈະ­ກຳກີ­ລາ​ທາງ­ນ້ຳ, ໂຮງ­ແຮມ,ເຮືອນ​ພັກ, ຮ້ານ​ອາຫານ, ສິ່ງ​ບັນ­ເທີງ ແລະ ອື່ນໆ, ໂດຍ​ກຸ່ມ​ບໍລິ​ສັດ​ມາ­ລີ​ນີ​ຈະ​ລົງ­ທຶນເຖິງ 4,8  ລ້ານ​ໂດ​ລາ​ສະຫະ​ລັດ ເພື່ອ​ສ້າງ​ລຽບ​ຍາວ​ຕາມ​ແຄມ​ນ້ຳ​ດັ່ງກ່າວ 1 ກິ­ໂລ­ແມັດ ປະ­ຈຸບັນ​ສຳ­ເລັດ 30%.

ທ່ານ ພຸດ​ສະ​ດຸ ອິນທະ​ວົງ ປະ­ທານກຸ່ມ​ບໍ​ລິສັດ​ມາ­ລີ​ນີ​ ກ່າວ​ວ່າ: ກຸ່ມບໍ­ລິ­ສັດ​ຂອງ​ຕົນ​ໄດ້​ຮັບອະ­ນຸ­ຍາດ​ຈາກ​ພາກ​ລັດໃຫ້​ສຳ​ປະ­ທານ​ເນື້ອ­ທີ່ດິນ​ແຄມ​ຝັ່ງ​ນ້ຳ​ງື່ມ​ທີ່​ບ້ານ​ເກິນຄວາມ​ຍາວ 1 ກິ­ໂລ­ແມັດ ລຽບ​ຕາມ​ລຳສາຍ​ນ້ຳ ເພື່ອ​ພັດ­ທະ­ນາ​ສະ­ຖານທີ່​ແຫ່ງ​ນີ້ ໃຫ້​ກາຍ­ເປັນ​ແຫລ່ງ​ທ່ອງທ່ຽວ​ທີ່​ທັນ​ສະ­ໄຫມ​ໂດຍ​ມີ​ຊື່­ວ່າ: ໂຄງການ​ພັດ­ທະ­ນາ​ແຫລ່ງ​ທ່ອງ​ທ່ຽວ​ຫາດ ຊາຍ​ຂາວ​ບ້ານ​ເກິນ, ສະ­ຖານ­ທີ່​ແຫ່ງນີ້ ສະ­ພາບ​ເດີມ​ເປັນ​ພຽງ​ແຄມ​ຝັ່ງ​ນ້ຳທຳ​ມະ​ດາ​ບໍ່​ມີ​ສິ່ງ​ປຸກ​ສ້າງ ແລະ ຫາດຊາຍ​ແຕ່​ຢ່າງ­ໃດ ແຕ່​ລະ​ປີ​ປະ­ຊາ­ຊົນເມືອງ​ທຸ­ລະ­ຄົມ​ຈະ​ນຳ​ໃຊ້​ສະ­ຖານ­ທີ່​ແຫ່ງນີ້​ເປັນ​ບ່ອນ​ປະ​ລອງ​ແຂ່ງ­ຂັນ​ຄວາມເກ່ງ​ດ້ານ​ສີ­ພາຍ (ບຸນ­ຊ່ວງ­ເຮືອ), ແຕ່ຫລັງ​ຈາກ​ໄດ້​ຮັບ​ອະ­ນຸ­ຍາດ​ໃຫ້​ສຳ​ປະທານ​ກຸ່ມ​ບໍ­ລິ­ສັດ​ຂອງ​ຕົນ​ຈະ​ສ້າງສະ­ຖານ­ທີ່​ນີ້​ໃຫ້​ມີ​ສິ່ງ​ອຳ­ນວຍ​ຄວາມສະ­ດວກ​ຕ່າງໆ​ເຊັ່ນ:  ໂຮງ­ແຮມ​ຂະຫນາດ​ນ້ອຍ, ເຮືອນ​ພັກ​ປະ­ມານ 30-40 ຫລັງເຊິ່ງ​ອອກ​ແບບ​ໃຫ້​ທັນ​ສະ­ໄຫມປະ­ສົມ​ຊົງ​ລາວ​ຂ້າງ​ໃນ​ມີ​ສິ່ງ​ອຳນວຍ​ຄວາມ​ສະ­ດວກ​ທີ່​ທັນ​ສະໄຫມ, ມີ​ສະ­ໂມ­ສອນ​ທີ່​ຮອງ​ຮັບໄດ້ 300 ກວ່າ​ຄົນ, ມີ​ສິ່ງ​ອຳນວຍ​ຄວາມ​ສະ­ດວກ​ດ້ານ​ຄວາມມ່ວນ­ຊື່ນ, ມີ​ເຮືອ​ເຈັດ​ສະ​ກີ​ໄວ້​ບໍລິ​ການ 10 ກວ່າ​ລຳ, ສ້າງ​ຫາດຊາຍ​ຂາວ (ຫາດ​ທຽມ) ລຽບຕາມ​ແຄມ​ນ້ຳ​ດັ່ງ­ກ່າວ​ຂຶ້ນ​ມາ ເພື່ອ​ເປັນ​ສະ­ຖານ­ທີ່​ສຳ­ລັບ​ຫລິ້ນ ແລະ ຜັກ​ຜ່ອນ​ຂອງ​ນັກ​ທ່ອງທ່ຽວ.

