spot_img
Homeຂ່າວພາຍ​ໃນຄາດວ່ານະຄອນຊັບຊອ໊ບປິງພລາຊາ ຈະສ້າງວຽກເຮັດກວ່າ 5000 ຕໍາແໜ່ງ

ຄາດວ່ານະຄອນຊັບຊອ໊ບປິງພລາຊາ ຈະສ້າງວຽກເຮັດກວ່າ 5000 ຕໍາແໜ່ງ

Published on

 

timthumb

ພິທີຖະແຫລງຂ່າວກ່ຽວກັບ ໂຄງການກໍ່ສ້າງສູນການຄ້າສາກົນນະຄອນຊັບ
ຊ໊ອບປິງພລາຊາ ຄົບວົງຈອນອີກແຫ່ງໜຶ່ງໃນນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນ
ໃນຕອນເຊົ້າວັນທີ 1 ມີນາ 2013 ທີ່ສູນການຄ້າດັ່ງກ່າວທີ່ບ້ານໂພນສະອາດ
ເມືອງໂຊເຊດຖາ ນະຄອນຫລວງວຽງຈັນ ໂດຍການຖະແຫລງຂອງທ່ານ
ເຊຍຍີ່ ( Xie Yu ) ອຳນວຍການສູນການຄ້າສາກົນນະຄອນຊັບ
ຊ໊ອບປິງພລາຊາ ພ້ອມດ້ວຍຄະນະບໍລິຫານ ແລະ ຝ່າຍການຕະຫລາດ.
ໂຄງການກໍ່ສ້າງສູນການຄ້າດັ່ງກ່າວແມ່ນການຮ່ວມທຸລະກິດລົງທຶນລະຫວ່າງ
ນັກທຸລະກິດຈາກ ສປ.ຈີນ ກຸ່ມບໍລິສັດລາວຮວາເສີນພັດທະນາແລະການລົງທຶນ
ຈຳກັດ ກັບ ນັກທຸລະກິດຂອງລາວ ໂດຍສະເພາະແມ່ນ ກຸ່ມບໍລິສັດນະຄອນຊັບ,
ໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 60.000 ມ2 ຊຶ່ງຈະປະກອບດ້ວຍອາຄານ
6 ຊັ້ນ ເພື່ອສ້າງໃຫ້ເປັນສູນການຄ້າຄົບວົງຈອນທີ່ທັນສະໄໝທີ່ສຸດ ແລະ ແບ່ງ
ອອກເປັນ 3 ໄລຍະການກໍ່ສ້າງ ຊັ້ນທີ 1 ຈະສ້າງເປັນສຸນຮວມສິນຄ້າ ບູຕິກ
ຊັ້ນທີ 2 ເປັນຮ້ານຂາຍເຄື່ອງສຳລັບຜູ້ຍິງ ຊັ້ນທີ 3 ເປັນຮ້ານຂາຍເຄື່ອງຜູ້ຊາຍ
ຊັ້ນທີ 4 ເປັນຮ້ານຂາຍເຄື່ອງ ໄຟຟ້າ ແລະ ເຄື່ອງໄອທີ ຊັ້ນທີ 5 ເປັນ
ສູນຮວມອາຫານນາໆຊາດ ນອກນີ້ກໍຍັງມີໂຮງແຮມ ຮ້ານອາຫານ ຮ້ານບັນເທີງ
ແລະ ອື່ນໆ.
ປັດຈຸບັນ ການກໍ່ສ້າງໂຄງຮ່າງສູນແມ່ນມີຄວາມຄືບໜ້າຫລາຍກວ່າ 80% ແລະ
ຈະສໍາເລັດໃນເດືອນເມສາ 2013 ຫລັງຈາກນັ້ນ ແມ່ນຂັ້ນຕອນການຕິດຕັ້ງ
ອຸປະກອນ ແລະ ຕົບແຕ່ງພາຍໃນ ຄາດວ່າເດືອນສິງຫາ 2013 ຈະສໍາເລັດ
ແລະ ເລີ່ມທົດລອງບໍລິການ ຈົນເຖິງເດືອນຕຸລາແມ່ນຈະໄດ້ໄຂການນຳໃຊ້
ແລະ ບໍລິການຢ່າງເປັນທາງການ.
ໂຄງການກໍ່ສ້າງດັ່ງກ່າວມີມູນຄ່າການລົງທຶນທັງໝົດ 80 ລ້ານໂດລາສະຫະລັດ
ເມື່ອກໍ່ສ້າງສໍາເລັດ ຈະເປັນການອໍານວຍຄວາມສະດວກໃຫ້ແກ່ຊາວລາວໃນການ
ຈັບຈ່າຍສິນຄ້າຮັບໃຊ້ໃນຊີວິດປະຈໍາວັນຕາມຄວາມຕ້ອງການ ທັງຍັງສາມາດ
ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວຫລາຍກວ່າ 5.000 ຄົນ.

ຂ່າວ/ພາບ: ສ.ບົວພາ

 ທີ່ມາhttp://vtetoday.la

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...