ທ່ານ​ປະ­ທານ​ກ່າວ​ອີ​ກວ່າ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງການ​ນີ້ ເປັນ​ເວ­ລາ 3 ເດືອນ​ກວ່າ ຮອດ​ປະ­ຈຸ​ບັນ ຫນ້າ​ວຽກ​ທັງຫມົດ​ໄດ້​ຄືບ​ຫນ້າ​ປະ­ມານ 30%, ໃນ​ນີ້ ໄດ້​ມີ​ການ​ຖົມ​ດິນຍົກ​ລະ­ດັບ, ສ້າງ​ກັນ​ເຈື່ອນ; ສ່ວນ​ວຽກ​ທີ່​ຍັງ​ຄ້າງ​ກໍ່​ຈະ​ສືບ­ຕໍ່ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ ແລະ ຄາດ​ວ່າ​ຈະ​ໄດ້​ເລີ່ມ​ເປີດ​ບໍ­ລິ­ການບາງ​ກິດ­ຈະ­ກຳ​ໃນ​ທ້າຍ​ເດືອນ​ມີນາ​ນີ້ ແລະ ເປີດ​ບໍ­ລິ­ການ​ແກ່​ນັກທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໃນ​ເດືອນ​ທັນ­ວາ 2013 ຄຽງ​ຄູ່​ກັນ​ກັບ​ການ​ເປີດນຳ​ໃຊ້​ຂົວ​ຂ້າມ​ນ້ຳ​ງື່ມ​ທີ່​ບ້ານເມືອງ­ເກົ່າ​ປາກ​ກະ​ຍຸງ,ທ່ານ​ກ່າວ​ຕໍ່​ວ່າ: ຕົນ​ຈະ​ມີລາຍ​ໄດ້​ຈາກ​ໂຄງ­ການ​ນີ້ ໃນ 3 ກິດ­ຈະ­ກຳ​ຄື: ເກັບ​ຄ່າ​ບໍ­ລິ­ການຜູ້​ຄົນ​ທີ່​ເຂົ້າ​ພັກ​ໃນ​ໂຮງ­ແຮມ, ເຮືອນ​ພັກ, ສະ­ຖານ­ທີ່​ມ່ວນ­ຊື່ນ, ສະ­ໂມ­ສອນ; ເກັບ​ຄ່າ​ບໍ­ລິ­ການ​ກີລາ​ທາງ­ນ້ຳ; ຈັດ­ການ​ແຂ່ງ­ຂັນກີ­ລາ​ທາງ­ນ້ຳ​ປະ­ຈຳ​ເດືອນ, ປີຕາມ​ຄວາມ​ເຫມາະ​ສົມ​ຈົນ​ຄົບອາ­ຍຸ​ການ​ສຳ​ປະ­ທານ 38 ປີ​ແລ້ວມອບ​ໃຫ້​ລັດ.

ທີ່ມາhttp://www.ecom.org.la/

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...